ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 16 ກຸມພາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຫຼີ ຈື້ກົ່ງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ຫຼວງພະບາງ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ແຕ່ປີ ເດືອນ ເມສາ 2019-2023 (ເກືອບ 4 ປີ) ດ້ວຍຜົນສໍາເລັດຢ່າງຈົບງາມ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານໃນການເຄື່ອນໄຫວວຽກງານຢ່າງຫ້າວຫັນຂອງທ່ານກົງສຸນໃຫຍ່, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມື ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ແຂວງຢູນນານ ແລະ ບັນດາແຂວງພາກເຫນືອຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ຕະຫຼອດໄລຍະການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ທ່ານກົງສຸນໃຫຍ່ ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ດ້ວຍຄວາມຫ້າວຫັນ, ໄດ້ເປັນຂົວຕໍ່ທີ່ສຳຄັນໃນການຊຸກຍູ້ການຮ່ວມມື ແລະ ການລົງທຶນຂອງສອງປະ ເທດ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ນັບແຕ່ຂັ້ນສູນກາງລົງຮອດທ້ອງ ຖິ່ນ. ພ້ອມນີ້, ທ່ານກົງສຸນໃຫຍ່ ກໍໄດ້ປະກອບສ່ວນສຳຄັນໃນການຂົນຂວາຍເອົາການຊ່ວຍເຫຼືອທາງການແພດ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ. ພິເສດ, ທ່ານກົງສຸນໃຫຍ່ ໄດ້ເອົາໃຈໃສ່ໃນການຊຸກຍູ້ການຮ່ວມມືສອງຝ່າຍ ໂດຍສະເພາະແມ່ນການເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ໂຄງ ການລົງທຶນ ແລະ ຊ່ວຍເຫຼືອຫຼ້າ ຈາກ ສປ ຈີນ ເປັນຈຳນວນຫຼວງຫຼາຍ ເຊັ່ນ: ໂຄງ ການໝູ່ບ້ານຈັດສັນທາງລົດໄຟ, ໂຄງການໝູ່ບ້ານຕົວແບບໃນການຫຼຸດຜ່ອນຄວາມທຸກຍາກ, ໂຄງການປັບປຸງໂຮງໝໍແຂວງຫຼວງພະບາງ, ເຂື່ອນໄຟຟ້ານ້ຳອູ, ໂຮງງານຊີມັງ ລວມທັງການເຂົ້າຮ່ວມກິດຈະກຳກອງປະຊຸມສຳຄັນຕ່າງໆ, ການເຂົ້າຮ່ວມເປີດຊຸດຝຶກອົບຮົມດ້ານວຽກງານຄວາມປອດໄພ, ໂຄງການກໍ່ສ້າງຫນຶ່ງແລວຫນຶ່ງເສັ້ນທາງຂອງ ສປ ຈີນ ຢູ່ ສປປ ລາວ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜຸນ ສປປ ລາວ ຕະຫຼອດມາ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດ ທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ງຫມັ້ນຄົງຂະນົງແກ່ນຕະຫຼອດໄປ, ອວຍພອນໃຫ້ ທ່ານກົງສຸນໃຫຍ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນໃຫມ່, ເດີນ ທາງກັບຄືນປະເທດດ້ວຍຄວາມສະ ຫວັດດີພາບ ແລະ ຫວັງຢ່າງຍິ່ງວ່າ ພາຍຫລັງສຳເລັດການປະຕິບັດຫນ້າທີ່ຢູ່ ສປປ ລາວ ແລ້ວ ທ່ານກົງສຸນໃຫຍ່ ຈະສືບຕໍ່ຊ່ວຍຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ໂດຍສະເພາະ ແມ່ນຊຸກຍູ້ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.
ໃນຂະນະດຽວກັນ, ທ່ານກົງສຸນໃຫຍ່ ຫຼີ ຈື້ກົ່ງ ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອໃນການປະຕິ ບັດໜ້າທີ່ການທູດຂອງຕົນ ຕະຫຼອດໄລຍະເວລາເກືອບ 4 ປີ ຜ່ານມາ ແລະ ຢືນຢັນຈະສືບຕໍ່ຊຸກຍູ້ ແລະ ເສີມຂະ ຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃຫ້ນັບມື້ກ້າວຂຶ້ນສູ່ຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