ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 4 ຕຸລາ 2023,​ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,​ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມປະຊາຊົນ ຢູ່ບ້ານ ດົງບາກໃໝ່ຫີນຄຳ ແລະ ບ້ານ ສະໝອງໃຫມ່ປີນດົງ ເມືອງສະໜາມໄຊ ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂື້ນທີ່ ສະໂມສອນຫ້ອງການບ້ານ ດົງບາກໃໝ່ຫີນຄຳ,​ ໂດຍການເຂົ້າຮ່ວມຕ້ອນຮັບຂອງຄະນະນຳເມືອງ ສະໝາມໄຊ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໂອກາດດັ່ງກ່າວທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳທີ່ມາຈາກສູນກາງ ແລະ ການນຳຂອງແຂວງ ກໍ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ແລະ ສະພາບລວມຂອງບ້ານ ຈາກອຳນາດການປົກຄອງບ້ານ,​ເຊິ່ງບ້ານໃຫມ່ຫີນຄຳ​ ແມ່ນບ້ານໜຶ່ງທີ່ຂື້ນກັບເທດ ສະບານເມືອງສະໜາມໄຊ,​ ມີເນື້ອທີ່ປະມານ 5.891 ເຮັກຕາ,​ໃນນີ້ມີເນື້ອທີ່ເຮັດການຜະລິດ 752 ເຮັກຕາ,ບ້ານມີ 2 ຄຸ້ມ , ມີ 32 ໜ່ວຍ, ມີປະຊາຊົນອາໃສຢູ່ຮ່ວມກັນ 2 ເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ ແລະ ເຜົ່າໂອຍ, ມີພົນລະເມືອງທັງໝົດ 2.039 ຄົນ, ມີ 420 ຄົວເຮືອນ, ມີ 574 ຄອບຄົວ, ໃນນັ້ນ ຄອບຄົວທີ່ພົ້ນທຸກມີ 380 ຄອບຄົວ, ຄອບຄົວທີ່ກຸ້ມກີນ ມີ 166 ຄອບຄົວ ແລະ ຄອບຄົວທີ່ທຸກຍາກມີ 28 ຄອບຄົວ. ບ້ານ ດົງບາກໃໝ່ຫີນຄຳ ຖືວ່າເປັນບ້ານໜຶ່ງທີ່ມີການຈັດສັນວຽກງານ ອາຊິບທີ່ໝັ້ນຄົງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ ໂດຍປະຈຸບັນແມ່ນໄດ້ເນັ້ນໃສ່ການຜະລິດລະດູຝົນ ປີ 2023 ເຊິ່ງໄດ້ຜະລິດເຂົ້ານາປີ ລວມເນື້ອທີ່ທັງໝົດ 544 ເຮັກຕາ ນອກນັ້ນແມ່ນໄດ້ເນັ້ນການປູກມັນຕົ້ນ.
ໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ມີຄຳເຫັນໂອ້ລົມ,​ເຊິ່ງໄດ້ເນັ້ນໜັກ ໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການພັດທະນາຊີວິດການເປັນຢູ່ດ້ວຍການອອກແຮງງານ ເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ພັດທະນາຊີວິດຄອບຄົວໃຫ້ມີຢູມີກິນ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ,ປຸກລະດົມ ສົ່ງເສີມໃຫ້ເດັກ ນ້ອຍ,ຊາວຫນຸ່ມເຍົາວະຊົນ ໄດ້ຮັບການສືກ ສາຮ່ຳຮຽນຢ່າງຖົ່ວເຖິງ ແລະ ໄດ້ເນັ້ນໃຫ້ຄະນະພັກ,ອຳນາດການປົກຄອງບ້ານ ຈົ່ງເພີ່ມຄວາມຮັບຜິດຊອບຂອງຕົນ ໃນການນຳພາ-ຊີ້ນຳພໍ່ແມ່ປະຊາຊົນໃຫ້ເປັນເຈົ້າຕົນເອງໃນການປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ ແລະ ເນັ້ນໃຫ້ 2 ກຳລັງ ປກຊ-ປກສ​ ບ້ານ,​ເປັນເຈົ້າການຮັກສາຄວາມສະຫງົບ, ຄວາມປອດໄຟ ພາຍໃນບ້ານ.​
ໂອກາດັ່ງກ່າວ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,​ຮອງປະທານປະເທດ ຍັງໄດ້ມອບ ປື້ມ 2.400 ຫົວ ແລະ ບິກຂຽນ 2.000 ກ້ານ ໃຫ້ທັງ 2 ບ້ານ ດັ່ງກ່າວອີກດ້ວຍ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ
May be an image of 2 people and dais
May be an image of 13 people, dais and text
May be an image of 13 people and text