ວັນທີ 16 ມີນາ 2022, ສະຫາຍ ຈັນທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນ ສະມາຄົມມິດຕະພາບຫວຽດນາມລາວ ແຂວງຖາຍຫງວຽນ, ນຳໂດຍ ສະຫາຍ ຫງວຽນ ຢ໊ວນ ກິ່ງ, ຄະນະປະຈຳ ສູນກາງ ສະມາຄົມມິດຕະພາບຫວຽດນາມ-ລາວ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍຫງວຽນ.
ໃນການຕ້ອນຮັບ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍຫງວຽນ ໄດ້ລາຍງານ ສະພາບລວມ ແລະ ການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ໂດຍສະເພາະ ແມ່ນ ແຜນການກະກຽມໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ (05/09/1962-05/09/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ (18/07/1977-18/07/2022).
ໂອກາດນີ້, ສະຫາຍ ຈັນທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖາຍຫງວຽນ ທີ່ໄດ້ເອົາໃຈໃສ່ໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ບັນດາແຂວງຂອງລາວ ແລະ ຈັດຕັ້ງການເຄື່ອນໄຫວຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບ ທີ່ມີການ ລະບາດ ຂອງເຊື້ອພະຍາດໂຄວິດ-19, ໂດຍສະເພາະແມ່ນການເຄື່ອນໄຫວຮ່ວມກັບນັກສຶກສາລາວທີ່ກຳລັງສຶກສາຢູ່ແຂວງຖາຍຫງວຽນ. ພິເສດ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍຫງວຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາກ່ຽວກັບການຍົກສູງຄຸນນະພາບໃນການສິດສອນ ແລະ ຄຸ້ມຄອງນັກສຶກສາລາວ ຢູ່ແຂວງຖາຍຫງວຽນ ຄັ້ງທີ 2 ປີ 2021.
ນອກຈາກນັ້ນ, ສະຫາຍ ຈັນທະພອນ ຄຳມະນີຈັນ ຍັງໄດ້ຢືນຢັນວ່າ: ສະຖານທູດລາວ ພ້ອມທີ່ຈະເປັນຂົວຕໍ່ ປະສານງານໃນການຮ່ວມກັບສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍຫງວຽນ ໃນການພົວພັນຮ່ວມມືກັບບັນດາແຂວງຂອງລາວ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ໃຫ້ນັບມື້ນັບມີປະສິດທິຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ຂ່າວ,ພາບ: ໂອລຳ
Loading...