ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 24 ພະຈິກ 2021 ນີ້, ຢູ່ຫ້ອງປະຊຸມ ບ້ານ ຕາກແດດ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ການສະກັດກັນ, ຄວບຄຸມ ແລະ ເເກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂຶ້ນ, ໂດຍການເປັນປະທານຂອງທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງ ຮອງປະທານຄະນະສະເພາະກິດຂັ້ນເມືອງ, ມີຄະນະສະເພາະກິດຂັ້ນເມືອງ, ຄະນະສະເພາະກິດຊັ້ນບ້ານ, ນາຍບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວັນສີ ວົງສັກດີ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງໄດ້ອະທິບາຍກ່ຽວກັບຂໍ້ກຳນົດບາງມາດຕະການຂອງການແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງເພື່ອເຮັດໃຫ້ທາງຄະນະສະເພາະກິດຂັ້ນບ້ານໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບັນດາຂໍ້ກໍານົດກົດລະບຽບຕ່າງໆ ເຊັ່ນ ການຈຳກັດບໍລິເວນ, ການເຄື່ອນໄຫວຂອງກຸ່ມສ່ຽງຢູ່ໃນສູນກັກກັນ, ການເຄື່ອນໄຫວຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ມາດຕະການຂອງຜູ້ທີ່ຕິດເຊື້ອຢູ່ໂຮງໝໍພາກສະໝາມ, ເພື່ອພ້ອມກັນຈັດຕັ້ງປະຕິດບັດໃຫ້ໄປຕາມຂໍ້ກຳນົດ, ກົດລະບຽບທີ່ທາງຄະນະສະເພາະກິດວາງອອກ, ນອກນີ້ປະທານກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາບ້ານ ແລະ ແຂກເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດການຄວບຄຸມ, ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພາຍໃນບ້ານໃນໄລຍະຜ່ານມາ ,ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ ຮອງຄະນະສະເພາະກິດຂັ້ນເມືອງ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍມາຍັງອຳນາດການປົກຄອງບ້ານທຸກພາກສ່ວນ ແລະ ບັນດາຄະນະສະເພາະກິດຂັ້ນບ້ານທີ່ພ້ອມກັນຈັດຕັ້ງການເຝົ້າລະວັງໃນການປະຕິບັດບັນດາຂໍ້ດຳນົດກົດລະບຽບ ແລະ ນິຕິກໍາຕ່າງໆທີ່ຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ, ມີຜົນສຳເລັດ ແລະ ທ່ານຍັງໄດ້ກ່າວອີກວ່າເມືອງປາກລາຍເປັນເມືອງໜຶ່ງທີ່ເປັນທາງຜ່ານລະຫວ່າງເມືອງຕໍ່ເມືອງ ແລະ ມີຊາຍແດນຕິດກັບບັນດາແຂວງອື່ນທີ່ມີຄວາມສ່ຽງ, ສະນັ້ນທ່ານຈື່ງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງເອົາໃຈໃສ່ໃນການເຝົ້າລະວັງຕິດຕາມ ແລະ ປ້ອງກັນເຊື້ອພະຍາດດັ່ງກ່າວພ້ອມກັນເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດທີ່ທາງຄະນະສະເພາະກິດວາງອອກທ່ານ ຍັງໄດ້ໃຫ້ກຳລັງໃຈ ແລະ ປຸກລະດົມ ທຸກພາກສ່ວນ ໃຫ້ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໄປຄຽງຄູ່ກັບການດູຮັກສາສຸຂະພາບ ໃຫ້ມີຄວາມແຂງແຮງ, ປອດຈາກເຊື້ອພະຍາດ, ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກໃນຄັ້ງນີ້ ໃຫ້ໄດ້ດ້ວຍດີ, ທຸກພາກສ່ວນ ຕ້ອງໃຫ້ການຮ່ວມມື, ເປັນກຳລັງໃຈ, ຊຸກຍູ້ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດລວມຂອງຊາດ ກໍ່ຄືຜົນສຳເລັດຂອງພວກເຮົາໝົດທຸກຄົນ ແລະ ຈົ່ງລະວັງບັນດາຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ, ຮຽກຮ້ອງມາຍັງອົງການຈັດຕັ້ງບ້ານ, ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ເລື່ອງບັນຫາຢາເສບຕິດຢູ່ພາຍໃນບ້ານ ເພື່ອບໍ່ໃຫ້ປະກົດການຫໍ້ຍທໍ້ໃນສັງຄົມເພີ່ມຂຶ້ນຢູ່ພາຍໃນບ້ານຂອງຕົນ.
ຂ່າວ-ພາບ: ຕົ້ນ ສອນເພັດ