ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
Tai Chi ຫລື ທີ່ໄດ້ຍິນເປັນປະຈໍາ ຄື: ໄທ້ເກັກ ເປັນສິລະ ປະປ້ອງກັນຕົວປະເພດໜຶ່ງຂອງຈີນທີ່ມີມາແຕ່ບູຮານນະ ການ ໂດຍແມ່ນນັກບວດຊື່ື ຈານ ຊາງເຟີງ ເປັນຜູ້ໃຫ້ກໍາເນີດ, ຈາກນັ້ນ ໄດ້ຮັບການເຜີຍແຜ່ ແລະ ປະຕິບັດສືບທອດກັນມາຈົນເຖີງປັດຈຸບັນນີ້ ເຊີ່ງໄດ້ຮັບຄວາມນິຍົມສູງໃນກຸ່ມຜູ້ສູງອາຍຸໃນປະເທດຈີນ.
Tai Chi ເປັນສິລະປະປ້ອງກັນຕົວ ແຕ່ສາມາດໃຊ້ອອກກໍາລັງກາຍທີ່ກ່ຽວຂ້ອງກັບລະບົບຫາຍໃຈ ໂດຍການຟ້ອນໃນທ່າຕ່າງໆ ໃນຈັງຫວະໄວ, ຊ້າ, ເບົາ ແລະ ໜັກທີ່ປະສົມປະສານກັນ ເຊີ່ງມີລັກສະນະສໍາຄັນ ຄື: ຄວາມຊ້າ ຊ່ວຍພັດທະນາຄວາມຮູ້, ຄວາມເບົາ ຊ່ວຍໃຫ້ການເຄື່ອນໄຫວໄປໄດ້ຢ່າງຕໍ່ເນື່ອງ, ຄວາມສົມດຸນເຮັດໃຫ້ຮ່າງກາຍຢູ່ໃນທ່າທີ່ບໍ່ເຄັ່ງຄຽດ, ຄວາມສະຫງົບ ໄດ້ມາຈາກຄວາມຕໍ່ເນື່ອງທີ່ມີການເຄື່ອນໄຫວຢ່າງສະໝໍ່າສະເໝີກັນ ໂດຍບໍ່ໄດ້ໃຊ້ກ້າມເນື້ອ ແລະ ອອກແຮງເຄື່ອນໄຫວຫລາຍເກີນໄປ. ນອກຈາກນີ້ ຍັງເປັນການຊ່ວຍຝຶກສະມາທິຂອງເຮົາຕື່ມອີກ.
ປັດຈຸບັນ, ຜູ້ສູງອາຍຸໃນປະເທດຈີນ ມັກຟ້ອນ ໄທ້ເກັກ ຢູ່ຕາມສະຖານທີ່ສວນສາທາລະນະຕ່າງໆ ເຊີ່ງຄວາມຈິງແລ້ວການຟ້ອນດັ່ງກ່າວບໍ່ພຽງແຕ່ເໝາະສົມສໍາລັບຜູ້ສູງອາຍຸເທົ່ານັ້ນ ແຕ່ຍັງເໝາະສົມກັບທຸກເພດໄວທີ່ຕ້ອງການອອກກໍາລັງກາຍ ເພາະຈາກການສຶກສາຂອງນັກຊ່ຽວຊານທີ່ກ່ຽວຂ້ອງທັງຢູ່ໃນປະເທດຈີນ ແລະ ຕ່າງປະເທດແລ້ວເຫັນວ່າ ໄທ້ເກັກ ສາມາດປັບຄວາມສົມດຸນຂອງການໄຫລວຽນຂອງເລືອດ, ຫລຸດຜ່ອນຄວາມຄຽດ, ປັບຄວາມສົມດຸນໃນການຍ່ອຍອາຫານ, ການຂັບຖ່າຍ ແລະ ອື່ນໆ.
ນອກຈາກ ໃຊ້ເປັນການອອກກໍາລັງກາຍແລ້ວ, ໃນໄລຍະຜ່ານມາ ນອກຈາກການຈັດງານໃນລະດັບປະເທດ ຈີນ ຍັງໄດ້ນໍາເອົາ Tai Chi ໄປສະແດງຮ່ວມກັບລາຍການຕ່າງໆ ໃນງານລະດັບສາກົນ ໂດຍສະເພາະໃນງານມະຫາກໍາກິລາໂອແລັມປິກປັກກິ່ງ 2008 ທີ່ຈີນໄດ້ຮັບກຽດເປັນເຈົ້າພາບ ກໍໄດ້ບັນຈຸການສະແດງ Tai Chi ຮ່ວມຢູ່ດ້ວຍ ແລະ ໄດ້ຮັບຄວາມສົນໃຈຫລາຍຈາກນັກກິລາ ກໍຄື ຄະນະນໍາໃນທົ່ວໂລກ.
ຢ່າງໃດກໍຕາມ, ເຖີງວ່າ Tai Chi ຫລື ໄທ້ເກັກ ເໝາະສົມສໍາລັບທຸກເພດໄວ ແຕ່ແມ່ນຍິງຖືພາ ແລະ ຜູ້ທີ່ມີບັນຫາກ່ຽວກັບກະດູກຄວນຫລີກຫລ່ຽງການຫລີ້ນກິລາປະເພດນີ້.