ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະໄດ້ລົງເຮັດວຽກທີ່ ເມືອງຮ້ຽມ ແຂວງ ຫົວພັນ ໃນວັນທີ 7 ກຸມພາ ປີ 2023.
ໃນໂອກາດມາເຮັດວຽກຢູ່ແຂວງຫົວພັນ ຄັ້ງນີ້, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ນໍາເອົາອຸປະກອນຄອມພິວເຕີ ແລະເຄື່ອງສຽງ 2 ຊຸດ ລວມມີ: ແລັບທອັບ, LCD project ພ້ອມດ້ວຍຈໍ ແລະ ຕູ້ລໍາໂພງເຄື່ອນທີ່ມູນຄ່າກວ່າ 44 ລ້ານກີບ ມາມອບໃຫ້ແນວລາວສ້າງຊາດ ເມືອງຮ້ຽມ ແລະ ເມືອງຊ່ອນ ແຂວງຫົວພັນ ເພື່ອນໍາໃຊ້ໃນໂຄງການສື່ສານຕ້ານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ (RCCE) ເຊຶ່ງແມ່ນ ແມ່ນກິດຈະກໍາທີ່ດໍາເນີນການເພື່ອສົ່ງເສີມການສັກຢາວັກຊີນທັງສໍາລັບ Covid-19 ແລະການສັກຢາປ້ອງກັນປົກກະຕິ.
ເຂົ້າຮ່ວມໃນພິທີມອບ-ຮັບ ອຸປະກອນຄັ້ງນີ້ ຍັງມີທ່ານ ວີເຕັງ ຈື່ໄມເຕັງ ຮອງປະທານແນວລາວສ້າງຊາດ ແຂວງຫົວພັນ, ທ່ານ ຄຳແພງ ແສງຄໍາສັນ ຮອງປະທານແນວລາວສ້າງຊາດເມືອງຮ້ຽມ, ທ່ານ ແສງຈັນ ຢ້າງນ້າວຊົວ ຮອງປະທານ ແນວລາວສ້າງຊາດ ເມືອງຊ່ອນ, ທ່ານ ຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊັບ ແລະ ຕາງຫນ້າພະແນກສາທາລະນະສຸກ ແຂວງຫົວພັນ ແລະ ພະນັກງານກ່ຽວຂ້ອງຈາກແຂວງ ແລະ ຈາກເມືອງກ່ຽວຂ້ອງ.
ໃນພິທີມອບ-ຮັບ, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຍັງໄດ້ສະແດງຄວາມຂອບໃຈ ອົງການຢູນີເຊັບ, ລັດຖະບານອົດສະຕາລີ, USAID, ກອງທຶນສຸກເສີນຂອງອົງການ UNICEF ແລະ ອິຕາລີ. ທ່ານຍັງໄດ້ຊີ້ນໍາໃຫ້ພາກສ່ວນຕ່າງໆ ຈົ່ງນໍາໃຊ້ ອຸປະກອນ ໃຫ້ຖືກເປົ້າຫມາຍ ແລະ ມີ ປະສິຕິຜົນສູງສຸດ.
ໃນພິທີມອບຮັບ ທ່ານ ຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊັບ ໄດ້ກ່າວຊົມເຊີຍຜົນສຳເລັດ ຂອງການໂຄສະນາ ວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການໂຄສະນາປັບປຸງຊິວິດການເປັນຢູ່ຂອງ ແມ່ຍິງ ແລະ ເດັກ ໂດຍສະເພາະການສື່ສານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ອົງການຢູນີເຊັບ ແມ່ນມີຄວາມຫມຸ້ງຫມັ້ນທີ່ຈະໃຫ້ການສະຫນັບສະຫນູນສູນກາງແນວລາວສ້າງຊາດ ໃນປັບປຸງຊີວິດການເປັນຢູ່ທີ່ດີຂອງແມ່ ແລະ ເດັກ ໃນ ສປປ ລາວ.
ໄລຍະຜ່ານມາຫ້ອງການແນວລາວ ສ້າງຊາດ ແຂວງຫົວພັນ ແລະ ເມືອງຊຽງຄໍ້າ ແຂວງຫົວພັນ ກໍ່ໄດ້ຮັບການສະຫນັບສະຫນູນດ້ານອຸປະກອນ ຕ່າງໆ ເຊັ່ນ: ຄອມພິວເຕີ, ແລັບທອບ, LCD projector, ລໍາໂພງເຄື່ອນທີ່ ແລະ ອື່ນໆ.

