ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ພະຈິກ 2021, ທ່ານ ຄໍາຝັ້ນ ວົງສະຫັວນ ຮອງເຈົ້າເມືອງໆປາກລາຍ,ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເງີນຊູກຍູ້ໃຫ້ອ້າຍນ້ອງພະນັກງານແພດ,ໝໍ,ທະຫານ,ຕຳຫລວດ,ທີ່ປະຕິບັດໜ້າທີ່ສູນກັກກັນເຊື້ອພະຍາດໂຄວິດ-19 ຂອງເມືອງປາກລາຍ ແຂວງໄຊຍະບູລີ ຈຳນວນ 4 ສູນ, ສູນລະ1.000.000ລ້ານກີບ,ເງີນທີນຳມາມອບໃນຄັ້ງນີ້ແມ່ນໄດ້ມາຈາກການລະດົມປະກອບສ່ວນຈາກພາກສ່ວນຜູ້ປະກອບການ,ນັກທຸລະກິດພາຍໃນເມືອງປາກລາຍ.
ໂອກາດນີ້, ຜູ້ຮັບຜິດຊອບແຕ່ລະສູນໄດ້ລາຍງານສະພາບການກັກຕົວຜູ້ທີ່ເດີນທາງມາຈາກບ່ອນທີ່ມີ່ການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າມາກັກຕົວ14 ວັນເພື່ອຕິດຕາມອາການ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ຢູ່ ທີ່ສູນກັກກັນສໍາລັບຂໍ້ຫຍຸ້ງຍາກຢູ່ໃນສູນກັກກັນ ແມ່ນງົບປະມານ ແລະ ອຸປະກອນຮັບໃຊ້ຍັງບໍ່ທັນພຽງພໍໂດຍສະເພາະການກິນຢູ່ຂອງອ້າຍນ້ອງ, ພະນັກງານແພດ ໜໍທີ່ມາປະຈໍາຢູ່ສູນຍັງບໍ່ພຽງພໍ.
ໂອກາດດຽວກັນ, ທ່ານຄໍາຝັ້ນ ວົງສະຫັວນ ຮອງເຈົ້າເມືອງໆປາກລາຍ,ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າໜ້າທີ່, ພະນັກງານແພດ-ໝໍ, ທະ ຫານ,ຕຳຫລວດທີ່ໄດ້ສຸມສະຕິປັນຍາ ເຫື່ອແຮງ ເອົາໃຈໃສ່ຕິດຕາມພາກສ່ວນທີ່ມາກັກຕົວຫາເຊື້ອພະຍາດໂຄວິດ 19 ພ້ອມທັງໄດ້ຮຽກຮ້ອງໃຫ້ ສືບຕໍ່ເອົາໃຈໃສ່ຕິດຕາມການເຂົ້າ-ອອກຢູ່ໃນສູນ ດ້ວຍຄວາມຮັບຜິດຊອບສູງ.
ນອກຈາກນີ້ ທ່ານໄດ້ເນັ້ນໜັກໃຫ້ ຜູ້ທີ່ອອກຈາກສູນກັກກັນຄັ້ງນີ້ ຕ້ອງໄດ້ສືບຕໍ່ກັກຕົນເອງຢູ່ເຮືອນຈົນຄົບ 7 ວັນ ຈຶ່ງສາມາດພົວພັນກັບສັງຄົມໄດ້, ຕ້ອງປະຕິບັດຕາມມາດຕະ ການຕ່າງໆທີ່ແພດໝໍແນະນຳ ໃນເມື່ອກັບສູ່ສັງຄົມແລ້ວ ກໍຕ້ອງໄດ້ປະຕິບັດມາດຕະການປ້ອງກັນຕົນເອງ ດ້ວຍຄວາມຮັບຜິດຊອບສູງ.
ຂ່າວ:ດາວປະດິດ-ພາບຖ່າຍ: ຕົ້ນ ສອນເພັດ.