ຮຸ້ນຂອງ PCD ມີແນວໂນ້ມປັບຕົວເພີ່ມຂຶ້ນ ຍ້ອນໄດ້ແຮງຍູ້ຈາກທຸລະກິດໃນເຄືອຂອງພູສີກຣຸບ.
ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຫຼື (ສຄຄຊ) ໄດ້ອັບເດດສະຖານະການຮຸ້ນໃນລະຫວ່າງວັນທີ 14-17 ກຸມພາ 2022 ຜ່ານມາ. ພົບວ່າ: ຮຸ້ນຂອງບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ຍັງຄົງເປັນຮຸ້ນທີ່ຢືນໜຶ່ງໃນ 03 ບໍລິສັດທີ່ມີການປັບໂຕເພີ່ມຂຶ້ນ. ຂະນະດຽວກັນ, ກໍ່ໄດ້ຮັບແຮງຍູ້ຈາກການເຕີບໂຕທາງດ້ານທຸລະກິດຂອງພູສີກຣຸບ ຊຶ່ງເປັນບໍລິສັດແມ່ຂອງ PCD ໄດ້ມີທ່າກ້າວເລື່ອງການເຮັດທົດລອງດໍາເນີນທຸລະກໍາຊັບສິນດີຈິຕອລ ຊຶ່ງໄດ້ມີການເຊັນສັນຍາກັບລັດຖະບານເມື່ອຕົ້ນປີຜ່ານມານີ້.
ຖືວ່າເປັນຂ່າວດີຕໍ່ເນື່ອງ, ສໍາລັບຮຸ້ນບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ທີ່ປັບໂຕເພີ່ມຂຶ້ນນັບແຕ່ຕົ້ນປີ 2022 ຮອດປັດຈຸບັນ ເພາະວ່ານັກລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຮຸ້ນຂອງບໍລິສັດເພີ່ມຂຶ້ນເລື້ອຍໆ ດັ່ງທີ່ປາກົດເປັນຂ່າວຜ່ານສື່ທາງການໄລຍະຜ່ານມາ. ສະເພາະອາທິດທີສອງຂອງເດືອນໃນລະຫວ່າງວັນທີ 14 – 17 ກຸມພາ 2022 ຮຸ້ນຂອງບໍລິສັດປິດຢູ່ທີ່ 1,320 ກີບ ປັບໂຕເພີ່ມຂຶ້ນ 70 ກີບ ຫາກທຽບໃສ່ກັບອາທິດທໍາອິດປິດຢູ່ທີີ່ 1,250 ກີບ.
ຄຽງຄູ່ກັນນັ້ນ, ຍັງມີຮຸ້ນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ປິດຢູ່ທີ່ 5,700 ກີບ ປັບໂຕເພີ່ມຂຶ້ນ 50 ກີບ; ສ່ວນຮຸ້ນຂອງຮຸ້ນບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ປິດຢູ່ທີ່ 420 ກີບ ປັບໂຕເພີ່ມຂຶ້ນ 20 ກີບ ແລະ ຮຸ້ນຂອງບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ປິດຢູ່ທີ່ 2,000 ກີບ ປັບໂຕເພີ່ມຂຶ້ນ 100 ກີບ. ສ່ວນຮຸ້ນຂອງບໍລິສັດວຽງຈັນເຊັນເຕີ ລາວ ມະຫາຊົນ ປັບໂຕຫຼຸດລົງ 30 ກີບ, ຮຸ້ນບໍລິສັດ ມະຫາທຶນເຊົ່າສິນເຊື່ອ ປັບໂຕຫຼຸດລົງ 20 ກີບ. ສ່ວນຮຸ້ນອີກ 5 ອື່ນໆເຊັ່ນ: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ລາວອາໂກຣເທັກ ມະຫາຊົນ, ບໍລິສັດ ຊີມັງລາວ ມະຫາຊົນ ແລະ ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ ແມ່ນຍັງປັບໂຕຄົງທີ່.
