ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດ ທົ່ວປະເທດ ໄດ້ ໄດ້ພົບສັນຍານການເກີດແຜ່ນ ດິນໄຫວພາຍໃນ ປະເທດລາວ ໃນວັນທີ 18 ຕຸລາ 2021 ເວລາ 01:24 ໂມງ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລິ ມີຈດສູນກາງເສັ້ນຂະໜານທີ 19.4 ອົງສາ ເໜືອ ແລະ ເສັ້ນແວງທີ 101.7 ອົງສາຕາເວັນອອກ, ຄວາມແຮງສັ່ນສະ ເທືອນວັດແທກໄດ້ 2.4 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນເມືອງໄຊຍະບູລີ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກເທສະບານ ເມືອງໄຊຍະບູລີ ປະມານ 22 ກິໂລແມັດ. ເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.