ໃນວັນທີ 28 ມີນາ 2022, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມກວດກາ ການຊົດເຊີຍຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ.
ທ່ານ ຄຳດີ ວົງລ້ອມ ປະທານສະ ພາປະຊາຊົນແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ແລວທາງ ແລະ ສະຖານີລົດໄຟ ຂອງໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຖືກຜົນກະທົບໃນ 3 ເມືອງ 39 ບ້ານຄື: ເມືອງນາໝໍ້ 12 ບ້ານ; ເມືອງໄຊ 14 ບ້ານ ແລະ ເມືອງງາ 13 ບ້ານ. ຜ່ານການໄກ່ເກ່ຍເກັບກໍາຂໍ້ມູນມາເຖິງປັດຈຸບັນ ມີຄອບຄົວທີ່ໄດ້ຮັບຜົນກະທົບ 1.541 ຄອບ ຄົວ, ເນື້ອທີ່ໄດ້ຮັບຜົນກະທົບທັງ ໝົດ 439,61 ເຮັກຕາ ໃນນີ້, ເປັນດິນປຸກສ້າງ 13,01 ເຮັກຕາ, ດິນ ນາ 143,9 ເຮັກຕາ, ດິນສວນ 268,5 ເຮັກຕາ ແລະ ດິນໜອງປາ 14,2 ເຮັກຕາ, ຜົນລະປູກ 157.564 ຕົ້ນ. ນອກຈາກນີ້, ຍັງມີຜົນກະທົບຖືກເຮືອນປະຊາຊົນ 107 ຫລັງ, ໂຮງຮຽນປະຖົມ- ມັດ ທະຍົມສົມບູນ 1 ຫລັງ, ຫົວງານນໍ້າລິນ 6 ແຫ່ງ, ຄອງເໝືອງ-ຝາຍ ຈໍານວນ 48 ຈຸດ.
ສຳລັບການຈ່າຍຄ່າຊົດເຊີຍ ແລະ ເວນຄືນຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ), ເຊິ່ງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາ ມາດເບີກຈ່າຍຄ່າຊົດເຊີຍຜົນກະທົບ ຈຳນວນ 7 ຄັ້ງ ລວມມູນຄ່າ 183 ຕື້ກວ່າກີບ ເທົ່າກັບ 72,48% ຂອງມູນຄ່າທັງໝົດ 253 ຕື້ກວ່າກີບ, ສ່ວນທີ່ຍັງຄ້າງຈໍານວນ 69 ຕື້ກວ່າກີບ ແມ່ນຜົນກະທົບທາງອ້ອມ ເປັນຕົ້ນ ທາງຊອຍເຂົ້າຫາຈຸດກໍ່ສ້າງ ແລະ ຈຸດຕັ້ງແຄັມຂອງບໍລິສັດຜູ້ຮັບເໝົາ.
ທ່ານ ຄຳດີ ວົງລ້ອມ ໃຫ້ຮູ້ຕື່ມວ່າ: ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ ມີຄວາມຍາວທັງໝົດ: 126,6 ກິໂລແມັດ, ມີຂົວ 60 ແຫ່ງ, ຍາວ 12.695 ກິໂລແມັດ, ມີອຸມົງ 32 ຈຸດ ຍາວ 87.196 ກິໂລແມັດ, ຈຸດດິນຕັດ-ດິນຖົມຄັນທາງ ມີຄວາມຍາວ 29.036 ກິໂລແມັດ, ມີສະຖານີ 9 ຈຸດ ໃນນີ້ ຢູ່ເມືອງນາໝໍ້ມີ 2 ຈຸດ, ເມືອງໄຊ 3 ຈຸດ ແລະ ເມືອງງາ 4 ຈຸດ, ແຕ່ແຜນການເບື້ອງຕົ້ນ ແມ່ນຈະກໍ່ສ້າງພຽງ 3 ຈຸດຄື: ສະຖານີໂດຍສານເມືອງນາໝໍ້, ສະຖານີໂດຍສານ-ສິນຄ້າ ເມືອງໄຊ ແລະ ສະຖານີເມືອງງາ.
ໃນໂອກາດດຽວກັນ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມສະ ຖານທີ່ຕົວຈິງ ເປັນຕົ້ນ ທີ່ດິນປຸກສ້າງ, ບ້ານຈັດສັນທົດແທນຄືນ ແລະ ທີ່ດິນທຳການຜະລິດຂອງປະຊາ ຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ພ້ອມທັງຟັງການລາຍງານຜົນກະທົບຈາກການນຳຂັ້ນເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບຕົວຈິງຂອງທັງສອງເມືອງ.
ຂ່າວ-ພາບ: ກົງທະນູຄໍາ
Loading...