ທັງໝົດນີ້, ໄດ້ສົ່ງຜົນດີຕໍ່ດັບຊະນີຕະຫຼາດຫຼັກຊັບລາວ ປິດຢູ່ທີ່ 602,35 ຈຸດ ເພີ່ມຂຶ້ນ 0,51 ສ່ວນຮ້ອຍ; ມີມູນຄ່າການຊື້-ຂາຍພາຍໃນອາທິດ 300 ລ້ານກວ່າກີບ. ໃນນີ້, ມີຈໍານວນການຊື້-ຂາຍຮຸ້ນທັງໝົດ 65,800 ຮຸ້ນ ແລະ ມີຜູ້ລົງທຶນຕ່າງປະເທດຊື້ສຸດທິດຈໍານວນ 100 ລ້ານກວ່າກີບ.
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ຜູ້ຮັບເໝົາໂຄງການກໍ່ສ້າງໃຫ້ກັບບໍລິສັດແມ່ ນັ້ນກໍ່ຄືບໍລິສັດ ພູສີກຣຸບ. ສໍາລັບໃນປີ 2021 ຜ່ານມາ, ໄດ້ສໍາເລັດການມອບ-ຮັບໂຄງການກໍ່ສ້າງທາງເວັ້ນເມືອງຫຼວງພະບາງ, ແຕ່ບ້ານກົກງິ້ວ – ບ້ານພອນໄຊ ລວງຍາວ 15,8 ກິໂລແມັດ. ປັດຈຸບັນ, ຍັງມີ 3 ໂຄງການທີ່ກໍາລັງກ້າວເຂົ້າໄປສູ່ການເຊັນສັນຍາ ເພາະໄດ້ສໍາເລັດການສໍາຫຼວດ-ອອກແບບແລ້ວ ໄດ້ແກ່: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ, ແຕ່ຫົວຂົວບ້ານດົງ – ຕາດກວາງຊີ ລວງຍາວ 25,4 ກິໂລແມັດ; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ, ແຕ່ບ້ານປຸງ – ຊາຍແດນເມືອງລອງ ແຂວງຫຼວງນໍ້າທາ ລວງຍາວ 57,8 ກິໂລແມັດ ແລະ ໂຄງການທາງຍຸດທະສາດ (ປູແຮ່) ລຽບຊາຍແດນລາວ-ຫວຽດນາມ-ກໍາປູເຈຍ ລວງຍາວ 100 ກິໂລແມັດ. ນອກນັ້ນ, PCD ຍັງເປັນຜູ້ພັດທະນາພື້ນຖານໂຄງລ່າງໃຫ້ກັບເຂດເສດຖະກິດພິເສດແຂວງຫຼວງພະບາງ, ໄດ້ມີການລົງທຶນສ້າງ ແລະ ພັດທະນາອະສັງຫະລິມະຊັບຢູ່ຕາມຕົວເມືອງສໍາຄັນຕ່າງໆໃນທົ່ວປະເທດ ແລະ ອື່ນໆ.
ສິ່ງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍທີ່ສຸດໃນເວລານີ້ ແມ່ນບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດໃນເຄືອຂອງພູສີກຣຸບ ທີ່ໄດ້ເຊັນສັນຍາວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈິຕອລ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເພື່ອພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Block chain) ຢູ່ ສປປ ລາວ. ສະນັ້ນ, ຈຶ່ງເປັນຜົນດີເຮັດໃຫ້ຮຸ້ນຂອງບໍລິສັດ PCD ມີການປັບໂຕເພີ່ມຂຶ້ນເລື້ອຍໆ.
ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດໃນເຄືອຂອງພູສີກຣຸບ ແມ່ນເປັນໄປຕາມວິໃສທັດຂອງທ່ານ ສີທອງ ພົມມະຈິດ, ຊຶ່ງເປັນຜູ້ສືບທອດລຸ້ນທີສອງທີ່ນຳພາບໍລິສັດສັດເຕີບໂຕຢ່າງຕໍ່ເນື່ອງ ແລະ ເປົ້າໝາຍໃນອີກ 5 ປີຂ້າງໜ້າ ພູສີກຣຸບ ຈະໃຫ້ທະລຸກາຍເປັນໜຶ່ງໃນ 1,000 ບໍລິສັດຊັ້ນນໍາຂອງໂລກ.