ໃນວັນທີ 13 ພຶດສະພາ 2022 ທີ່ກະຊວງການຕ່າງປະເທດ, ທ່ານຕິ່ງສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າການຢ້ຽມຂໍ່ານັບຂອງທ່ານນາງມາຣຽມເຊີແມນ (Ms. Mariam Sherman), ຜູ້ອຳນວນຍການທະນາຄານໂລກ (WB) ສຳລັບມຽນມາ, ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍ ທ່ານ ນາງ ມາຣຽມ ເຊີແມນ ທີ່ຖືກແຕ່ງຕັ້ງເປັນຜູ້ອຳນວຍການທະນາຄານໂລກຮັບຜິດຊອບ 3 ປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ. ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ທະນາຄານໂລກທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວໃນຫຼາຍຂະແໜງການຕະຫຼອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະການປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໃນແຕ່ລະໄລຍະ.
ໃນຕອນທ້າຍ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວອວຍພອນໃຫ້ ທ່ານ ນາງ ມາຣຽມ ເຊີແມນ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ນີ້ ແລະ ຫວັງຢ່າງຍິ່ງວ່າ ສະຖາບັນການເງິນສາກົນ ກໍຄື ທະນາຄານໂລກ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕື່ມ.
Loading...