ຮອງເຈົ້າແຂວງຈໍາປາສັກພ້ອມຄະນະແລະຄະນະນໍາຂັ້ນເມືອງບາຈຽງຈະເລີນສຸກລົງຕິດຕາມສະພາບການນໍ້າໄລຍະຝົນຕົກລີນຄັ້ງວັນທີ24ກັນຍາ2021ນໍາໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ພ້ອມຮອງເລຂາພັກເມືອງເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຊາວເມືອງບາຈຽງຈະເລີນສຸກ ທີ່ໄດ້ຮັບຜົນສະທ້ອນຈາກສະພາບຝົນຕົກລິນຕະຫຼອດຄືນເຮັດໃຫ້ລະດັບນໍ້າຫ້ວຍປານອງລົ້ນຝັ່ງໄຫລເຂົ້າບ້ານເຮືອນຂອງພໍ່ແມ່ປະຊາຊົນທີ່ຢູ່ແຄມຫ້ວຍ ແລະບ່ອນຕໍ່າ. ພ້ອມນັ້ນຄະນະ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນມີສະຕິ, ຂົນຍ້າຍເຄື່ອງຂອງທີ່ສຳຄັນໄປໄວ້ບ່ອນທີ່ປອດໄພ.