ສື່ມວນຊົນຕ່າງປະເທດ ເກືອບ 100 ຄົນ ຈາກຫລາຍກວ່າ 50 ປະເທດ ໄດ້ເຂົ້າຮ່ວມກິດຈະກໍາແລກປ່ຽນຮຽນຮູ້ວັດທະນະທໍາຈີນໃນງານສະເຫລີມສະຫລອງກາງລະດູໃບໄມ້ຫລົ່ນ ຫລື ເອີ້ນວ່າ: “ວັນໄຫວ້ພະຈັນ” ຈັດຂຶ້ນຢູ່ເຂດສູນກາງທຸລະກິດປັກກິ່ງ (Beijing CBD) ໃນຕອນຄໍ່າວັນທີ 6ສິງຫາ 2022 ໂດຍການສະໜັບສະໜູນງານຂອງສະມາຄົມການທູດສາທາລະນະຂອງຈີນ (CPDA).ພາຍໃນງານຄັ້ງນີ້ ມີຫລາຍກິດຈະກໍາໃຫ້ແຂກທີ່ເຂົ້າຮ່ວມໄດ້ສໍາຜັດດ້ວຍຕົນເອງ, ລວມເຖີງໄດ້ຮັບຊົມການສະແດງສິລະປະຫລາຍລາຍການເຊີ່ງທັງໝົດລ້ວນແລ້ວແຕ່ສະແດງໃຫ້ເຫັນເຖີງວັດທະນະທໍາອັນດີງາມແບບດັ້ງເດີມຂອງຈີນທີ່ມີມາແຕ່ດຶກດໍາບັນ ແລະ ສືບທອດປະຕິບັດກັນມາຈົນມາຮອດປັດຈຸບັນນີ້.

ທ່ານ ນາງ ຮົວ ຊຸນຫຍິງ, ໂຄສົກກະຊວງການຕ່າງປະເທດຈີນ ທີ່ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ ໄດ້ກ່າວວ່າ: ການໄຫວ້ພະຈັນ ແມ່ນການຊື່ນຊົມດວງຈັນ ເຊີ່ງ ຊູຊື “苏轼” ນັກກະວີທີ່ມີຊື່ສຽງຂອງຈີນທີ່ມີຊີວິດຢູ່ໃນສະໄໝລາດຊະວົງຊົ່ງປະມານ 1.000 ປີກ່ອນໄດ້ຂຽນໄວ້ວ່າ: “ຂໍໃຫ້ພວກເຮົາທຸກຄົນໄດ້ຮັບພອນດ້ວຍຊີວິດທີ່ຍາວນານ ເຖີງວ່າຢູ່ຫ່າງໄກກັນ ແຕ່ພວກເຮົາຍັງສາມາດແບ່ງປັນຄວາມງາມຂອງດວງຈັນດ້ວຍກັນໄດ້”ເຊີ່ງຄ້າຍຄືກັບບົດກະວີຂອງຂອງ Pablo Neruda ຊາວຊີເລ ຜູ້ຍິ່ງໃຫຍ່ທີ່ໄດ້ຂຽນໄວ້ກ່ຽວກັບດວງຈັນວ່າ: “ດວງຈັນສ່ອງແສງ ເໝືອນຟົດສະຟໍຢູ່ເທີງໜ້ານໍ້າ ຂ້ອຍຄິດຮອດເຈົ້າ”.  ພວກເຮົາ ອາດມາຈາກສະຖານທີ່ຫ່າງໄກກັນ ແຕ່ມີຫົວໃຈຄືກັນ, ເຖີງວ່າມີສີຜີວ, ພາສາ, ວັດທະນະທໍາ ແລະ ປະຫວັດຄວາມເປັນມາແຕກຕ່າງກັນ ແຕ່ພວກເຮົາສາມາດແບ່ງປັນຄວາມຝັນຮ່ວມກັນທີ່ຈະສ້າງຕົນເອງໃຫ້ດີຂຶ້ນ ແລະ ສ້າງໂລກທີ່ດີຂຶ້ນ.

