ໃນຕອນຄໍ່າຂອງວັນທີ 14 ຕຸລາ 2021, ທີ່ ສໍານັກງານປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າ ຮ່ວມ ແລະ ກ່າວບົດປາໄສໃນຮູບແບບທາງໄກ ໃນກອງປະຊຸມເວທີປຶກສາຫາລື “ແມ່ຍິງ ເອີຣົບ-ອາຊີ” ຄັ້ງທີ 3 ພາຍໃຕ້ຫົວຂໍ້: “ແມ່ຍິງກັບພາລະກິດໂລກໃນຄວາມເປັນຈິງອັນໃໝ່”, ໂດຍການເປັນປະທານຂອງ ທ່ານ ນາງ ວາເລນຕີນາ ມັດວຽນໂກ, ປະທານສະພາສູງ ແຫ່ງ ສະຫະ ພັນ ຣັດເຊຍ, ເຊິ່ງຈັດຂຶ້ນໃນວັນທີ 13-15 ຕຸລາ 2021, ທີ່ ນະຄອນຫຼວງ ຊັງປີເຕີສະເບີກ, ສ.ຣັດເຊຍ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມ ແລະ ດຳເນີນກອງປະຊຸມທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ໃນທ່າມກາງປະຊາຊາດໃນໂລກ ທີ່ພວມປະເຊີນໜ້າກັບການແຜ່ລະບາດຂອງ ພະຍາດໂຄວິດ-19 ເຊິ່ງສົ່ງຜົນສະ ທ້ອນໂດຍກົງຕໍ່ການພັດທະນາເສດຖະ ກິດ-ສັງ ຄົມ ຂອງບັນດາປະເທດໃນໂລກ. ພ້ອມນັ້ນ, ທ່ານກໍຍັງໄດ້ຍົກໃຫ້ເຫັນ ກ່ຽວກັບ “ການປ່ຽນແປງທາງສັງຄົມ 2030 ແລະ ພາລະກິດຂອງແມ່ຍິງເພື່ອບັນລຸການພັດທະນາແບບຍືນຍົງກວມລວມ”, ເຊິ່ງສະພາບການດັ່ງກ່າວ, ລັດຖະ ບານລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ, ກວມລວມ ແລະ ຖືນະໂຍບາຍດັ່ງກ່າວ ເປັນເປົ້າໝາຍ ເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ. ຜ່ານການຈັດຕັ້ງປະຕິບັດບັນດາແຜນຍຸດທະສາດດັ່ງກ່າວ, ລັດຖະບານໄດ້ເອົາໃຈໃສ່ໃນການປະກາດໃຊ້ຫຼາຍນິຕິກໍາ ທີ່ເປັນເຄື່ອງມືຄຸ້ມຄອງລັດ, ຮັບປະກັນການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ຄຽງຄູ່ກັນນັ້ນ, ລັດຖະບານກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ່ອົງການສະຫະປະຊາຊາດວາງອອກ ແລະ ຜ່ານການປະເມີນຜົນ ຄັ້ງທີ 2 ໃນຕົ້ນປີ 2021 ຂອງອົງການສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດ 3 ເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC), ສປປ ລາວ ເປັນໜຶ່ງໃນເປົ້າໝາຍທີ່ສາມາດປະຕິບັດໄດ້ທັງ 3 ຂອງເງື່ອນໄຂຄື: ດັດສະນີລາຍໄດ້ສະເລ່ຍແຫ່ງຊາດ (GNI), ດັດສະນີຊັບສິນມະນຸດ (HAI) ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI), ແຕ່ຍ້ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ 19 ອາດຈະໃຊ້ເວລາອີກໄລຍະໜຶ່ງ ເພື່ອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍດັ່ງກ່າວ ຢ່າງມີຜົນສໍາເລັດ, ຊື່ງ 3 ເງື່ອນໄຂ ດັ່ງກ່າວລ້ວນແຕ່ໄດ້ເຊື່ອມສານເຂົ້າໃນນະໂຍບາຍຄວາມສະເໝີພາບຍິງ-ຊາຍ ຂອງລັດຖະບານ ແລະ ລັດຖະ ບານກໍ່ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມີຜົນສໍາເລັດເປັນກ້າວໆມາ ເຮັດໃຫ້ແມ່ຍິງສາມາດປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮຸ້, ຄວາມສາມາດ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ໃນຫຼາຍຂົງເຂດວຽກງານ ນັບມື້ນັບເພີ່ມຂຶ້ນ ເຊິ່ງສະແດງອອກໃນຕົວເລກໃນອັດຕາສ່ວນແມ່ຍິງ ເຂົ້າຮ່ວມໃນອົງການນິຕິບັນຍັດ, ອົງການລັດຖະບານ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ. ພິເສດ, ໃນປີ 2021 ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 37 ຂອງໂລກ ແລະ ອັນດັບທີ 2 ຂອງອາຊຽນ ໃນດ້ານບົດບາດຂອງແມ່ຍິງໃນເວທີການເມືອງ.
ໃນການເຊື່ອມໂຍງສາກົນ ແມ່ຍິງຍັງມີສິ່ງທ້າທາຍ ເຊິ່ງຈະຕ້ອງໄດ້ຮ່ວມກັນເພື່ອແກ້ໄຂບັນຫາດັ່ງກ່າວເຊັ່ນ: ການໃຊ້ຄວາມຮູນແຮງໃນຄອບຄົວ, ສຸຂະພາບ, ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ, ການເຂົ້າເຖິງແຫຼ່ງທຶນ, ການສົ່ງເສີມ MSME, ການຄ້າມະນຸດ ແລະ ອື່ນໆ ລວມທັງການແກ້ໄຂຜົນກະທົບຂອງລະເບີດຍັງບໍ່ທັນແຕກທີ່ສົງຄາມປະຖິ້ມໄວ້ ໃນຫຼາຍທົດສະວັດ. ພ້ອມກັນນັ້ນ, ທ່ານຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາຂອບໃຈຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພິເສດ ແມ່ນການຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ ແລະ ວັກແຊັງ ເພື່ອແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ, ພ້ອມທັງຊຸກຍູ້ໃຫ້ປະຊາຄົມໂລກ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ໂລກມີສັນຕິພາບ, ສະຖຽນລະພາບ, ການຮ່ວມມືແບບຍືນຍົງຕາມທິດສີຂຽວ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ດີກິນດີຂອງປະຊາຊົນ.
ກອງປະຊຸມເວທີປຶກສາຫາລືແມ່ຍິງ ເອີຣົບ-ອາຊີ ໃນຄັ້ງນີ້ ຖືເປັນໂອກາດອັນດີໃຫ້ແກ່ບັນດາຜູ້ນຳຍິງ ໃນພາກພື້ນ ໄດ້ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາຊ່ອງທາງໃນການຊຸກຍູ້, ເສີມຂະຫຍາຍການພົວພັນຮ່ວມມືເພື່ອການພັດທະນາ, ດ້ວຍຄວາມຮ່ວມແຮງຮ່ວມໃຈກັນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຕາມວາລະ 2030 ໄປພ້ອມກັນ.


