ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ມັງກອນ 2022 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ພ້ອມຄະນະລົງຢ້ຽມຢາມ ແຫລ່ງທ່ອງທ່ຽວທຳມະຊາດ ນໍ້າຕົກຕາດເຍືອງ ເພື່ອກຽມພ້ອມເດີນທາງໄປຮັບລາງວັນອາ ຊຽນ ຢູ່ປະເທດກຳ ປູເຈຍ, ໃນນັ້ນ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ກໍໄດ້ລາງວັນແຫລ່ງ ທ່ອງທ່ຽວພັດທະນາດີເດັ່ນ ແບບປະຊາຊົນມີສ່ວນຮ່ວມ ຢືນຍົງອາຊຽນ.
ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ໄດ້ໃຫ້ຮູ້ວ່າ: ມື້ນີ້ຖືວ່າເປັນໂອກາດອັນດີທີ່ ທ່ານຮອງລັດຖະ ມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະທີ່ໄດ້ມາຢ້ຽມຢາມ, ມາຕິດຕາມຊຸກຍູ້ສົ່ງເສີມແຫລ່ງທ່ອງທ່ຽວພວກເຮົາ, ເຊິ່ງບັນດາກິດຈະກຳຕ່າງໆຂອງພວກເຮົາແມ່ນໄດ້ຮັບການຊຸກຍູ້ສົ່ງເສີມຈາກ ໂຄງການພັດທະນາພື້ນຖານໂຄງລ່າງສົ່ງເສີມການທ່ອງ ທ່ຽວ (ADB) ແລະ ການເລີ່ມຕົ້ນທີ່ກຽມຈະເປີດຮັບນັກທ່ອງທ່ຽວນີ້, ພວກເຮົາກໍໄດ້ຮັບການຊຸກຍູ້ສົ່ງ ເສີມຈາກກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ລວມທັງການປະ ດັບປະດາ, ອະນາໄມສະຖານທີ່, ຈຸດຊົມວິວ ແລະ ອື່ນໆ. ສ່ວນການກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ຢູ່ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງນີ້, ປັດຈຸບັນ ແມ່ນໄດ້ກຽມພ້ອມຫລາຍດ້ານຕາມທີ່ຄະນະສະເພາະກິດວາງອອກ ເຊັ່ນ: ພະນັກງານໄດ້ສັກວັກຊິນ, ມີຈຸດວັດແທກອຸນຫະພູມ, ເຈວລ້າງມື ແລະ ມາດຕະການອື່ນໆ.
ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ໄດ້ດຳເນີນກິດຈະການໃນຮູບແບບປະຊາຊົນມີສ່ວນຮ່ວມ ໂດຍໄດ້ຊຸກຍຸ້ສົ່ງເສີມປະຊາຊົນ ໃນເຂດແຫລ່ງທ່ອງທ່ຽວ ໂດຍສະເພາະປະຊາຊົນບ້ານຫລັກ 40 ແລະ ບ້ານອື່ນໆ ປູກພືດຜັກປອດສານພິດ ເພື່ອສະໜອງໃຫ້ແກ່ແຫລ່ງທ່ອງທ່ຽວ, ສົ່ງເສີມສິລະ ປະວັດທະນະທຳທີ່ເປັນເອກະລັກຂອງປະຊາຊົນ, ຊຸກຍູ້ດ້ານການສຶກສາແກ່ລູກຫລານປະຊາຊົນ, ສົ່ງເສີມລູກຫລານຜູ້ທີ່ມີພອນສະຫວັນ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳ ຕື່ມອີກ.
ໃນວັນດຽວກັນ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ກໍໄດ້ເດີນທາງມາຢ້ຽມຢາມແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເນື່ອງໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ເຊັ່ນດຽວກັນ.