ວັນທີ 28 ມີນາ 2022 ນີ້ີ່່ ທີ່ໂຮງໝໍນ້ອຍປາກຕາພານທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັັງ ຫົວໜ້າຄະນະສະເພາະກິດປ້ອງກັນໂຄວິດ19 ຂັ້ນເມືອງ ໄດ້ເຄື່ອນໄຫວຊຸກຍູ້ຕິດຕາມການສັກຢາວັກຊິນປ້ອງກັນໂຄວິດ19 ເຂັມທີ 3 ເພື່ອກະຕຸ້ນພູມຄຸ້ມກັນ ໃຫ້ນັກຮຽນ ໂຮງຮຽນມສປາກຕາພານ ມີທ່ານ ພູວຽງ ຜິ່ນຄໍາຜິວ ຫົວໜ້າຫ້ອງການສາທາລະນະສູກເມືອງ, ທ່ານ ອຈ ໄພທູນ ໂສຜະສາດ ຫົວໂຮງຮຽນມສປາກຕາພານ, ທ່ານຫົວໜ້າໂຮງໝໍນ້ອຍປາກຕາພານ, ພະນັກງານແພດໝໍ, ຄູ ແລະນັກຮຽນ ມສປາກຕາພານເຂົ້າຮ່ວມ.

ນັກຮຽນທີ່ມາຮັບການສັກວັກຊິນເຂັມກະຕຸ້ນໃນຄັ້ງນີ້ແມ່ນມີອາຍຸລະຫວ່າງ 12-17 ປີ ຈໍານວນ 203 ນ້ອງ,ຍິ່ງ 112 ນ້ອງ ໂດຍວັກຊິນທີ່ສັກເປັນເຂັມກະຕຸ້ນແມ່ນວັກຊິນໄຟເຊີ້.

ໃນໂອກາດເຄື່ອນໄຫວຊຸກຍູ້ຄັ້ງນີ້ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງຫົວໜ້າຄະນະສະ ເພາະກິດຂັ້ນເມືອງ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ ຂອງການຈັດຕັ້ງ ແລະຄວາມເປັນເຈົ້າການຂອງນັກຮຽນ ໃນການມາຮັບວັກຊິນເຂັມ 3 ເພື່ອກະຕຸ້ນພູມຄຸ້ມກັນ ຂອງຮ່າງກາຍຢ່າງພ້ອມພຽງ ແລະໃນໂອກາດດຽວກັນທ່ານຍັງໄດ້ຮຽກຮ້ອງ ແລະເຊີນຂວັນມາບັງຊາວເມືອງລະຄອນເພັັງ ໃຫ້ໄປສັກວັກຊິນປ້ອງກັນໂຄວິດ19 ເຂັມ, ເຂັມ2 ແລະເຂັມກະຕຸ້ນ(ເຂັມ3 ແລະເຂັມ4) ເພາະມີພຽງການສັກວັກຊິນປ້ອງກັນໂຄວິດ19 ສ້າງພູມຄຸ້ມກັນ ແລະກະຕຸ້ນພູມຄຸ້ມກັນ ໃຫ້ຮ່າງກາຍ ເປັນວິທີດຽວເທົ່ານັ້ນທີ່ສາມາດປ້ອງກັນພະຍາດໂຄວິດ19 ໄດ້ຜົນດີທີ່ສຸດ.

Cr: ສື່ມວນຊົນລະຄອນເພັງ