ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມສະຫຼອງສອງວັນປະຫວັດ ສາດລາວ ແລະ ຫວຽດນາມຢູ່ນະຄອນໂຮ່ຈີມິນ ໃນວັນທີ 30 ສີງຫາ 2022 ຄະນະຜູ້ແທນຂັ້ນສູງແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ; ພ້ອມດ້ວຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອານຸສອນປະທານ ໂຮ່ຈີມິນ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖີງຄຸນງາມ ຄວາມດີຂອງເພີ່ນ ຈາກນັ້ນກໍໄດ້ ຢ້ຽມຊົມການວາງສະແດງຮູບພາບຕ່າງໆຢູ່ຫໍວັດທະ ນະທຳນະຄອນໂຮ່ຈີມິນ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມ ພິທີສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 45 ປີ ໂດຍມີທ່ານ ຫງວຽນ ວັນເນນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິນ ພ້ອມດ້ວຍພະນັກງານ ແລະ ຕາງໜ້ານັກສຶກສາລາວທີ່ສຶກສາຢູ່ນະຄອນໂຮ່ຈີມິນເຂົ້າຮ່ວມ.
ໃນພິທີທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ເລຂາຄະນະພັກນະຄອນໂຮ່ຈີມິນ ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫັວນນະເຂດ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນສາຍພົວພັນການຮ່ວມມືແບບພິເສດຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ໃນໄລຍະຮ່ວມທຸກຮ່ວມສຸກ ຕີສັດຕູໂຕດຽວກັນຈົນໄດ້ຮັບໄຊຊະນະ ພາຍຫຼັງສອງປະເທດໄດ້ກ້າວເຂົ້າສູ່ສັງ ກາດໃໝ່ແຫ່ງສັນຕິ ພາບ ເອກະລາດ ແລະ ການສ້າງສາພັດ ທະນາສູ່ຄວາມວັດທະນາຖາວອນ ເພື່ອປົກປ້ອງໝາກຜົນຂອງການປະຕິວັດ ແລະ ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລາວ-ຫວຽດນາມເຂົ້າສູ່ລວງເລິກສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 1977 ເຊິ່ງສົນທິ ສັນຍາດັ່ງກ່າວໄດ້ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການພົວພັນຮ່ວມມືຮອບດ້ານ ທີ່ສອດຄ່ອງກັບຫຼັກການສາກົນຂອງການພົວພັນລະຫວ່າງປະເທດໄດ້ຮັບການຜັນຂະຫຍາຍເຂົ້າສູ່ຕົວຈິງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ມີປະສິດທິຜົນຍິ່ງຂຶ້ນ ເປັນປັດໄຈຊ່ວຍໜູນອັນສໍາຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ສອງປະເທດ ເຖິງວ່າສະພາບການໃນພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ສະຫຼັບສັບຊ້ອນບວກກັບຄວາມຫຍຸ້ງຍາກຢູ່ພາຍໃນຂອງ 2 ປະເທດ ແຕ່ສາຍພົວພັນພິເສດລາວ-ຫວຽດນາມຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ເຊິ່ງສະແດງໃຫ້ເຫັນໃນການພົວພັນດ້ານການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີຄວາມໜັກແໜ້ນ ການພົວ ພັນຮອບດ້ານເສດຖະກິດ-ການຄ້າ ການລົງທຶນ ແລະ ຂະແໜງການຕ່າງໆ ນັບທັງການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດລ້ວນແຕ່ມີຄວາມຄືບໜ້າ ແລະ ພວມນໍາມາຜົນປະໂຫຍດຕົວຈິງແກ່ໃຫ້ທັງ 2 ຝ່າຍ. ເຊີ່ງການສະເຫຼີມ ສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຢູ່ນະຄອນໂຮ່ຈີມິນຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອເປັນການທົບທວນຫວນຄືນ ມູນເຊື້ອອັນລໍ້າເລີດຂອງສອງຊາດໃຫ້ຄົນຮຸ່ນຫຼັງໄດ້ສານຕໍ່ ແລະ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງ ເສີມຂະ ຫຍາຍມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອຈົ່ງຍືນຍົງຢູ່ກັບພາລະກິດພວກເຮົາຕະຫຼອດໄປ.
ຂ່າວ: ທັດຊະນະ.




