ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຕອນເຊົ້າ ຂອງວັນທີ່ 06 ຕຸລາ 2021 ນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງຊະນະຄາມ ແຂວງວຽງຈັນ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແຂວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງຊຸຍູ້, ຕິດຕາມ, ກວດກາ ແລະຊິ້ນຳການຈັດຕັ້ງປະຕິບັດວຽກງານຕ້ານ, ຄວບຄຸມ ແລະແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ ເມືອງຊະນະຄາມ ພ້ອມທັງໄດ້ປະກອບສ່ວນມອບເງິນຊຸກຍູ້ໃຫ້ເມືອງຊະນະຄາມຈຳນວນໜຶ່ງ ໂດຍການກ່າວຮັບ ຂອງທ່ານ ບຸນຊ່ວງ ວັນສີ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງຊະນະຄາມ ຫົວໜ້າຄະນະສະເພາະກິດ ການຕ້ານ, ແລະຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຊະນະຄາມ ທັງນີ້ກໍ່ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານ ທີ່ຈຳເປັນ ຂອງຄະນະສະ ເພາະກິດ ໃຫ້ທັນກັບສະພາບການທີ່ເກີດຂືຶ້ນ ໃນປັດຈຸບັນ.