ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 7 ມີນາ 2022 ນີ້ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ຫົວໜ້າຄະນະສະເພາະກິດປ້ອງກັນໂຄວິດ-19 ຂັ້ນເມືອງ, ພ້ອມດ້ວຍທ່ານ ພູວຽງ ຜິ່ນຄໍາຜີວ ຫົວໜ້າຫ້ອງການສາທາລະນະສຸກເມືອງລະຄອນເພັງ ໄດ້ລົງຊຸກຍູ້ ແລະຕິດຕາມ ການຈັດຕັ້ງປະຕິບັດຂະບວນການ ວສຊ ໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ກຸ່ມເປົ້າໝາຍ 6 ປີຂຶ້ນໄປ ຢູ່ 3 ຈຸດຂອງເມືອງຄື: ຈຸດໂຮງຮຽນປະຖົມນາດູ່ໃໝ່, ຈຸດໂຮງຮຽນປະຖົມພູດາວແຈ້ງນ້ອຍ ແລະຈຸດບ້ານເຕົາຖ່ານ ເຊິ່ງໃນ 3 ຈຸດມີກຸ່ມເປົ້າໝາຍມາຮັບວັກຊີນປ້ອງກັນໂຄວິດ ເຂັມ1, ເຂັມ2 ແລະເຂັມ3 ທັງໝົດ 290 ຄົນ (ເຂັມ1 ຈໍານວນ 205 ຄົນ, ເຂັມ2 ຈໍານວນ 6 ຄົນ ແລະເຂັມ3 ຈໍານວນ 59 ຄົນ).ສໍາລັບການຈັດຕັ້ງປະຕິບັດຂະບວນການ ວສຊ ໃຫ້ວັກຊີນປ້ອງໂຄວິດ-19 ປະຈໍາວັນທີ 7 ມີນາ 2022 ທົ່ວເມືອງ ມີ 11 ຈຸດ, ມີຜູ້ມາຮັບວັກຊີນທັງໝົດ 1.040 ຄົນ (ເຂັມ1 ຈໍານວນ 645 ຄົນ, ເຂັມ2 ຈໍານວນ 29 ຄົນ ແລະເຂັມ3 ຈໍານວນ 366 ຄົນ) ສ່ວນຕົວເລກສະສົມ ມາຮອດວັນທີ 7 ມີນາ 2022 ທົ່ວເມືອງລະຄອນເພັງ ມີຜູ້ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ເຂັມ1 ຈໍານວນ 33.630 ຄົນ, ເທົ່າກັບ 62,46% ຂອງປະຊາກອນ; ເຂັມ2 ຈໍານວນ 29.149 ຄົນ, ເທົ່າກັບ54,14% ຂອງປະຊາກອນ ແລະເຂັມ3 ຈໍານວນ 8.047 ຄົນ ເທົ່ກັບ 14,94% ຂອງປະຊາກອນທົ່ວເມືອງ.
ໃນໂອກາດລົງຊຸກຍູ້ຕິດຕາມ ທ່ານຮອງເຈົ້າເມືອງລະຄອນເພັງ ໄດ້ເນັ້ນໃຫ້ພະນັກງານແພດໝໍຍົກສູງຄວາມຮັບຜິດຊອບ, ເຮັດໜ້າທີ່ດ້ວຍຄວາມອົດທົນ, ມີການປະສານສົມທົບກັບການຈັດຕັ້ງ ແລະພາກສ່ວນກ່ຽວ ຂ້ອງ ເພື່ອໃຫ້ກຸ່ມເປົ້າໝາຍທຸກຄົນໄດ້ຮັບວັກຊີນປ້ອງກັນໂຄວິດ-19 ແລະພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໃຫ້ການຈັດຕັ້ງບ້ານ, ໂຮງຮຽນ ແລະພໍ່ແມ່ຜູ້ປົກເດັກ ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະເປັນເຈົ້າການນໍາພາລູກຫຼານມາຮັບວັກຊີນປ້ອງກັນໂຄວິດ-19 ໃຫ້ຄົບຖ້ວນ ເພື່ອສ້າງພູມຄຸ້ມກັນ ແລະກະຕຸ້ນພູມຄຸ້ມກັນ ຂອງຮ່າງກາຍໃຫ້ສາມາດຕ້ານທານກັບພະຍາດໂຄວິດ-19 ຮອງຮັບໃຫ້ແກ່ການເປີດປະເທດ.