ໃນຮີດ ໑໒ ໄດ້ກຳນົດໄວ້ວ່າ: ເຖິງລະດູເດືອນເກົ້າ ມື້ສິນດັບ ໃຫ້ເຮັດບຸນຫໍ່ເຂົ້າປະດັບດິນ, ບຸນຫໍ່ເຂົ້າປະດັບດິນ ໝາຍເຖິງການເຮັດບຸນ ເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ຍາດທີ່ລ່ວງລັບໄປແລ້ວ ຊຶ່ງພວກເຮົາບໍ່ຮູ້ວ່າ ພວກຍາດທີ່ລ່ວງລັບໄປແລ້ວນັ້ນ ດຽວນີ້ໄປພັກອາໄສຢູ່ບ່ອນໃດ, ກິນຢ່າງໃດ, ຢູ່ແນວໃດ, ໄດ້ເກີດດີເຖິງສຸກ ຫລື ຕົກທຸກໄດ້ຍາກແນວໃດ ເຊິ່ງພວກເຮົາບໍ່ສາມາດຮູ້ໄດ້ຊຸມຍາດພີ່ນ້ອງທີ່ຍັງມີຊີວິດຢູ່ເບື້ອງຫລັງ ກໍມີຄວາມຄຶດຮອດຄຶດເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ, ເຂົ້າໜົມ ພ້ອມທັງມີກ້ວຍ ອ້ອຍ ສ້ອຍປີ, ເຄື່ອງສົ້ມ ຂອງຫວານ ຄຳໝາກ ກອກຢາ ປູປາອາຫານ ທຸກຢ່າງ ໂຮມກັນ ເພື່ອເຮັດບຸນອຸທິດສົ່ງໄປໃຫ້ ໂດຍຫວັງໃຫ້ຍາດທີ່ລ່ວງລັບໄປນັ້ນ ໄດ້ໄປເກີດດີເຖິງສຸກ ຜູ້ທີ່ຕົກທຸກຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ເຖິງສຸກແລ້ວ ຂໍໃຫ້ສຸກຍິ່ງໆຂຶ້ນໄປ. ເຂົ້າຂອງເຫລົ່ານັ້ນ ສ່ວນນຶ່ງກໍເອົາໄປໃສ່ບາດຖວາຍທານແດ່ພຣະສົງ, ສ່ວນນຶ່ງເອົາໄປຫ້ອຍແຂວນໄວ້ຕາມຕົ້ນໄມ້ ຫລື ວາງໄວ້ຕາມພຶ້ນດິນ ເພິ່ນຈຶ່ງເອີ້ນວ່າ ”ຫໍ່ເຂົ້າປະດັບດິນ“ .
ບຸນຫໍ່ເຂົ້າປະດັບດິນນີ້ ຄົນລາວເຮົາຈະເຮັດໃນວັນແຮມ ໑໔ ຄ່ຳ ເດືອນ ໙ ຂອງທຸກໆປີ ແລະ ໄດ້ນັບຖືເປັນປະເພນີສືບຕໍ່ມາຮອດທຸກມື້ນີ້….ການເຮັດບຸນຫໍ່ເຂົ້າປະດັບດິນຈຶ່ງຖືວ່າ ເປັນການເຮັດບຸນອຸທິດໄປໃຫ້ຍາຕຜູ້ທີ່ເສຽ ຫຼື ລົ້ມຫາຍຕາຍຈາກໄປແລ້ວ ແລະ ເປັນການເຮັດເພື່ອປະໂຫຍດຂອງຕົນເອງ ແລະ ຜູ້ອື່ນນໍາ…. ການທີ່ເຮົາເອົາເຂົ້າຕົ້ມ ເຂົ້າໜົມ ແລະ ສິ່ງຂອງຕ່າງໆໄປຫ້ອຍແຂວນໄວ້ຕາມຕົ້ນໄມ້ ຫລື ວາງໄວ້ຕາມພື້ນດິນນັ້ນ ເຊື່ອວ່າ ເພື່ອໃຫ້ພວກຍາດທີ່ຕາຍໄປແລ້ວນັ້ນ ໄດ້ພາກັນມາຮັບເອົາດ້ວຍຄວາມສະດວກສະບາຍ.
ຄວາມຈິງ ການເຮັດບຸນຫໍ່ເຂົ້າປະດັບດິນນີ້ເພິ່ນໄດ້ຫ້າງຫາເຄື່ອງທານຕ່າງໆເປັນຕົ້ນ ມີເຂົ້າຕົ້ມ ເຂົ້າໜົມ ອາຫານຫວານຄາວທຸກຢ່າງ ບາງຄົນໄດ້ກະກຽມໄວ້ລ່ວງໜ້າສອງສາມມື້ກໍມີ ເມື່ອພໍກັບຄວາມຕ້ອງການແລ້ວ ເພິ່ນຈະຈັດແຈງແບ່ງອອກເປັນ ໔ ສ່ວນຄື:
໑ – ເອົາໄປໃສ່ບາດຖວາຍທານ;
໒ – ແບ່ງໄວ້ກິນໃນຄອບຄົວ;
໓ – ແຈກຢາຍຍາດພີ່ນ້ອງ ແລະ
໔ – ອຸທິດສົ່ງໄປໃຫ້ຍາດທີ່ລ່ວງລັບໄປແລ້ວ… ໝາຍຄວາມວ່າການທຳບຸນຫໍ່ເຂົ້າປະດັບດິນນີ້ ຖືວ່າເປັນການລ້ຽງຍາດພີ່ນ້ອງທີ່ຍັງມີຊີວິດຢູ່ ແລະ ຍາດຜູ້ທີ່ລົ້ມຫາຍຕາຍຈາກໄປແລ້ວນັ້ນເອງ.
