ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງພາຍໃນ ຈັດກິດຈະກໍາການຈົດທະບຽນຄອບຄົວ ເຄື່ອນທີ່ ໂດຍເນັ້ນໃສ່ການຈົດທະບຽນແຕ່ງດອງ ແລະ ຈົດທະບຽນການເກີດ ໃນຕອນເຊົ້າ 31 ພືດສະພາ 2022 ຢູ່ຫ້ອງປະຊຸມ ກະຊວງພາຍໃນນະຄອນຫລວງວຽງຈັນ ມີທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ,ມີບັນດາ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນ , ສະຖາບັນ,ຕາງຫນ້າຫ້ອງການພາຍໃນ 9 ຕົວເມືອງທົ່ວນະຄອນຫລວງວຽງຈັນ, ພະນັກງານ-ລັດຖະກອນ ພາຍໃນກະຊວງພາຍໃນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຄໍາເຫັນວ່າ:ການຈົດທະບຽນແຕ່ງດອງ ແລະ ຈົດທະບຽນການເກີດ, ກິດຈະກຳຄັ້ງນີ້ ແມ່ນຈັດຂຶ້ນ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ, ວັນເດັກນ້ອຍສາກົົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ 22 ພະຈິກ ຖືເປັນຄັ້ງທຳອິດ ທີ່ຈັດຂຶ້ນຢູ່ກະຊວງພາຍໃນ ເປັນການຈັດກິດຈະກຳທີ່ຕິດພັນກັບວຽກງານວິຊາສະເພາະ ໃນການຈັດຕັ້ງຜັນຂະ ຫຍາຍຍຸດທະສາດຈົດທະບຽນ ແລະ ສະຖິຕິພົນລະເມືອງ ຕິດພັນກັບການສະເຫຼີມສະຫຼອງ 2 ວັນ ປະຫວັດສາດລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ ນອກຈາກນີ້ການຈົດທະບຽນການແຕ່ງດອງ ແລະ ການຈົດທະບຽນການເກີດ ຍັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກໂດຍກົງ ເປັນຕົ້ນ: ສິດທິໃນການເລືອກສັນຊາດ, ຊື່ ແລະ ສາຍພົວພັນຄອບຄົວ; ການປົກປ້ອງຕໍ່ ການແຕ່ງດອງໃນໄວເດັກ, ການນຳໃຊ້ແຮງງານເດັກ, ການເປັນທະຫານ, ການຄ້າມະນຸດ, ການລັກພາຕົວ ແລະ ການຮັບເປັນລູກລ້ຽງຢ່າງຜິດກົດໝາຍ; ການເຂົ້າເຖິງການສຶກສາ ແລະ ການບໍລິການສັງຄົມ; ສິດໃນການຮຽກຮ້ອງການສືບທອດມໍລະດົກ; ສິດໃນສິນສົມສ້າງ ແລະ ອື່ນໆ,ຄຽງຄູ່ກັນນີ້ ການຈົດທະບຽນການແຕ່ງດອງ ແລະ ການຈົດທະບຽນການເກີດ ແມ່ນນອນໃນ 7 ໜ້າວຽກຂອງການຈົດທະບຽນຄອບຄົວ ທີ່ກະຊວງພາຍໃນຮັບຜິດຊອບ ເຊີ່ງວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ທີ່ຕິດພັນກັບຜົນປະໂຫຍດຂອງປະ ຊາຊົນ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊີ່ງລັດຖະບານໄດ້ວາງວິໄສທັດຮອດ ປີ 2030 ສິດທິຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດດ້ວຍກົດໝາຍທີ່ສັກສິດ,ໄລຍະຜ່ານມາ ລັດຖະບານ ໄດ້ອອກກົດໝາຍຫຼາຍສະບັບ ທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜົນລະເມືອງລາວ; ພ້ອມທັງໄດ້ວາງຄາດໝາຍສູ້ຊົນຮອດປີ 2025 ຕື່ມອີກ.
ທ່ານ ທອງຈັນ ມະນີໄຊ ໃຫ້ຮູ້ຕື່ມວ່າ:ໄລຍະຜ່ານມາກໍ່ຄືປັດຈຸບັນພັກເເລະລັດຖະບານໄດ້ໃຫ້ຄວາມສໍາຄັນເປັນພິເສດຕໍ່ວຽກງານເເມ່ເເລະເດັກເນື່ອງຈາກວ່າເດັກມີບົດບາດສຳຄັນໃນຊີວິດສັງຄົມ ນອກຈາກເດັກ ຈະເປັນລູກຮັກຫຼານແພງຂອງຄອບຄົວ, ຊຸມຊົນ ແລະ ສັງຄົມແລ້ວ, ເດັກຍັງເປັນຕົວແທນຂອງການປ່ຽນແປງ ເພື່ອສືບທອດການພັດທະນາ ແລະ ສ້າງສາປະເທດຊາດໃນອະນາຄົດຢ່າງໝັ້ນຄົງ; ເຊັ່ນດຽວກັນກັບແມ່ຍິງທຸກຊົນເຜົ່າ ຄວນໄດ້ຮັບການປະຕິບັດຈາກສັງຄົມ ແລະ ຈາກລັດຢ່າງເທົ່າທຽມ ໂດຍສະເພາະ ສິດໃນການເຂົ້າເຖິງການສຶກສາ, ສິດໃນການເລືອກຄູ່ຄອງ, ສິດໃນການຄອບຄອງສັບສິນ, ສິດໃນການອອກສຽງຕໍ່ການພັດທະນາຕໍ່ຄອບຄົວ, ບ້ານ ແລະ ຊຸມຊົນ, ສິດໃນການໄດ້ຮັບຄ່າແຮງທີ່ເທົ່າທຽມກັນ.
ສໍາລັບການສ້າງກິດຈະກຳການຈົດທະ ບຽນແຕ່ງດອງ ແລະ ຈົດທະບຽນການເກີດ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ, ວັນເດັກນ້ອຍສາກົົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ 22 ພະຈິກ ຢູ່ທີ່ກະຊວງພາຍໃນ ໃນຄັ້ງນີ້ ເຕັມໄປດ້ວຍບັນ ຍາກາດທີ່ຟົດຟື້ນ ແລະ ອົບອຸ່ນ, ພາຍຫຼັງທີ່ມີການຈົດທະບຽນ ທ່ານ ລັດຖະມົນຕີກະຊວງພາຍໃນ ໄດ້ມອບໃບຢັ້ງຢືນໃຫ້ກັບຜູ້ທີ່ມາຈົດທະບຽນ; ນອກຈາກນັ້ນ,ຍັງມີກິດຈະກຳອື່ນໆອີກ ເຊັ່ນ : ກິດຈະກໍາ ຖາມ-ຕອບ ກ່ຽວກັບເດັກ ແລະ ແມ່ຍິງ, ກິດຈະກຳແຈກຂອງຂວັນໃຫ້ເດັກນ້ອຍ ດ້ວຍບັນຍາກາດມ່ວນຊື່ນ.
ພາບ-ຂ່າວ ເດດອາລຸນ ແກ້ວວິໄລ.