ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 14 ສີງຫາ 2023 ທີ່ຫ້ອງປະຊຸມນໍ້າເທີນ2 ທ່ານບົວພັນ ແສງຈັັນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຄຳມ່ວນ ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມ ສະພາບນ້ຳຖ້ວມຢູ່ເມືອງນາກາຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງບົວກາ ແກ້ວມະນີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆນາກາຍພ້ອຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ ຕະຫລອດຮອດຫົວຫນ້າແລະຮອງກອງເລຂາຄະນະຄຸ້ມຄອງໄພພິບັດຂັ້ນເມືອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ນາງບົວກາ ແກ້ວມະນີ ເຈົ້າເມືອງໆ ນາກາຍ ໄດ້ລາຍງານສະພາບຜົນກະທົບຈາກໄພນໍ້ຳຖ້ວມເມືອງນາກາຍໃຫ້ຮູ້ວ່າມີຜົນກະທົບທັງໝົດ 4 ຄຸ້ມບ້ານ (ຄຸ້ມນາຕານ, ຄຸ້ມໂພນຄໍາ, ຄຸ້ມທ່າຂັນແກ້ວ ແລະ ຄຸ້ມໂພນບົກ) ລວມທັງໝົດ ມີ 191 ຫຼັງຄາ, ມີ 286 ຄອບຄົວ, ຈໍານວນພົນ 948 ຄົນ,ຍິງ 500 ຄົນ ຜ່ານການເກັບກໍາຂໍ້ມູນໃນເບື້ອງຕົ້ນ ໃນແຕ່ລະຄຸ້ມບ້ານມີຜົນເສຍຫາ ຄຸ້ມນາຕານ ມີ 66 ຫຼັງຄາ, 103 ຄອບຄົວ, ຜົນເສຍຫາຍ: ເລົ້າເຂົ້າ 58 ຫຼັງ, ລົດໃຫຍ່ 8 ຄັນ, ລົດໄຖນາ 60 ຄັນລົດແທັກເຕີ້ 1 ຄັນ, ລົດຈັກ 100 ຄັນ, ຈັກດູດນໍ້າ 30 ເຄື່ອງ, ໂຮງສີເຂົ້າ 58 ໂຮງ, ຈັກປັ້ນເຂົ້າ 3 ເຄື່ອງເຄື່ອງສຽງ 3 ຊຸດ, ສັດລ້ຽງເສຍຫາຍມີ: ສັດປີກ 2,026 ໂຕ, ງົວ 164 ໂຕ, ຄວາຍ 66 ໂຕ, ໝູ 68 ໂຕ, ແບ້ 12 ໂຕ, ໜອງປາ 22 ໜອງ; ເນື້ອທີ່ນາ ຖືກນໍ້າຖ້ວມ ມີ 68 ຄອບຄົວ, ເນື້ອທີ່ 160,91 ຮຕ, ເສຍຫາຍ 43,54 ຮຕ ແລະ ເນື້ອທີ່ສວນມັນຕົ້ນ 138,8 ຮຕ, ເສຍຫາຍ 41,16 ຮຕ.ຄຸ້ມໂພນຄໍາ ມີ 47 ຫຼັງຄາ, 64 ຄອບຄົວ ຜົນເສຍຫາຍ: ເລົ້າເຂົ້າ 45 ຫຼັງ, ລົດໃຫ່ຍ 2 ຄັນ, ລົດໄຖນາ 46 ຄັນລົດຈັກ 25 ຄັນ, ໂຮງສີເຂົ້າ 47 ເຄື່ອງ, ຈັກປັ້ນເຂົ້າ 2 ເຄື່ອງ, ສັດລ້ຽງເສຍຫາຍ: ສັດປີກ 612 ໂຕ, ງົວ 9 ໂຕຄວາຍ 2 ໂຕ, ໝູ 4 ໂຕ, ໜອງປາ 6 ໜອງ, ຄອບຄົວທີ່ຖືກກະທົບເນື້ອທີ່ນາຖືກນໍ້າຖ້ວມ ມີ 45 ຄອບຄົວ ມີເນື້ອທີ່ 24,52 ຮຕ, ເສຍຫາຍ 7,16 ຮຕ ແລະ ເນື້ອທີ່ສວນມັນຕົ້ນ 37,95 ຮຕ, ເສຍຫາຍ 9 ຮຕ.ຄຸ້ມທ່າຂັນແກ້ວ ມີ 52 ຫຼັງຄາ, 74 ຄອບຄົວ; ສັດລ້ຽງເສຍຫາຍ: ສັດປີກ 620 ໂຕ, ງົວ 6 ໂຕ, ໝູ 7 ໂຕລົດໃຫຍ່ 1 ຄັນ; ເນື້ອທີ່ທໍາການຜະລິດທີ່ຖືກກະທົບໄພນໍ້າຖ້ວມມີ: ເນື້ອທີ່ນາຖືກນໍ້າຖ້ວມມີ 85,48 ຮຕ, ເສຍຫາຍ 25,28 ຮຕ ແລະ ເນື້ອທີ່ສວນມັນຕົ້ນ ມີ 37,36 ຮຕ, ເສຍຫາຍ 10,4 ຮຕ, ຄຸ້ມໂພນບົກ ມີ 26 ຫຼັງຄາເຮືອນ, 45 ຄອບຄົວ ໃນນັ້ນມີ 2 ຄອບຄົວ ທີຖືກກະທົບມີ ເລົ້າເຂົ້າ 2 ຫຼັງ.
ຕອນທ້າຍຂອງກອງປະຊຸມ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊົນແຂວງຄຳມ່ວນ ໄດ້ມີຄວາມເຫັນດີເປັນເອກະພາບຕໍ່ບົດລາຍງານ ຂອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ແລະ ຍ້ອງຍໍຊົມເຊີຍ ການນຳເມືອງ ແລະ ທຸກພາກສ່ວນໄດ້ສຸມຈິດສຸມໃຈໃສ່ຢ່າງເຕັມທີ່ໃນການແກ້ໄຂໄພນໍ້າຖ້ວມຄັ້ງນີ້ ເຮັດວຽກ ບໍມີເສົາທິດ ຕໍ່ກັບສະພາບການປະຈຸບັນຢາກໃຫ້ຜູ້ຮັບຜິດຊອບວຽກງານດັ່ງກ່າວ ເລັ່ງເກັບຂໍ້ມູນຜົນເສຍຫາຍຜົນດ້ານຕ່າງໆ ໃຫ້ສັດເຈນ ແລະ ກວດກາເບີ່ງຄວາມຈຳເປັນຂາດເຂີນສິງໃດໃຫ້ຮີບຮ້ອນສະເໜີຫາແຂວງ ໃນໂອກາດດັ່ງກ່າວທ່ານ ຍັງໄດ້ມອບເຄື່ອງຊ່ວຍເຫລືອໃນການແກ້ໄຂໄພພິບັດໃຫ້ເມືອງນາກາຍ ແລະ ເຄື່ອງຄອມພີວເຕີ້ປະກອບເຂົ້າໃນວຽກສະພາມູນຄ່າ 71.000.000 ກວ່າກີບ.
ພາບ/ຂ່າວ: ຄຳໄໝ ວົງສາຄອນ.