ໃນໂອກາດວັນກາແດງ ແລະ ຊິກວົງເດືອນແດງສາກົນ ວັນທີ 8 ພຶດສະພາ ຄົບຮອບ 159 ປີ (8 ພຶດສະພາ 1863-8 ພຶດສະພາ 2022), ທ່ານ ຮສ.ດຣພູທອນເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ ໄດ້ຖະແຫລງຕໍ່ສື່ມວນຊົນ, ວັນທີ 5 ພຶດສະພາ 2022. ທ່ານໄດ້ຍົກໃຫ້ເຫັນກ່ຽວ ກັບຄວາມເປັນມາຂອງວັນສໍາຄັນດັ່ງກ່າວວ່າ: ໃນວັນທີ 14 ມິຖຸນາ 1859, ທ່ານ ອັງຣີດຸຍນັງ (Henry Dunant) ນັກທຸລະກິດຊາວສວິດ ໄດ້ເດີນທາງຜ່ານທົ່ງຫຍ້າໂຊນເຟຣີໂນທາງພາກເໜືອຂອງປະເທດອີຕາລີ, ຊຶ່ງເປັນສະໝໍລະພູມລະ ຫວ່າງກອງທັບຝຣັ່ງ ແລະ ໂອຕຣິດ ທີ່ມີທະຫານບາດເຈັບ ແລະ ລົ້ມຕາຍຫລາຍກວ່າ 4 ໝື່ນຄົນ, ຈາກເຫດການອັນໜ້າສະ ເທືອນຂວັນດັ່ງກ່າວ ທ່ານເກີດແນວຄວາມຄິດດ້ານມະນຸດສະທຳ ແລະ ໃຫ້ການຊ່ວຍເຫລືອສິ່ງຈຳເປັນອັນຮີບດ່ວນ, ຈິ່ງຕັດສິນໃຈໃຊ້ໂບດທີ່ຢູ່ໃກ້ເຂດສົງຄາມ ເປັນໂຮງໝໍຊົ່ວຄາວເພື່ອຊ່ວຍ ເຫລືອ ແລະ ປິ່ນປົວທະຫານຝຣັ່ງ ແລະ ໂອຕຣິດ ຢ່າງສະເໝີພາບກັນ, ລວມທັງການຮັບຝາກຂໍ້ມູນຂ່າວສານຂອງທະຫານທັງສອງຝ່າຍ. ຕໍ່ມາ ທ່ານໄດ້ກັບຄືນປະເທດສວິດ ແລະ ຂຽນປຶ້ມຫົວໜຶ່ງທີ່ໃສ່ຊື່ວ່າ: ຄວາມຊົງຈຳແຫ່ງເມືອງໂຊນເຟຣີໂນ (The memory of Solferino), ຊຶ່ງທ່ານໄດ້ພັນລະນາສິ່ງທີ່ພົບເຫັນ ແລະ ພ້ອມທັງໄດ້ສະເໜີສອງແນວຄວາມຄິດ ຄື: ທຸກໆປະເທດ ຕ້ອງມີອາສາສະໝັກເພື່ອໃຫ້ການຊ່ວຍ ເຫລືອເວລາມີການປະທະ ກັນດ້ວຍອາວຸດ ແລະ ທຸກໆປະເທດ ຕ້ອງຮັບຜິດຊອບຕໍ່ທະຫານຂອງຕົນ, ຈຶ່ງເປັນທີ່ມາຂອງກົດໝາຍມະນຸດສະທຳສາກົນ (International Humanitarian Law). ຈົນມາຮອດວັນທີ 23 ຕຸລາ 1863 ທ່ານ ອັງຣີດຸຍນັງ ກັບເພື່ອນອີກ 4 ຄົນ ໄດ້ສ້າງຕັ້ງຄະນະກຳມະ ການກາແດງສາກົນຂຶ້ນ ເພື່ອຈາລຶກຄຸນງາມຄວາມດີຂອງ ທ່ານ ອັງຣີດູນັງ ຈຶ່ງກຳນົດເອົາວັນທີ 8 ພຶດສະພາ ເປັນວັນສ້າງຕັ້ງກາແດງ ແລະ ຊິກວົງເດືອນແດງສາກົນ.
ສໍາລັບ ຄຳຂວັນປຸກລະດົມນໍ້າໃຈນັກເຄື່ອນໄຫວມະນຸດສະທຳ ປີ 2022 ແມ່ນ “ພວກເຮົາທຸກຄົນມີຄວາມເມດຕາເພື່ອນມະນຸດດ້ວຍກັນ” ເພາະເຊື່ອໝັ້ນຕໍ່ພະລັງຂອງຄວາມເມດຕາ, ສະນັ້ນ ວັນກາແດງແລະຊີກວົງເດືອນແດງສາ ກົນປີນີ້ ຈຶ່ງສະເຫຼີມສະຫຼອງການກະທຳທຸກປະເພດຂອງຄວາມເມດຕາ ແລະ ສະແດງໃຫ້ເຫັນວິທີການຮ່ວມມືກັນ ເພາະຈະມີຜົນກະທົບຕໍ່ທົ່ວໂລກຢ່າງແທ້ຈິງ.
ທ່ານ ຮສ.ດຣພູທອນເມືອງປາກ ໃຫ້ຮູ້ຕື່ມວ່າ: ສໍາລັບອົງການກາແດງແຫ່ງຊາດລາວສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955, ຖືກຮັບຮູ້ຈາກຄະນະກຳມະການກາແດງສາກົນໃນວັນທີ 23 ພຶດສະ ພາ 1957 ແລະເຂົ້າເປັນສະມາ ຊິກຂອງສະຫະພັນກາແດງແລະຊີກວົງເດືອນແດງສາກົນ (IFCR) ໃນວັນທີ 25 ຕຸລາ 1957 ເປັນອົງການຈັດຕັ້ງທາງສັງຄົມຂອງສປປລາວທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງເປັນເອກະລາດຢູ່ພາຍໃຕ້ລັດຖະທຳມະນູນ, ກົດ ໝາຍແລະ 7 ຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນ; ໂດຍມີ 9 ວຽກງານສຳຄັນ ພ້ອມແລ້ວທີ່ຈະເຮັດວຽກງານມະນຸດສະທຳ ຕາມພາລະບົດບາດຂອງຕົນເພື່ອສ້າງແລະສົງເສີມຄຸນຄ່າດ້ານມະນຸດສະທຳໂດຍບໍ່ຈຳແນກການປະຕິບັດຢູ່ສັງຄົມລາວ,ເປັນຂົວຕໍ່ນຳເອົາຄວາມເມດຕາ, ນໍ້າໃຈຈາກຜູ້ໃຈບຸນທັງຫຼາຍສົ່ງໄປຮອດໄປເຖິງຜູ້ທີ່ຂາດແຄນ,ອ່ອນນ້ອຍ ແລະ ດ້ອຍໂອກາດໃນທົ່ວປະເທດ.