ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດຕ້ອນຮັບ ພົນໂທ ສັນເສີນ ແກ້ວກຳເນີດ ອະທິບໍດີກົມປະ ຊາສຳພັນ ແຫ່ງປະເທດໄທ ພ້ອມຄະນະສື່ມວນຊົນວິທະຍຸ – ໂທລະພາບ ແລະສື່ອອນລາຍ ພາກກາງ ແລະ ພາກອີສານ ຕອນໃຕ້.ໃນວັນທີ 17 ກັນຍາ 2022 ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ.

ໃນໂອກາດນີ້ ທ່ານ ຮອງເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານໂດຍຫຍໍ້ໃຫ້ຊາບກ່ຽວກັບສະພາບຈຸດພິເສດ,ທີ່ຕັ້ງ,ເສດ ຖະກິດ – ສັງຄົມ ຂອງແຂວງຈຳປາສັກ ໂດຍສະເພາະດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືວຽກງານສື່ມວນຊົນໃນໄລຍະຜ່ານມາ.

ຊຶ່ງຜ່ານມາປະຊາຊົນສອງຊາດລາວ – ໄທ (ຈຳປາສັກ – ອະບົນຣາຊະທານີ) ໄດ້ມີການໄປມາຫາສູ່ ຢ້ຽມຢາມ ທ່ອງທ່ຽວ ແລະ ແລກປ່ຽນຊື້ – ຂາຍສິນຄ້າຮ່ວມກັນຕະຫຼອດມາ.ສ່ວນດ້ານສື່ມວນຊົນ ພົ້ນເດັ່ນແມ່ນການຮ່ວມມືລະຫວ່າງສະມາ ຄົມນັກຂ່າວແຂວງຈຳປາສັກ ກັບ ສະມາ ຄົມສື່ມວນຊົນຈັງຫວັດອຸບົນຣາຊະທານີ ກໍໄດ້ມີການເຊັນເຊັນບົດບັນທຶກຄວາມເຂົ້າໃຈ( MOU )ຮ່ວມກັນ ມາເປັນເວລາ ຫຼາຍປີແລ້ວ.ແຕ່ໄລຍະຫຼັງຍ້ອນສະພາບໂຄວິດ 19 ລະບາດ,ມີການປິດດ່ານ 2 ປະເທດເຮັດໃຫ້ການຮ່ວມມືການເຄື່ອນ ໄຫວກິດຈະກຳຕ່າງໆບໍ່ລາບລື້ນ.ແຕ່ພໍ 2 ປະເທດໄດ້ເປີດດ່ານຄືນໃໝ່ອຳນວຍຄວາມສະດວກແກ່ການເຂົ້າ – ອອກແລ້ວ ເຫັນວ່າການພົວພັນຮ່ວມມືຄວນໄດ້ຮັບການເສີມຂະຫຍາຍ ເຊັ່ນ:ການແລກປ່ຽນຂໍ້ມູນຂ່າວສານ,ດ້ານພື້ນຖານໂຄງລ່າງ, ເຕັກນິກ ແລະວິຊາການອື່ນໆຕື່ມອີກ.

ສ່ວນທ່ານອະທິບໍດີກົມປະຊາສຳພັນ ແຫ່ງປະເທດໄທ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງສະແດງເຈດຈຳນົງທີ່ດີໃນການເພີ່ມທະວີຮ່ວມມື,ຊ່ວຍເຫຼືອຍົກລະດັບວຽກງານສື່ມວນຊົນ ລະຫວ່າງແຂວງຈຳປາສັກ ກັບ ສ່ວນກາງ ແລະ ຈັງຫວັດອຸບົນຣາຊະທານີ ຂອງໄທໃຫ້ສູງຂຶ້ນ. ໂດຍກົມປະຊາສຳພັນມີເຈດຈຳນົງຍິນດີຮັບເອົາສື່ມວນຊົນລາວ ( ແຂວງຈຳປາສັກ ) ໄປຝຶກອົບຮົມຍົກລະດັບ ແລະ ທັດຊະນະສຶກສາທີ່ປະເທດໄທ.ໃນຂະແໜງການຕ່າງໆ ໃນຕໍ່ໜ້າບົນພື້ນຫຼັກການຕົກລົງເຫັນດີຮ່ວມກັນຂອງຄະນະນໍາ ທັງ 2 ປະເທດ.
ພາຍຫຼັງເຂົ້າພົບປະທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກແລ້ວ, ພົນໂທ ສັນເສີນ ແກ້ວກຳເນີດ ອະທິບໍດີກົມປະຊາສຳພັນ ແຫ່ງປະເທດໄທ ພ້ອມຄະນະ ແລະ ທ່ານ ຊົນລະທິດ ຈັນສິງ ນາຍົກສະມາຄົມສື່ມວນຊົນຈັງຫວັດອຸບົນຣາຊະທານີ ຍັງໄດ້ພົບປະເຮັດວຽກຮ່ວມກັບສະມາຄົມນັກຂ່າວແຂວງຈຳປາສັກ ທີ່ພະແນກຖະແຫຼງຂ່າວ,ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍເຂົ້າ ຮ່ວມມີທ່ານ ຄຳເພັດ ເທບໄກສອນ ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກ ຖວທ,ທ່ານ ຄຳໃບ ແກ້ວສຸພັນປະທານສະມາຄົມນັກຂ່າວແຂວງ ພ້ອມຄະນະນຳ ແລະ ສື່ມວນຊົນເຂົ້າຮ່ວມ.


ການຕ້ອນຮັບ ແລະ ຮ່ວມເຮັດວຽກກັບຄະນະກົມປະຊາສຳພັນ ແລະ ສະມາຄົມສື່ມວນຊົນຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊາອານາຈັກໄທໃນຄັ້ງນີ້ ໄດ້ທົບທວນສະພາບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືແນວທາງການຮ່ວມ ມື ກັນໃນຕໍ່ໜ້າ.ໃນໂອກາດນີ້ ຄະນະບໍດີກົມປະຊາສຳພັນ ແລະ ສະມາຄົມສື່ມວນຊົນຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊາອານາຈັກໄທ ຍັງໄດ້ມາຢ້ຽມຢາມສະຖານີວິທະຍຸ – ໂທລະພາບແຂວງຈຳປາສັກອີກດ້ວຍ.
ຂ່າວ;ພາບ: ເກດສະໜາ