ໃນວັນທີ 8 ມັງກອນ 2022 ນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍໃຫ້ກຽດການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ ພ້ອມດ້ວຍການນໍາຂອງເມືອງໃຫ້ການຕ້ອນຮັບ.

ໃນການລົງເຄື່ອນໄຫວໃນຄັ້ງນີ້  ທ່ານ ເບີ້ຍ ເກດສີທອງ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດ ການປູພືດລະດູແລ້ງຢູ່ເມືອງຊຽງຮ່ອນ ມາຮອດປະຈຸບັນການປູກພືດລະດູແລ້ວສຳເລັດ ແລ້ວ 80% ເຫັນວ່າການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນມີຂະບວນການຢ່າງກວ້າງຂວາງ ເປັນຕົ້ນແມ່ນການເຂົ້ານາແຊງໃນເນື້ອທີ່ 255 ຮຕ ອີງຕາມແຜນການຂອງເມືອງຄາດວ່າ ລະດູແລ້ງປີນີ້ຈະປູກເຂົ້ານາແຊງເປັນສິນຄ້າໃນເນື້ອທີ່ 155 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 100 ຮັກຕາ , ການປູກພືດຜັກບໍລິໂພກພາຍໃນ ເປັນຕົ້ນພືດຕະກຸນຖົ່ວທົ່ວເມືອງໃນເນື້ອທີ່ 520 ເຮັກຕາ, ສາລີຫວານ 50 ເຮັກຕາ ແລະ ພືດຜັກຕ່າງໆໃນເນື້ອທີ່ 470 ເຮັກຕາ ຕໍ່ກັບການຊຸກຍູ້ສົ່ງເສີມການປູກພືດຂອງຊາວກະສິກອນພາຍໃນເມືອງແລ້ວ ທາງອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກໜາກໂມຈຳນວນ 3 ບໍລິສັດຄື: ບໍລິສັດນໍ້າເຜິ້ງ ຈຳນວນ 200 ຮຕ ,ບໍລິສັດຊຽງໜົງ ຈຳນວນ 200 ຮຕ ແລະ ບໍລິສັດມະນີວົງ 30 ຮຕ, ມາຮອດປະຈຸບັນຈັດຕັ້ງປະຕິບັດໄດ້ 70 %, ການສົ່ງເສີມການປູກໜາກເຜັດຂອງສະຫະກອນຫົງສາ ໃນເນື້ອທີ່ 5 ເຮັກຕາ ແລະ ການປູກໝາກຖົ່ວເຫຼືອງ ຂອງບໍລິສັດ ກະສິກຳ ແລະ ລ້ຽງສັດກາງຊຽງ ໃນເນື້ອທີ່ 250 ເຮັກຕາຮອດປະຈຸບັນແມ່ນໄດ້ປູກສຳເລັດແລ້ວ ທັງໝົດນີ້ ກໍ່ເພື່ອເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນແລະ ອຶ່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນເມືອງຊຽງໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ໃນໂອກາດທີ່ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງທີ່ໄດ້ເຄື່ອນໄຫວຕິດຕາມການປູກພືດລະດູແລ້ງໃນຄັ້ງນີ້ ທ່ານ ຍັງໄດ້ເໜັ້ນໜັກໃຫ້ ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ ຕໍ່ວິຊາການທີ່ກ່ຽວຂ້ອງຕ້ອງເປັນເຈົ້າການໃນການຊຸກຍູ້ຕິດຕາມໃຫ້ຄຳແນະນຳທາງດ້ານວິຊາການເຕັກນິກຕ່າງໆ ເພື່ອເຮັດໃຫ້ຜົນຜະລິດສາມາດຮັບປະກັນທາງດ້ານຄຸນນະພາບ ແລະ ຕອບສະໜອງໃຫ້ແກ່ຜູ້ບໍລິໂພກຢ່າງປອດໄພ. ຕອນທ້າຍທ່ານຍັງໄດ້ລົງຕິດຕາມການກໍ່ສ້າງໂຮງງານການແປຮູບໝາກຖົ່ວເຫຼືອງຕື່ມອີກ.

Loading...