ວັນທີ 4 ມິຖຸນາ 2021 ນີ້ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ,ໂດຍສະເພາະວຽກງານຄວາມຄືບໜ້າໂຄງການກໍ່ສ້າງເຮືອນພັກຖາວອນ ແລະ ວຽກງານກະສິກຳການຜະລິດລະດູຝົນ, ໂອກາດດັ່ງກ່າວທ່ານຮອງເຈົ້າແຂວງກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງເຮືອນພັກຖາວອນ ຈາກພະແນກໂຍທາທິການແລະ ຂົນສົ່ງແຂວງ ເຊິ່ງໂຄງການກໍ່ສ້າງເຮືອນພັກຖາວອນຂອງຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ແມ່ນໃນເບື້ອງຕົ້ນໄດ້ຮັບທຶນຊ່ວຍ ເຫຼືອຈາກລັດຖະບານໄທ ຈໍານວນ 45 ຫຼັງ,ໃນນັ້ນ,ກໍ່ສ້າງເຮືອນພັກຖາວອນໄລຍະ 1 ຈໍານວນ 36 ຫຼັງ ສໍາເລັດ 100%. ກໍ່ສ້າງເຮືອນພັກຖາວອນໄລຍະ2 ທີ່ມີງົບເຫຼືອຈາກການປະມູນເບຶ້ອງຕົ້ນມີ 36 ຫຼັງ ຈໍານວນ 9 ຫຼັງ,ສໍາເລັດ 100% ແລະ ໄດ້ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ, ທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ກໍ່ສ້າງເຮືອນ ຈໍານວນ 66 ຫຼັງ,ສໍາເລັດ 100% ແລະ ໄດ້ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ,ການກໍ່ສ້າງເຮືອນ ຈໍານວນ 700 ຫຼັງ: ມູນຄ່າ 24 ລ້ານ 5 ແສນ ໂດລາ,ແຫຼ່ງທືນຈາກຜູ້ພັດທະນາເຂື່ອນເຊປຽນ-ເຊນໍ້ານ້ອຍ ໃນຈໍານວນເຮືອນ 700 ຫຼັງນັ້ນມີ: ເຮືອນວີນລາ 80 ຫຼັງ,ເຮືອນກໍ່ 2 ຊັ້ນ 4 ຫຼັງ,ເຮືອນເຄີ່ງກໍ່ເຄີ່ງໄມ້ 278 ຫຼັງ ແລະ ເຮືອນມີກ້ອງຫຼ່າງ 338 ຫຼັງ,ການກໍ່ສ້າງໄດ້ເລີ່ມລົງມືແຕ່ວັນທີ 2 ມິຖຸນາ 2020 ມາຮອດປະຈຸບັນສາມາດລົງມືກໍ່ສ້າງໄດ້ 505 ຫຼັງ,ຍັງບໍ່ທັນລົງມື 195 ຫຼັງ,ທຽບໃສ່ແຜນລວມ 700 ຫຼັງໄດ້ 61,18% ຄາດ ຄະເນໃນທ້າຍປີ 2021 ນີ້ໃຫ້ສໍາເລັດ ແລະ ມອບໃຫ້ປະຊາຊົນເຂົ້າຢູ່ທັງໝົດ ມີ 182 ຫຼັງ,ສ່ວນວຽກງານການຜະລິດລະດູຝົນ ໄດ້ສະໜອງແນວພັນເຂົ້າປັບປຸງໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄດ້ທັງໝົດ 42 ໂຕນ ແລະ ໄດ້ສະໜອງແນວພັນພືດລະດູຝົນຕ່າງໆອີກ,ລວມເປັນມູນຄ່າ 11 ລ້ານ 5 ແສນກວ່າກີບ .ການປູກເຂົ້າໃນເຂດຊົນລະປະທານມີເນື້ອທີ່ຮອງຮັບ 2.500 ເຮັກຕາ,ໃນນີ້: ມີນາຫວ່ານ 230 ເຮັກຕາ,ນາດຳ 2.270 ເຮັກຕາ,ມາຮອດປະຈຸບັນນາຫວ່ານແມ່ນສໍາເລັດແລ້ວ 230 ເຮັກຕາ,ຕົກກ້າໄດ້ແລ້ວ 30% ແລະ ໄຖຮຸດໄດ້ແລ້ວ 20% .ການປູກເຂົ້ານອກເຂດຊົນລະປະທານເນື້ອທີ່ຮອງຮັບ 6.294 ເຮັກຕາ,ໃນນີ້: ນາຫວ່ານ 300 ເຮັກຕາ,ນາດຳ 5.994 ເຮັກຕາ,ມາຮອດປະຈຸບັນນາຫວ່ານແມ່ນສໍາເລັດແລ້ວ 300 ເຮັກຕາ,ນາດໍາໄຖຮຸດ ແລະ ຕົກກ້າໄດ້ 20%.ປູກມັນຕົ້ນ ມີ 2.000 ເຮັກຕາ,ໃນ 4 ບ້ານ ສໍາເລັດການຈັດກຸ່ມການຜະລິດມາຮອດປະຈຸບັນໄດ້ສໍາເລັດການປຶກສາຫາລືກັບອຳນາດການປົກຄອງ 2 ບ້ານ ເພື່ອສ້າງຕັ້ງກຸ່ມຜະລິດເມັດພັນເຂົ້າ,ນອກຈາກວຽກງານການຜະລິດລະດູຝົນແລ້ວ ຍັງໄດ້ຍົກໃຫ້ເຫັນ ວຽກງານການກໍ່ສ້າງ ແລະ ຟື້ນຟູລະບົບຊົນລະປະທານ ຕື່ມອີກ.
ໂອກາດດັ່ງກ່າວທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງຮີບຮ້ອນເລັ່ງມືຈັດຕັ້ງປະຕິບັດທຸກວຽກງານ ການແກ້ໄຂໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ໄດ້ດໍາເນີນໄປຕາມຂັ້ນຕອນຕອນຂອງໜ້າວຽກ,ເອົາໃຈໃສ່ປະສານສົມທົບກັບອໍານາດການປົກຄອງທຸກຂັ້ນນັບແຕ່ສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ທຸກວຽກງານການແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ ມີຜົນສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ .
ຂ່າວ: ສິດຕິພອນ
Loading...