ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການຂຽນຕົວອັກສອນພາສາຈີນ ຖືເປັນສິລະປະແບບດັ້ງເດີມຂອງຈີນທີ່ມີມາຫລາຍພັນປີຍັງມີຄວາມໂດດເດັ່ນ ເຊີ່ງບໍ່ພຽງແຕ່ເປັນວິທີການສື່ສານເທົ່ານັ້ນເທົ່ານັ້ນ, ແຕ່ຍັງເປັນວິທີຫນຶ່ງທີ່ສະແດງໃຫ້ໂລກ
ໄດ້ຮັບຮູ້ກ່ຽວກັບຄວາມງົດ ງາມດັ່ງກ່າວ. ຄົນຈີນບູຮານ ໄດ້ເອົາໃຈໃສ່ເປັນຢ່າງຍິ່ງຕໍ່ສິລະປະການຂຽນຕົວອັກສອນ ເພາະມັນສາມາດສະແດງໃຫ້ເຫັນເຖີງຄວາມສາມາດ, ສິລະປະ ແລະ ຄວາມງົດງາມ
ຂອງຜູ້ຂຽນ.

 

ທ່ານນາງ Chen Chen, ຄູຝຶກສູນພາສາ ແລະ ວັດທະນະທໍາຄະນະຜູ້ແທນທາງການທູດນະຄອນຫລວງປັກກິ່ງຂອງຈີນ (LCC) ອະທິບາຍໃຫ້ຮູ້ວ່າ: ການເຝິກຂຽນອັກສອນພາສາຈີນຕ້ອງ
ນໍາໃຊ້ເຄື່ອງມືພື້ນຖານ 4 ຢ່າງ ຄື: ໄມ້ຟອຍຂຽນໜັງສື, ນໍ້າໝຶກ, ເຈ້ຍສໍາລັບຂຽນໜັງສືທີ່ເຮັດດ້ວຍເຂົ້າຂອງຈີນ ແລະ ຫີນສໍາລັບໃສ່ນໍ້າໜຶກ, ໃນນີ້ສະເພາະໄມ້ຟອຍຂຽນໜັງສືທີ່ໃຊ້ຂຽນໃນເມື່ອ
ກ່ອນແມ່ນເຮັດດ້ວຍໄມ້ໄຜ່ ແລະ ມີຫລາຍປະເພດ, ແຕ່ຕໍ່ມາສາມາດເຮັດໄດ້ຈາກການນໍາໃຊ້ຂົນໄກ່, ຂົນແກະ, ຂົນມ້າ ແລະ ອື່ນໆ ໂດຍສາມາດແບ່ງອອກເປັນ 3 ປະເພດ ຄື: ຂົນແກະ, ຂົນ
ກະຮອກ ແລະ ຂົນແບບປະສົມ, ເຊີ່ງຟອຍຂຽນໜັງສືທັງສາມຊະນິດມີຈຸດພິເສດ ແລະ ຄຸນລັກສະນະທີ່ແຕກຕ່າງກັນ, ເຊັ່ນດຽວກັບເຈ້ຍສໍາລັບຂຽນໜັງສືທີ່ເຮັດດ້ວຍເຂົ້າຂອງຈີນ ແມ່ນມີຫລາຍ
ຊະນິດ ແລະ ເໝາະສົມກັບການຂຽນໜັງສື ຫລື ແຕ້ມຮູບຕ່າງໆ ທີ່ແຕກຕ່າງກັນ.
ໃນການລົງມືຂຽນຕົວຈິງ, ນັກຂຽນຈະຕ້ອງລືມຄວາມກັງວົນທັງບັນຫາທີ່ເກີດຂຶ້ນກັບຕົນເອງ ຫລື ສ່ວນລວມ, ຕ້ອງມີສະມາທິ ແລະ ຈິດໃຈຕ້ອງຍູ້ທີ່ປາຍຂອງໄມ້ຟອຍຂຽນອັກສອນ, ຈາກ
ນັ້ນແມ່ນການຮວບຮວມເອົາຄວາມຄິດ ແລະ ຄວາມຕັ້ງໃຈທັງໝົດ ເພື່ອຂຽນອັກສອນ ເຊີ່ງທຸກເສັ້ນສາຍທີ່ຂຽນອອກມາຕ້ອງມີຄວາມໝາຍ ແລະ ເຮັດໃຫ້ການຂຽນອອກມາດີທີ່ສຸດເພາະການຂຽນ
ຕົວອັກສອນກໍປຽບເໝືອນແວ່ນທີ່ສະທ້ອນໃຫ້ເຫັນເຖີງຄວາມມີຊີວິດຊີວາໃນສິ່ງທີ່ຕົນເອງຂຽນຂຶ້ນມາ.
ປັດຈຸບັນ ເຖີງວ່າມີຫລາຍວິທີທີ່ທັນສະໄໝເພື່ອມາໃຊ້ເຂົ້າໃນການຂຽນອັກສອນພາສາຈີນ, ແຕ່ຄົນຍັງນິຍົມໃຊ້ການຂຽນແບບດັ່ງເດີມ ແລະ ເຝິກແອບດ້ວຍຄວາມອົດ ທົນເພື່ອໃຫ້ໄດ້ດັ່ງທີ່
ຕົນຕ້ອງການ.