ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 16 – 17 ກັນຍາ 2021 ນີ້ ທ່ານ ບຸນພະລັງ ວິໄລສັກ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ປາກລາຍ ຜູ້ຊີ້ນໍາວຽກງານຂົງເຂດວັດຖະນະທໍາ – ສັງຄົມ ພ້ອມດ້ວຍຄະນະ ແລະ ພະນັກງານຫ້ອງ ການສຶກສາທິການ ແລະ ກິລາເມືອງ ລົງຕິດຕາມການ ແລະ ຊຸກຍູ້ການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2021-2022 ຢູ່ເຂດບວມບານ-ເມືອງວາ ແລະ ເຂດເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ ມີອໍານາດການປົກຄອງບ້ານ, ປະທານສະ ມາຄົມພໍ່ແມ່ນັກຮຽນ, ຜູ້ອໍາການໂຮງ ຮຽນ, ປະທານກຸ່ມໂຮງຮຽນ ເຂົ້າຮ່ວມ ໃນການລົງຕິດຕາມການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2021-2022 ໃນຄັ້ງນີ້ ທ່ານຮອງເຈົ້າເມືອງ ປາກລາຍແມ່ນໄດ້ຮັບຟັງການລາຍງານຈາກຄະນະອໍານວຍການໂຮງຮຽນ ປະຖົມ, ມັດທະຍົມຈໍານວນ 19 ແຫ່ງ ໃນນີ້ປະຖົມ 12 ແຫ່ງ, ມັດທະ ຍົມສຶກສາຕອນຕົ້ນ 2 ແຫ່ງ, ມັດທະຍົມສຶກສາສົມບູນ 2 ແຫ່ງ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ,ຂໍ້ຫຸ້ຍງຍາກ ຍ້ອນມີອໍານາດການປົກຄອງບ້ານ ປະທານສະມາຄົມພໍ່ແມ່ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເດັກໄດ້ມີສວ່ນໃນການປຸກລະດົມໃນກຸ່ມເປົ້າ ໝາຍຢູ່ແຕ່ລະບ້ານນໍາເອົາລູກຫຼານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນມາສຶກສາຮໍ່າຮຽນຖືວ່າເຮັດໄດ້ດີ ຂໍ້ຫຍຸ້ງຍາກມີປະຊາຊົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ວຽກງານການສຶກສາ ບວກກັບຊີວິດການເປັນຢູ່ຂອງຄອບຄົວກໍ່ຍັງຂາດໆ ເຂີນໆ ຈຶ່ງມີຜົນສະທ້ອນຕໍ່ລູກຫຼານທີ່ມາສຶກສາຮໍ່າຮຽນ
ຕອນທ້າຍ ທ່ານ ບຸນພະລັງ ວິໄລສັກ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ປາກລາຍ ຜູ້ຊີ້ນໍາວຽກງານຂົງເຂດວັດຖະນະທໍາ – ສັງຄົມ ໄດ້ເນັ້ນໜັກໃຫ້ທາງຄະນະອໍານວຍການໂຮງຮຽນແຫ່ງຕ່າງໆຕ້ອງໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະໃນການສຶກສາອົບຮົມ ແລະ ການລົງໃກ້ຊິດຕິດແພດກັບອໍານາດການປົກຄອງບ້ານ, ປະທານສະມາຄົມພໍ່ແມ່ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເດັກໃຫ້ຫຼາຍຂຶ້ນເພື່ອຊອກຫາສາເຫດ ແລະ ວິທີແກ້ໄຂປະກົດການຫຍໍ່ທໍ້ໃນຖັນແຖວຄູ-ອາຈານ ແລະ ນ້ອງນັກຮຽນ ການປະລະການຮຽນຈໍານວນໜຶ່ງ ນອກຈາກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງເອົາໃຈໃສ່ສຶບຕໍ່ລົງສົມພົບມກັບອໍານາດການປົກ ຄອງບ້ານ ປະທານສະມາຄົມພໍ່ແມ່ນັກຮຽນກໍ່ຄືຄະນະອໍານວຍການໂຮງຮຽນຢູ່ເຂດທີ່ມີນັກຮຽນປະລະໃຫ້ກັບມາເຂົ້າຮຽນຈົບການສຶກສາພາກບັງຄັບ ແລະ ສິ່ງສໍາຄັນຄືເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ -19 ໃຫ້ເຂັ້ມງວດ.