ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງໃຫ້ທ່ານຊາບວ່າເນື່ອງຈາກໄລຍະນີ້ມີຝົນຕົກໜັກຕາມແລວທາງລົດໄຟ, ເພື່ອຮັບປະກັນຄວາມປອດໄພຂອງລົດໄຟໂດຍສານ, ພວກເຮົາຈຳເປັນຕ້ອງໄດ້ມີການຈອດລົດຊົ່ວຄາວ ຫຼື ຫຼຸດຜ່ອນຄວາມໄວໃນການເດີນລົດລົງໃນບາງຊ່ວງຂອງທາງລົດໄຟ ເພື່ອລໍຖ້າໃຫ້ມີການຢືນຢັນວ່າມີຄວາມປອດໄພແລ້ວຈິ່ງຈະສາມາດແລ່ນລົດຕໍ່ໄປໄດ້, ພະນັກງານທາງລົດໄຟກຳລັງສຸມໃສ່ແກ້ໄຂບັນຫາໃຫ້ໄວທີ່ສຸດ ເພື່ອໃຫ້ຜູ້ໂດຍສານໄປຮອດຈຸດໝາຍປາຍທາງດ້ວຍຄວາມສະຫວັດດີພາບ. ຫວັງວ່າຜູ້ໂດຍສານຈະໃຫ້ຄວາມເຂົ້າໃຈ ແລະ ຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
No photo description available.