ໃນວັນທີ 9 ແລະ 10 ທັນວາ 2021, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ພ້ອມຄະນະຂອງແຂວງ ແລະເມືອງໝອກ ແລະ ເມືອງຜາໄຊ ລົງກວດກາຄວາມຄືບໜ້າໂຄງ ການຮ່ວມມືພັດທະນາກຸ່ມບ້ານ ລຽບຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໂດຍແມ່ນ ບໍ ລິສັດ ໂກເອໂກ ເປັນຜູ້ຮັບເໝົາກໍ່ ສ້າງ ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກ ສສ ຫວຽດນາມ 100%, ເຊິ່ງໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດຢູ່ເມືອງຜາໄຊ ແລະ ເມືອງໝອກ ປະກອບມີ 2 ໜ້າວຽກຄື: ວຽກງານຊົນລະປະທານ ແລະ ວຽກສ້ອມແປງເສັ້ນທາງ.

ທ່ານ ຮວງ ດຶກຖາຍ ຮອງຫົວໜ້າບໍລິສັດພັດທະນາເຂດພູດອຍ ໂມດີໂກ ໄດ້ລາຍງານວ່າ: ໂຄງການທີ່ດຳເນີນຢູ່ເມືອງໝອກ ວຽກງານສ້ອມແປງຊົນລະປະທານເບຕົງເສີມເຫລັກ ປະກອບມີ ຊົນລະ ປະທານນໍ້າເຢັນ 1, ນໍ້າເຢັນ 2 ແລະ ຊົນລະປະທານນາເທີ້ ແລະ ການສ້ອມແປງຂົວນໍ້າໂມ້ ຫາ ນໍ້າຫງາດ, ມາຮອດປັດຈຸບັນ ການກໍ່ສ້າງຊົນລະ ປະທານນໍ້າເຢັນ 1 ແມ່ນສໍາເລັດ 95%, ຊົນລະ ປະ ທານນໍ້າເຢັນ 2 ສໍາເລັດ 90% ແລະ ຊົນລະປະທານນໍ້າເທີ້ ສໍາເລັດ 40%, ຊົນລະປະທານນໍ້າຕາກ ສໍາເລັດ 90%, ຊົນລະ ປະ ທານບ້ານຈະເລີນໃໝ່ ສໍາເລັດ 15% ແລະ ໂຄງການກໍ່ສ້າງເສັ້ນ ທາງແຕ່ຂົວນໍ້າໂມ້ ຫາ ບ້ານນໍ້າຫງາດ ສໍາເລັດ 90%, ເຊິ່ງການກໍ່ສ້າງບັນດາໂຄງການດັ່ງກ່າວ ຄາດວ່າຈະໃຫ້ສໍາເລັດ ໃນທ້າຍເດືອນມີນາ 2022 ລວມມູນຄ່າການກໍ່ສ້າງທັງໝົດ 6 ຕືກວ່າກີບ.
ສ່ວນຢູ່ເມືອງຜາໄຊ ແມ່ນໄດ້ຮັບທຶນສ້ອມແປງເສັ້ນທາງແຕ່ບ້ານນໍ້າສຽມ ຫາ ບ້ານ ນໍ້າເຊ່ຍ ມີຄວາມຍາວທັງໝົດ 9 ກິໂລແມັດ, ກວ້າງ 5 ແມັດ, ເປັນທາງປູແຮ່ ມູນຄ່າການກໍ່ສ້າງທັງໝົດ 7,4 ຕື້ກວ່າກີບ, ສໍາເລັດແລ້ວ 90% ແລະ ຈະໃຫ້ສໍາເລັດໃນທ້າຍເດືອນ ທັນວາ 2021 ນີ້ ແລະ ໂຄງການສ້ອມແປງຊົນລະປະທານເບຕົງເສີມເຫລັກ ບ້ານຈ່ານໍ້າ ແມ່ນກໍາລັງເລີ່ມລົງມືຈັດຕັ້ງປະຕິ ບັດ ລວມມູນຄ່າການກໍ່ສ້າງ 400 ລ້ານກີບ.


ໂອກາດນີ້, ທ່ານຮອງເຈົ້າແຂວງ ກໍໄດ້ເນັ້ນໃຫ້ບໍລິສັດ ເອົາໃຈໃສ່ສືບຕໍ່ປະຕິບັດໜ້າວຽກທີ່ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດຕາມຄາດໝາຍ ໂດຍເນັ້ນຄຸນນະພາບເຕັກນິກຕາມຫລັກວິຊາການ ໂດຍມອບ ໃຫ້ເມືອງ ແລະ ພາກສ່ວນກ່ຽວ ຂ້ອງເປັນເຈົ້າການ ໃນການຕິດຕາມຊຸກຍູ້ໃກ້ຊິດຕິດແທດບັນດາໂຄງການດັ່ງກ່າວ ໃຫ້ສໍາເລັດຕາມແຜນການ.
ຂ່າວ: ບຸນມີ ແສງທຸມມີ