ສຳລັບຕົ້ນເຫດແຫ່ງການກະທຳ ບຸນຫໍ່ເຂົ້າປະດັບດິນນັ້ນ ມັນຍືດຍາວຫຼາຍ ຈຶ່ງຈະບໍ່ຂໍກ່າວເຖິງ ແຕ່ໃຫ້ເຂົ້າໃຈວ່າ ບຸນຫໍ່ເຂົ້າປະດັບດິນແມ່ນບຸນປະເພນີໜຶ່ງຂອງລາວເຮົາທີ່ຈັດຂຶ້ນໃນເດືອນ ໙ ດັບ ແຮມ ໑໔ ຄໍ່າ ຂອງທຸກໆປີ…. ໂດຍເຂົ້າປະດັບດິນ ເພິ່ນຈະຫໍ່ດ້ວຍໃບຕອງເປັນຫໍ່ໆ ບາງເຂດກໍຮ້ອງວ່າ “ເຂົ້າຫໍ່ໂປ້” ເຊິ່ງຈະນຳໄປວາງໄວ້ຕາມຕ້າຍວັດ, ສາລາໂຮງທັມ, ຂ້າງວິຫານ, ຫ້ອຍຕາມກົກໄມ້, ຫລືບໍ່ກໍວາງໄວ້ຕາມດິນ ທົ່ງໄຮ່ປາຍນາ ຍ້ອນແນວນີ້ເອງ ເພິ່ນຈຶ່ງຮ້ອງວ່າເຂົ້າປະດັບດິນ.
ສ່ວນການຢາຍຫໍ່ເຂົ້ານີ້ຈະກະທຳກັນໃນຕອນເຊົ້າມືດ ລະຫວ່າງ ໓ ຫາ ໔ ໂມງເຊົ້າ ຫຼື ກ່ອນຍາມ “ມືດສົ່ງໂພງ” ຂອງມື້ວັນສິນດັບເດືອນເກົ້ານັ້ນລະ ຍ້ອນຄົນລາວມີຄວາມເຊື່ອ ສືບຕໍ່ກັນມາແຕ່ບູຮານນະການວ່າ: ວັນສິນດັບເດືອນເກົ້າ ເປັນມື້ທີ່ປະຕູນະຮົກເປີດໃນຮອບປີ ເຊິ່ງຈ່າຍົມພິບານ ຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມຍາດໃນໂລກມະນຸດ.
ການເຮັດບຸນຫໍ່ເຂົ້າປະດັບດິນ ສັງເກດເຫັນວ່າ ສ່ວນຫຼາຍແລ້ວຄົນລາວ ຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາດພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະເຊື່ອວ່າ ຫໍ່ເຂົ້າຈຳນວນຫນຶ່ງແມ່ນຈະໄດ້ເຜື່ອແຜ່ ຜີທີ່ບໍ່ມີຍາດ ຈະເປັນເຜດ ຫລື ພວກສໍາພະເວສີ ເປັນຕົ້ນ. ການທຳບຸນຫໍ່ເຂົ້າປະດັບດິນນີ້ ຖືວ່າເປັນຈາຄະເຈຕນາ ຫຼື ການໃຫ້ໂດຍບໍ່ມີການຂີ້ຖີ່ ຫວງແຫນ ແມ່ນແຕ່ນົກ ກາ ໝູ ໝາ ກໍຈະໄດ້ກິນຕາມ ໃຈຕົນ ຈົນອີ່ມໜຳສຳລານດ້ວຍກັນທັງມວນ.
ຮຸ່ງເຊົ້າຂອງວັນສິນດັບເດືອນເກົ້າ ທຸກຄອບຄົວກໍ ກະຕຽມຫຸງຫາເຂົ້າປາອາຫານໄປເຮັດບຸນທີ່ວັດຖວາຍຈະຕຸ ປັຈຈັຍ ເຄື່ອງໄທຍະທານຕ່າງໆ ຈາກນັ້ນພະສົງ ກໍຈະສະແດງພະທໍາມະເທສນາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນ ແລະ ໃຫ້ພອນແກ່ຍາດໂຍມ ແລະ ອຸທິສສ່ວນບຸນກຸສົນໄປໃຫ້ຍາຕິພີ່ນ້ອງ ທີ່ໄດ້ລ່ວງລັບໄປແລ້ວນັ້ນ…. ນີ້ຄືຄວາມເຊື່ອ ແລະ ການປະພຶດອັນດີງາມຂອງຄົນລາວ ທີ່ສືບທອດມາຫຼາຍຊົ່ວຄົນ ຈົນກາຍເປັນ ໑ ໃນ ໑໒ ຮີດ ໃນປະເພນີຂອງຊາວລາວ..