ໃນວັນທີ 21 ກັນຍາ 2021, ຢູ່ຫ້ອງປະຊຸມຊັ້ນ I ກອງບັນຊາການ ປກສ ນວ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ລົງຊຸກຍູ້ວຽກງານ ແກ້ໄຂສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງບັນຊາການ ປກສ ນະ ຄອນຄອນຫຼວງວຽງຈັນ, ມີ ພັນເອກ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາ ການ ປກສ ນວ ແລະ ພາກສ່ວນກ່ຽວ ຂ້ອງ 13 ສະຫາຍເຂົ້າຮ່ວມ.
ໃນພິທີ ພັນເອກ ສຸກພະຈັນ ບຸດດາຄໍາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ, ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ສຸມໃສ່ 12 ວຽກດັ່ງນີ້:
1. ວຽກງານໂຄສະນາປະຊາສຳພັນຕາມຈຸດຕ່າງໆ ແລະ ອອກຂ່າວຊ່ອງທາງເຟັສບຸກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
2. ວຽກງານກຳແໜ້ນສະພາບການ ແລະ ການແກ້ໄຂການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍຂອງກຸ່ມຄົນບໍ່ດີ.
3. ວຽກງານຄຸ້ມຄອງດ່ານ ແລະ ຄຸ້ມຄອງປ້ອງກັນຊາຍແດນ.
4. ວຽກງານຕັ້ງດ່ານກວດກາຕາມຖະໜົນປະຕູເຂົ້າ-ອອກ ນະຄອນຫຼວງວຽງຈັນ ມີທັງໝົດ 8 ຈຸດ, ມີກໍາລັງ 99 ສະຫາຍ.
5. ວຽກງານຕັ້ງຈຸດກວດກາພາຍໃນ ນະຄອນຫຼວງວຽງຈັນ.
6. ວຽກງານດຳເນີນການສືບສວນ-ສອບສວນ ແລະ ສືບຄົ້ນຫາບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ແຜ່ເຊື້ອ.
7. ວຽກງານຄວບຄຸມປ້ອງກັນສະຖານທີ່ກັກກັນ ແລະ ຄັດກອງຈຸດສັກວັກຊິນຕ່າາງໆ.
8. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກວດກາ ແລະ ຄວບຄຸມ ບັນດາຫົວໜ່ວຍທຸລະກິດ.
9. ວຽກງານສະກັດກັ້ນ-ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
10. ວຽກງານຮັກສາຄວາມປອດໄພຢູ່ຄ້າຍຄຸມຂັງ-ດັດສ້າງ ຄຸມຂັງຊົ່ວຄາວ ແລະ ສູນປິ່ນປົວຜູ້ຕິດຢາເສບຕິດ.
11. ວຽກງານຕິດຕາມຄຸ້ມຄອງກຳລັງ, ກຽມພ້ອມດ້ານກຳລັງ ແລະ ສະຖານທີ່ກັກກັນ, ປີ່ນປົວ ແລະ ຊ່ວຍເຫຼືອຄົນເຈັບ.
12. ວຽກງານປະຈຳການ: ຈັດຕັ້ງກຳລັງເຂົ້າປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ກະກຽມພາຫະນະ ພ້ອມຂົນຍ້າຍແຮງງານເຂົ້າສູນກັກກັນ ແລະ ຊ່ວຍເຫຼືອຄົນເຈັບ.
ໃນຕອນທ້າຍ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ມອບເງິນຊຸກຍູ້ວຽກ ງານປ້ອງກັນໃນໄລຍະປິດເມືອງ ໃຫ້ ປກສ ນວ ຕາງໜ້າຮັບໂດຍ ພັນເອກ ສຸກພະຈັນບຸດດາຄຳຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະ ພ້ອມນີ້ທ່ານ ຮອງລັດຖະມົນຕີ ປກສ ກໍ່ໃຫ້ກຽດໂອ້ລົມ, ເນັ້ນໃຫ້ ຄະນະພັກ-ຄະນະນຳ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສຸມໃສ່ບັນດາໜ້າວຽກທີ່ສຳຄັນຄື: 1. ຍົກສູງວຽກງານໂຄສະນາ ການສະໜອງອຸປະກອນຮັບໃຊ້ນຳເອົາບັນດາແຈ້ງການ, ຄໍາສັ່ງເລກທີ 16/ ຈນວ ໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ຜູ້ໃຊ້ລົດ-ໃຊ້ຖະໜົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເນື້ອໃນຂອງຄຳສັ່ງໄປໃນທາງລວງດຽວກັນ ແລະ ພ້ອມກັນຈັດຕັ້ງປະຕິບັດເຂັ້ມງວດ 2. ສືບຕໍ່ເອົາໃຈໃສ່ກຳສະພາບກຸ່ມຄົນບໍ່ຫວັງດີ ທີ່ເຄື່ອນໄຫວໃສ່ຮ້າຍປ້າຍສີ, ບິດເບືອນຄວາມເປັນຈິງ ຕໍ່ການປະຕິບັດໜ້າທີ່ຂອງກຳລັງແລະ ເຈົ້າໜ້າທີ່ກ່ຽວຂ້ອງ. 3 ເອົາໃຈໃສ່ໃນການຄຸ້ມຄອງຊາຍແດນ ຕິດຈອດກັບປະເທດເພື່ອນບ້ານ ກວດກາການເຂົ້າ-ອອກ ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ 4. ຕໍ່ກັບບັນດາກຸ່ມຄົນທີ່ລະເມີດຕໍ່ຄໍາສັ່ງ, ແຈ້ງການຂອງເທິງວາງອອກ ແມ່ນໃຫ້ຖືເອົາການສຶກສາອົບຮົມໄປຄຽງຄູ່ກັບການນໍາໃຊ້ມາດຕະການປັບໃໝ 6. ຊອກໃຫ້ເຫັນສາເຫດຂອງການແຜ່ລະບາດຄັ້ງໃໝ່ ເພື່ອກຳນົດບັນດາມາດຕະການແກ້ໄຂ ໃຫ້ທ່ວງທັນກັບສະພາບການ 7. ສືບຕໍ່ປະສານສົມທົບກັບກົມໃຫ່ຍຕໍາຫຼວດ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ການລັກຊັບ, ການຊິງຊັບຂອງພົນລະເມືອງ, ແກ້ໄຂບັນຫາການຊື້-ຂາຍຢາເສບຕິດ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ.
