ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າການທ່ອງ ທ່ຽວສາກົນຈີນ ປະຈໍາປີ 2023 ທີ່ຈັດຂຶ້ນຢູ່ແຂວງຢຸນໜານ, ສປ ຈີນ. ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ພົບກັບ ທ່ານ ສື ຈົງຈຸ້ນ (Shi Zhongjun) ເລຂາທິການໃຫຍ່ສູນອາຊຽນ-ຈີນ ໃນວັນທີ 17 ພະຈິກ 2023.
ໂອກາດນີ້ ທ່ານ ສື ຈົງຈຸ້ນ ໄດ້ແຈ້ງໃຫ້ຮູ້ກ່ຽວກັບພາລະບົດ ບາດຂອງສູນອາຊຽນ-ຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ເພື່ອຊຸກຍູ້ສົ່ງເສີມການຮ່ວມ ມືລະຫວ່າງຈີນ-ອາຊຽນໃນດ້ານການ ລົງທຶນ, ການຄ້າ, ການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ. ໃນນີ້ ສະເພາະດ້ານການທ່ອງທ່ຽວ, ໃນໄລຍະຜ່ານ ມາສູນດັ່ງກ່າວ ໄດ້ເອົາໃຈໃສ່ຫລາຍວຽກງານສໍາຄັນ ເປັນຕົ້ນແມ່ນ: ການຈັດຝຶກອົບ ຮົມດ້ານບຸກຄະລາກອນທ່ອງທ່ຽວໃຫ້ປະເທດສະມາຊິກອາຊຽນ, ລວມເຖີງຈັດຫລາຍກິດຈະກໍາສໍາຄັນເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງຈີນ- ອາຊຽນ.
ສ່ວນດ້ານວຽກງານຖະແຫລງຂ່າວ ໄດ້ຈັດຝຶກອົບຮົບເພື່ອຍົກ ລະດັບຄວາມສາມາດດ້ານສື່ມວນຊົນ ແລະ ຊຸກຍູ້ສົ່ງເສີມສື່ມວນຊົນຈີນ-ອາຊຽນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ເອົາໃຈໃສ່ໂຄສະນາເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງຈີນ- ອາຊຽນ ໃນການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ, ທັງທາງດ້ານການຄ້າ, ການລົງ ທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ນັບມື້ກວ້າງຂວາງກວ່າເກົ່າ. ຊຶ່ງໃນອີກບໍ່ດົນນີ້ ສູນອາຊຽນ-ຈີນ ຈະເຊີນຕາງຫນ້າສື່ມວນຊົນທັງຈາກປະເທດສະທາຊິກອາຊຽນ ແລະ ຈີນ ເຂົ້າຮ່ວມປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນດ້ານສື່ມວນຊົນເພື່ອແນໃສ່ເຮັດໃຫ້ການຮ່ວມມືໃນດ້ານນີ້ດີຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ຈີນ-ອາຊຽນ ນັບມື້ຫຼາຍຂຶ້ນໃນຕໍ່ຫນ້າ.
ເລຂາທິການໃຫຍ່ສູນອາຊຽນ-ຈີນ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານ ມາ ສູນອາຊຽນ-ຈີນ ໄດ້ປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ດ້ວຍການຊ່ວຍໂຄສະ ນາເພື່ອຊຸກຍູ້ສົ່ງເສີມນັກລົງທຶນຈາກ ສປ ຈີນ ເຂົ້າໄປລົງທຶນຢູ່ ສປປ ລາວ ໃນຫລາຍຂະແຫນງການ, ໃນນັ້ນລວມເຖີງການລົງ ທຶນດ້ານການທ່ອງ ທ່ຽວ, ພ້ອມນີ້ໄດ້ສົ່ງເສີມນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວລາວ ດ້ວຍການໂຄສະນາກ່ຽວກັບບັນດາສະ ຖານທີ່ທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວຢູ່ ສປປ ລາວ ເຮັດໃຫ້ນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້ທ່ານຢືນຢັນວ່າ: ສູນອາຊຽນ-ຈີນ ຈະປະກອບສ່ວນສະຫນັບສະຫນູນຢ່າງເຕັມທີ່ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເພື່ອໃຫ້ປະສົບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.
