ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສົມດີ ຄົງສະຫວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງປາກລາຍແຂວງໄຊຍະບູລີ,ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບ ຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ເມືອງໄດ້ ລົງພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫືລອແຮງງານ ຢູ່ທີ່ສູນກັກບໍລິເວນຂອງເມືອງທີ່ສູນບ້ານນໍ້າຊົ້ງໃນຕອນບາຍຂອງວັນທີ 7 ກັນຍາ 2021 ນີ້ ແລະ ມີບັນດາທ່ານ ໃນຄະນະສະເພາະກິດ ເພື່ອປ້ອງກັນພະຍາດ ໂຄວິດ -19 ຂັ້ນເມືອງ ໄດ້ລົງພົບປະໂອ້ລົມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈມອບເຄື່ອງຊ່ວຍເຫືລອແຮງງານ ຢູ່ທີ່ສູນກັກບໍລິເວນຂອງເມືອງຈໍານວນໜຶ່ງເຊັ່ນ:ປາກະປອງ,ໜີ່ໄວໆ,ນໍ້າດື່ມ,ໄຂ່ໄກ່,ແມັດ,ເຢວລ້າງມື,ລວມມູນຄ່າ1ລ້ານກ່ວາກີບ. ໃນສູນກັກບໍລິເວນຂອງສູນຫໍປະຊຸມບ້ານນໍ້າຊົ້ງ: ເປັນສູນຮອງຮັບແຮງງານລາວອອກໂຮງໝໍພາກສະໜາມລ້ານຊ້າງ, ຫຼັກ 27 ນະຄອນຫຼວງວຽງ ຈັນ, ໂຮງໝໍແຂວງ ທີ່ປິ່ນປົວພະຍາດໂຄວິດ-19 ຫາຍດີແລ້ວ, ອອກສູນກັກກັນບັນດາແຂວງຕ່າງໆ ແລະ ປະຊາຊົນທີ່ເດີນທາງມາແຕ່ບ່ອນສ່ຽງ, ຮັບເຂົ້າສູນ ຈຳນວນທັງໝົດ 101 ຄົນ, ຍິງ 39 ຄົນ, ອອກຈາກສູນ ຈໍານວນ 73 ຄົນ, ຍິງ 33 ຄົນ, ປະຈຸບັນ ຍັງເຫຼືອ 28 ຄົນ, ຍິງ 16 ຄົນ.
ໃນໂອກາດ ດັ່ງກ່າວນີ້ ທ່ານ ສົມດີ ຄົງສະຫວັນ ກໍ່ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ຕໍ່ບັນດາແຮງງານທີ່ສູນກັກບໍລິເວນຂອງເມືອງ ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ປະຕິບັດມາດຕະການຕ່າງໆ ທີ່ທາງຄະນະສະ ເພາະກິດວາງອອກຢ່າງເຂັ້ມງວດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາແຮງງານດັ່ງກ່າວ ໃຫ້ສືບຕໍ່ປະຕິບັດຕາມມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ ຈົນກວ່າການກັກຕົວຈະຄົບກໍານົດ 14 ວັນ ຕາມລະບຽບການແລະ ພາຍຫຼັງກັບບ້ານຂອງຕົນເອງແລ້ວ ກໍ່ໃຫ້ສືບຕໍ່ກັກບໍລິເວນຕົນເອງ ຢູ່ເຮືອນຂອງຕົນ 14 ວັນຕື່ມອີກ ຈິ່ງຈະໄດ້ໃຊ້ຊີວິດແບບເປັນປົກກະຕິ ຢູ່ພາຍໃນຄອບຄົວ ແລະ ສັງຄົມໄດ້.