ທ່ານກ່າວຕື່ມວ່າ:  ກອງປະຊມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ຈະຈັດຂຶ້ນໃນວັນທີ 16  ຕຸລາ ປີ 2022 ເຊີ່ງເປັນກອງປະຊຸມທີ່ມີຄວາມສໍາຄັນຍິ່ງ. ປະຊາຊົນຈີນແມ່ນເຕັມໄປດ້ວຍຄວາມຄາດຕໍ່ກອງປະຊຸມ ກໍຄື ອະນາຄົດຂອງຊາດ, ເຊີ່ງຮັບຮູ້ດີວ່າຫົນທາງໃນຕໍ່ໜ້າຈະບໍ່ເປັນຄືກັບການແລ່ນເຮືອໃບທໍາມະດາ ເພາະຮູ້ດີວ່າມີບາງປະເທດບໍ່ມີຄວາມສຸກທີ່ເຫັນປະເທດຈີນມີຄວາມຈະເລີນກ້າວໜ້າ ແລະ ຫາວິທີຂັດຂວາງຈີນໃນຫລາຍຮູບແບບ. ຢ່າງໃດກໍຕາມ ພວກເຮົາມີຄວາມໝັ້ນໃຈໃນອະນາຄົດຂອງຈີນ, ດັ່ງທີ່ ທ່ານ ສີ ຈິ້ນ ຜິງ ໄດ້ກ່າວໄວ້ວ່າ:ການຟື້ນໂຕຄືນຂອງປະເທດຈີນ ເປັນສິ່ງທີ່ບໍ່ສາມາດຫຼີກຫລ່ຽງໄດ້ໃນປະຫວັດສາດແລະ ບໍ່ມີໃຜສາມາດຢຸດຢັ້ງປະຊາຊົນຈີນຈາກການດໍາລົງຊີວິດທີ່ດີຂຶ້ນກວ່າເກົ່າ.

ທ່ານໄດ້ເນັ້ນໜັກໃຫ້ຮູ້ວ່າ: ການພັດທະນາຂອງຈີນ ຄື ການພັດທະນາຂອງປະເທດກໍາລັງພັດທະນາ. ຈີນທີ່ເຂັ້ມແຂງຂຶ້ນ ແມ່ນເປັນກໍາລັງທີ່ເຂັ້ມແຂງຂຶ້ນເພື່ອສັນຕິພາບໂລກ. ຈີນ ບໍ່ເຄີຍ ແລະ ຈະບໍ່ມີມື້ເປີດສົງຄາມກັບປະເທດໃດ ຫຼື ຂົ່ມເຫັງປະເທດໃດປະເທດຫນຶ່ງ. ຕໍ່ໂລກ:ການພັດທະນາຂອງຈີນຫມາຍເຖິງສັນຕິພາບຫຼາຍຂຶ້ນ. ຕໍ່ເພື່ອນປະເທດທີ່ກໍາລັງພັດທະນາຂອງພວກເຮົາ:ການພັດທະນາຂອງຈີນຫມາຍເຖິງໂອກາດແລະຜົນປະໂຫຍດຫຼາຍຂຶ້ນ.ຈີນ ຈະບໍ່ມີມື້ຫລົງລືມຄວາມສາມັກຄີໃນບັນດາປະເທດອ້າຍເອື້ອຍນ້ອງໃນອາຊີ, ອາຟຣິກາແລະອາເມຣິກາລາຕິນແລະການສະຫນັບສະຫນູນທີ່ພວກເຮົາມອບໃຫ້ກັນແລະກັນໃນເວລາທີ່ມີຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກລໍາບາກ. ຈີນ ຈະເປັນສະມາຊິກໃນຄອບຄົວຂອງປະເທດກໍາລັງພັດທະນາຢູ່ສະເຫມີ ແລະ ຈະຕອບແທນຄອບຄົວດ້ວຍຄວາມກ້າວຫນ້າໃນການພັດທະນາປະເທດຢ່າງແນ່ນອນ. ພວກເຮົາຈະຊ່ວຍເຫລືອທຸກຄົນໃນຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນບົນເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໂດຍບໍ່ປ່ອຍປະໃຜຜູ້ໜຶ່ງໄວ້ທາງຫລັງ.

ວັນໄຫວ້ພະຈັນ ຫລື ງານສະເຫລີມສະຫລອງກາງລະດູໃບໄມ້ຫລົ່ນ (Mid-Autumn Festival) ເປັນງານທີ່ມີຄວາມສໍາຄັນທີ່ສຸດສໍາລັບຊາວຈີນ ທີ່ທຸກປີຈັດຂຶ້ນໃນມື້ເດືອນເພັງ 15 ຄໍ່າເດືອນ 8 ຕາມຈັນທະຄະຕິຈີນ ເຊີ່ງປະຕິບັດສືບທອດກັນມາແຕ່ດົນນານ ແລະມີຕໍານານເລົ່າກ່ຽວກັບວັນໄຫວ້ພະຈັນຢ່າງຫລວງຫລາຍ ໂດຍສະເພາະເລື່ອງຂອງເທບທິດາ ສາງເອີເຫິນສູ່ດວງຈັນ ແລະ ກະຕ່າຍຢູ່ເທີງດວງຈັນ. ສໍາລັບວັນໄຫວ້ພະຈັນປະຈໍາປີ 2022 ແມ່ນກົງກັບວັນທີ 10 ສິງຫານີ້.

 

 

Loading...