ສ່ວນ ທ່ານ ໂພສີ ແກ້ວມະນີວົງ ໄດ້ແຈ້ງໃຫ້ເລຂາທິການໃຫຍ່ສູນອາຊຽນ-ຈີນ ໄດ້ຮັບຮູ້ກ່ຽວກັບສະພາບການພັດທະນາວຽກ ງານການທ່ອງທ່ຽວຂອງ ສປປ ລາວ ທີ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ທັງທາງດ້ານການພັດທະນາສະຖານທີ່ທ່ອງທ່ຽວ, ສິ່ງອໍານວຍຄວາມສະ ດວກໃຫ້ແກ່ການທ່ອງທ່ຽວ, ລວມເຖີງການພັດທະນາພື້ນຖານໂຄງລ່າງການຂົນສົ່ງ ໂດຍສະເພາະພາຍຫລັງເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໃນທ້າຍປີ 2021 ເປັນຕົ້ນມາ ເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວຈີນໄປລາວ ແລະ ນັກທ່ອງ ທ່ຽວລາວໄປຈີນ ມີຄວາມ ສະດວກສະບາຍຫລາຍ. ລົດໄຟດັ່ງ ກ່າວ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດລາວ-ຈີນ ແລະ ປະກອບສ່ວນສໍາຄັນເຮັດໃຫ້ແຜນຍຸດທະສາດຂອງ ສປປ ລາວ ໃນການຫັນປ່ຽນຈາກສະຖານະ ພາບຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນປະກົດຜົນເປັນຈິງ.
ທ່ານ ໂພສີ ແກ້ວມະນີວົງ ຍັງໃຫ້ຮູ້ກ່ຽວກັບການຮ່ວມມືໃນດ້ານສື່ມວນຊົນລາວ-ຈີນ ຊຶ່ງໃນໄລຍະຜ່ານມາ ຝ່າຍຈີນໄດ້ປະ ກອບສ່ວນສໍາຄັນເຂົ້າ ໃນການຍົກລະດັບຄວາມຮູ້-ຄວາມສາມາດ ກໍຄື ດ້ານວິຊາສະເພາະໃຫ້ແກ່ສື່ມວນຊົນລາວຢ່າງຕໍ່ເນື່ອງ. ກະຊວງ ຖວທ ແລະ ວິ ທະຍຸໂທລະພາບສູນ ກາງຈີນ ໄດ້ເຊັນບົດບັນທຶກການຮ່ວມມືຮ່ວມ ກັນ, ໃນນີ້ ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ທີ່ເປີດນໍາໃຊ້ນັບແຕ່ປີ 2006 ເປັນຕົ້ນ ມາ ໄດ້ຮ່ວມມືກັບສື່ມວນຊົນລາວ ດ້ວຍການແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດກິດຈະກໍາຕ່າງໆ ຮ່ວມກັນຢ່າງຕໍ່ເນື່ອງ ເຮັດ ໃຫ້ການໂຄສະນາເພື່ອຊຸກຍູ້ສົ່ງເສີມການຮ່ວມມືຢ່າງຮອບດ້ານລະຫວ່າງລາວ-ຈີນ ນັບມື້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນາ ແລະ ທ່ອງ ທ່ຽວ ຍັງໄດ້ສະເໜີໃຫ້ສູນອາຊຽນ-ຈີນ ສືບຕໍ່ຊຸກຍູ້ສົ່ງເສີມ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ຊ່ວຍຊຸກຍູ້ສົ່ງເສີມນັກລົງທຶນຈາກ ສປ ຈີນເຂົ້າໄປລົງທຶນຢູ່ ສປປ ລາວ, ທັງການລົງທຶນດ້ານການທ່ອງທ່ຽວ ກໍຄື ການລົງທຶນດ້ານຕ່າງໆ ໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ, ພ້ອມທັງສົ່ງເສີມນັກທ່ອງທ່ຽວຈີນ ເຂົ້າໄປທ່ອງທ່ຽວລາວໃນໂອກາດປີທ່ອງທ່ຽວລາວ 2024 ກໍຄື ໃນຕໍ່ຫນ້າໃຫ້ນັບມື້ເປັນຂະບວນຟົດຟື້ນກວ່າເກົ່າ.