ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ
ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມ ດ້ວຍຄະນະ ເຂົ້າຮ່ວມງານວາງສະແດງສິນຄ້າການທ່ອງທ່ຽວສາ ກົນຈີນ ປະຈໍາປີ 2023 ຊຶ່ງມີພິທີເປີດງານຢ່າງເປັນທາງການໃນຕອນເຊົ້າວັນທີ 17 ພະຈິກ 2023 ທີ່ສູນວາງສະແດງສາກົນຕ່ຽນສືຄຸນໝິງ, ແຂວງຢຸນໜານ, ສປ ຈີນ ໂດຍແມ່ນ ທ່ານ ຫວັງ ໝິງ (Wang Ning), ເລຂາພັກແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງຢຸນໜານ ໃຫ້ກຽດກ່າວເປີດງານ.
ງານຄັ້ງນີ້ຈັດຂຶ້ນພາຍໃຕ້ຄໍາຂວັນ: “ສະບາຍດີ ສປ. ຈີນ” ໂດຍມີ 70 ປະເທດ ແລະ ພາກພື້ນນໍາເອົາສິນຄ້າມາຮ່ວມວາງສະ ແດງ, ໃນນີ້ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານຫນິງ ຮ່ວມກັບຫົວຫນ່ວຍທຸລະກິດຂອງລາວ ໄດ້ນໍາເອົາຜະລິດ ຕະພັນລາວຈໍານວນຫນຶ່ງເຂົ້າຮ່ວມວາງສະແດງດ້ວຍ. ຊຶ່ງນີ້ຖືເປັນເວທີສໍາຄັນເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວຮ່ວມກັນລະຫວ່າງຈີນກັບບັນດາປະເທດໃນທົ່ວໂລກ ເພາະເປັນໂອກາດໃຫ້ທັງພາກລັດ ແລະ ພາກເອກະຊົນ ກໍຄື ບັນດາຫົວຫນ່ວຍທຸລະກິດການທ່ອງທ່ຽວຈາກແຕ່ລະປະເທດໄດ້ແລກປ່ຽນຜະລິດຕະພັນການທ່ອງທ່ຽວ, ລວມເຖີງມີການປຶກສາຫາລື, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ, ພ້ອມທັງວາງແຜນພັດທະນາການທ່ອງທ່ຽວຮ່ວມກັນໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າໃນຕໍ່ຫນ້າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ພ້ອມ ກັນຟື້ນຟູອຸດສາຫະກໍາການທ່ອງທ່ຽວຂອງໂລກໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງໄດ້ຮັບຜົນກະທົບຢ່າງຫນັກຫນ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ພາຍໃນງານຄັ້ງນີ້ ໄດ້ຈັດແບ່ງອອກເປັນ 6 ເຂດໃຫຍ່, ມີເນື້ອ ທີ່ລວມທັງໝົດ 90.000 ຕາແມັດ. ຖືເປັນງານວາງສະແດງສິນ ຄ້າການທ່ອງທ່ຽວລະດັບສາກົນໃຫຍ່ທີ່ສຸດໃນຂົງເຂດອາຊີ. ສະເພາະປີນີ້ຈັດຂຶ້ນພໍດີກັບໂອກາດຂອງການສະເຫລີມສະຫລອງຄົບຮອບ 10 ປີ ຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ.ຈີນ ຊຶ່ງເປັນຂໍ້ລິເລີ່ມທີ່ນໍາເອົາຜົນປະ ໂຫຍດຕົວຈິງຫລາຍດ້ານມາໃຫ້ແກ່ບັນດາປະເທດທີ່ເຂົ້າຮ່ວມໂຄງການດັ່ງ ກ່າວ, ໃນນັ້ນລວມທັງຂົງເຂດການທ່ອງທ່ຽວ.
ການວາງສະແດງສິນຄ້າການທ່ອງທ່ຽວສາກຄົນຈີນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 24 ຊຶ່ງຈະດໍາເນີນໄປຮອດວັນທີ 19 ພະຈິກ 2023 ຈິ່ງຈະສໍາເລັດ. ນອກຈາກການວາງສະແດງສິນຄ້າການທ່ອງທ່ຽວ ແລ້ວຍັງຈະມີຫລາຍກິດຈະກໍາສໍາຄັນ, ໃນນັ້ນ ລວມເຖີງຈະມີກອງປະຊຸມສໍາມະນາເພື່ອສົ່ງເສີມການລົງທຶນດ້ານການທ່ອງທ່ຽວຈີນ-ອາຊຽນ ຊຶ່ງ ທ່ານ ໂພສີ ແກ້ວມະນີວົງ ແລະ ຄະ ນະຈະເຂົ້າ ຮ່ວມ ພ້ອມທັງຈະນໍາສະເໜີໃຫ້ກອງປະຊຸມໄດ້ຮັບຮູ້ກ່ຽວກັບສະ ພາບການພັດທະນາການທ່ອງທ່ຽວຂອງ ສປປ ລາວ, ລວມເຖີງໂອກາດ ແລະ ເງື່ອນໄຂໃນການລົງທຶນດ້ານການທ່ອງທ່ຽວຢູ່ ສປປ ລາວ. ທັ້ງນີ້ ກໍເພື່ອດຶງດູດນັກລົງທຶນຕ່າງ ປະເທດເຂົ້າມາລົງທຶນໃນຂະແໜງການທ່ອງທ່ຽວຢູ່ລາວ, ລວມເຖີງເຊີນຊວນນັກທ່ອງທ່ຽວຈາກຈີນ ແລະ ນັກທ່ອງທ່ຽວສາກົນອື່ນໆ ມາທ່ອງທ່ຽວລາວໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໂອ ກາດປີທ່ອງ ທ່ຽວລາວ 2024 ທີ່ຈະມາເຖີງນີ້.
+4