ໃນລະຫວ່າງວັນທີ 08-10 ສິງຫາ 2022, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງທົ່ງມີ ໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ເພື່ອທໍາການກວດກາພື້ນທີ່ຕົວຈິງຈຸດຊາຍແດນທີ່ຍັງບໍ່ທັນສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນຢູ່ບໍລິເວນເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ, ແຂວງໄຊຍະບູລີ. ພ້ອມດຽວກັນ ກໍ່ໄດ້ຮັບຟັງການລາຍງານສະພາບການຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ໃຫ້ກຽດໂອ້ລົມກັບອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເພື່ອແນໃສ່ເຮັດໃຫ້ປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດລະບຽບຫຼັກການໃນການທໍາມາຫາກິນ, ເຮັດການຜະລິດກະສິກໍາ ແລະ ການເຂົ້າ-ອອກ ຂ້າມຜ່ານຕາມບໍລິເວນຊາຍແດນໃຫ້ຖືກຕ້ອງຕາມກົດໝາຍ.
ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີຍັງໄດ້ລົງກວດກາສະພາບຕາຝັ່ງເຈື່ອນຕາມລໍານໍ້າເຫືອງທີ່ມີຜົນກະທົບຕໍ່ເສັ້ນຊາຍແດນ, ລົງສໍາຫຼວດພື້ນທີ່ບໍລິເວນດ່ານປະເພນີເຊັ່ນ: ດ່ານປະເພນີນາຂ່າ, ດ່ານປະເພນີເໝືອງແພ່, ເມືອງບໍ່ແຕນ, ດ່ານປະເພນີສີພູມ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ. ໃນໂອກາດດຽວກັນນີ້, ກໍ່ໄດ້ລົງກວດກາດ່ານທ້ອງຖິ່ນບ້ານວັງ, ເມືອງ ໝື່ນ, ແຂວງວຽງຈັນ, ເພື່ອສະເໜີຄວາມເປັນໄປໄດ້ໃນການຍົກລະດັບເປັນດ່ານສາກົນ.
ໃນໂອກາດລົງເຮັດວຽກຢູ່ເມືອງຊາຍແດນຂອງແຂວງໄຊຍະບູລີຄັ້ງນີ້, ນອກຈາກລົງກວດກາພື້ນທີ່ຊາຍແດນແລ້ວ, ທ່ານຮອງລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມເບິ່ງເຂດການຜະລິດ-ລ້ຽງສັດ ແລະ ຢ້ຽມຢາມອ້າຍນ້ອງທະຫານ ທີ່ປະຕິບັດໜ້າທີ່ປ້ອງ ກັນຊາຍແດນ ພ້ອມທັງມອບເຄື່ອງຊ່ວຍ ເຫຼືອທີ່ຈໍາເປັນຈໍານວນນຶ່ງ ເພື່ອເປັນກໍາລັງໃຈໃນການປະຕິບັດໜ້າທີ່ຢູ່ພື້ນທີ່ຫ່າງໄກອີກດ້ວຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
