ວັນທີ 23 ກໍລະກົດ 2021 , ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ທັງເປັນຫົວໜ້າຊີ້ນຳການແຂ່ງຂັນ ລົງຊີ້ນຳຕິດຕາມ ທິມນັກກິລາ ເຫຼົ່າຮົບຊ່າງແສງ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588 ເພຶ່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາການທະຫານສານາໆຊາດ ( ARMY GAMES 2021 ) ຢູ່ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າພະແນກ ອົບຮົມ-ສູ້ຮົບ ຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານຊ່າງແສງ(ARMYGAMES 2021) ເຊີ່ງຈະໄດ້ຈັດຂື້ນທີ່ ສ.ຣັດເຊຍໃນຄັ້ງນີ້. ເພື່ອເປັນກະກຽມຄວາມພ້ອມຮອບດ້ານຂອງທິມນັກກິລາແຕ່ລະສະຫາຍໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ ເຊັ່ນ : ພາກສ່ວນເຕັກນິກ ແລະ ພາກສ່ວນກວດກູ້ມີນ ພາຍຫຼັງໄດ້ຜ່ານການອົບຮົມ ພາກທິດສະດີ ແລະ ພາກປະຕິບັດຕົວຈິງເປັນເວລາ 01 ເດືອນ ຜ່ານມາ.
ການເຂົ້າຮ່ວມແຂ່ງຂັນກິລາການທະຫານ(ARMYGAMES2021)ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ ຈະເຂົ້າຮ່ວມ ແຂ່ງຂັນປະເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດໄພ) ແລະໄດ້ປະກອບມີ 02 ພາກສ່ວນຄື: ພາກສ່ວນພາຫະພາເຕັກນິກ ແລະ ພາກສ່ວນ ເກັບກູ້ມີນ , ພາກສ່ວນເຕັກນິກ ປະກອບມີ 01 ຈຸ ປະກອບມີ ຈຳນວນພົນ 12 ສະຫາຍ, ຫະນະທີ່ນຳເຂົ້າມາຝຶກອົບຮົມໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ.ມີໜ້າທີ່ ຮັບປະກັນ ກ່າຍຂົວຂ້າມຜ່ານແມ່ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ ,ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ ທຳລາຍສີ່ງກີດຂວາງ , ກວດກູ້ມີນ ຕາມເສັນທາງເຄື່ອນທັບ ແລະຮັບປະກັນຄວາມປອດໄພໃຫ້ແກ່ ບັນດາພາຫະນະຕ່າງໆ.
ໃນໂອກາດນີ້ ພາຍຫລັງ​ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ​ໄດ້ຮັບຊົມການຝຶກຊ້ອມ ກໍ່ໄດ້ມີຄຳເຫັນເນັນໜັກທາງດ້ານວິຊາການແຕ່ລະສະຫາຍໃຫ້ເອົາໃຈໃສ່ຕື່ມທາງດ້ານເນື້ອໃນການຈັດຕັ້ງປະຕິບັດ ຕ້ອງເປັນເອກະພາບກັນຢ່າງໜັກແໜ້ນ ແລະ ການປະສານສົມທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ຕ້ອງໄດ້ສຶບຕໍ່ອົບຮົມ – ຫັດແອບຕາມແຜນການທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດໄພ100% ພ້ອມກັນນີ້ກໍ່ຕ້ອງໄດ້ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜ້າເຂົ້າໃນການຝຶກຊ້ອມ ກໍ່ຄືໃນໄລຍະເຂົ້າໃນການແຂ່ງຂັນໃນຄັ້ງນີ້ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.
ໂດຍ: ເກນ ວິໄລສານ
May be an image of outdoors
May be an image of outdoors
May be an image of 1 person, standing and outdoors
Loading...