ວັນທີ 9 ພະຈິກ 2021 ນີ້, ສະຫາຍ ພັນເອກ ບຸນໄທ ຄໍາມະນີວົງ ຮອງຫົວຫນ້າກົມປືນໃຫຍ່ໜ້າດິນ ກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມການຫັດແອບຊ້ອມຮົບ 3 ຂັ້ນຝ່າຍດຽວ (ກໍາປັ້ນເຫຼັກ 02) ຂອງກອງພັນໃຫຍ່ 11 ເພື່ອຊຸກຍູ້ໃຫ້ຜົນການຫັດແອບຄັ້ງນີ້ໄດ້ຮັບຜົນສູງ. ໃນການລົງຢ້ຽມຢາມໃນຄັ້ງນີ້, ສະຫາຍຮອງຫົວຫນ້າກົມ ກ່າວຕໍ່ກອງຮ້ອຍປືນໃຫຍ່ຫນ້າດີນທີ່ຂື້ນກັບ ກອງພັນໃຫຍ່ 11 ວ່າ: ການນໍາໃຊ້ປືນໃຫຍ່ຫນ້າດີນ ເພື່ອປະສານງານກັບຮູບແຖວທະຫານຮາບນັ້ນ, ຜູ້ບັນຊາຕ້ອງກໍາແຫນ້ນການຄິດໄລ່ໄລຍະຍິງໃຫ້ຊັດເຈນ ເພື່ອຫຼີກລ່ຽງຄວາມສ່ຽງທີ່ເກີດຂື້ນ ດັ່ງນັ້ນ, ພາກສ່ວນຮັບຜິດຊອບຕ້ອງຍົກສູງຄວາມສາມາດ ແລະ ບໍ່ຄວນຖືເບົາ, ເຊິ່ງທ່ານເອງຫວັງວ່າການຫັດແອບຊ້ອມຮົບຄັ້ງນີ້ມີປະສິດທີຜົນສູງ. ຂ່າວຍັງໃຫ້ຮູ້ອີກວ່າ ເພື່ອເຮັດໃຫ້ການຫັດແອບຊ້ອມຮົບປະສານສຽງແຕກ 3 ຂັ້ນຝ່າຍດຽວຂອງ ກອງພັນໃຫຍ່ 11 ປະຈໍາປີ 2021 ໄດ້ຮັບໝາກຜົນສູງ, ຕອນແລງຂອງວັນດຽວກັນ, ຄະນະນໍາກອງພັນໃຫຍ່ 11 ໄດ້ຈັດຕັ້ງໃຫ້ແຕ່ລະກອງພັນ, ກອງຮ້ອຍເອກະລາດ ແລະ ໝວດທີ່ຂື້ນກັບ ໄດ້ຫັດແອບການລາຍງານແຜນການສູ້ຮົບຂອງຕົນ ທັງນີ້ກໍເພື່ອເຮັດໃຫ້ການຊ້ອມຮົບຄັ້ງນີ້ມີປະສິດທິຜົນສູງ, ຄະນະນໍາກອງພັນ ໄດ້ປະຕິບັດບັນດາບາດກ້າວການຫັດແອບ ໃຫ້ເໝືອນກັບການສູ້ຮົບຕົວຈິງ. ດັ່ງນັ້ນ ເມື່ອເຄື່ອນທັບມາຮອດເຂດເຕົ້າຮົມປິດລັບ, ໄດ້ຈັດຕັ້ງໃຫ້ແຕ່ລະພາກສ່ວນຫັດແອບສືບສະຫນາມ, ສ້າງແຜນການສູ້ຮົບ ແລະ ລາຍງານແຜນການສູ້ຮົບໃຫ້ຫົວຫນ້າກອງພັນໃຫຍ່, ຫຼັງຈາກນັ້ນ ຄະນະນໍາຈຶ່ງໃຫ້ທິດຊີ້ນໍາເພີ່ມເຕີມ ເພື່ອໃຫ້ແຜນການສົມບູນແບບຕາມຄາດໝາຍທີ່ວາງໄວ້.
