ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບ ເຂດທົ່ວປະເທດ ຄັ້ງວັນທີ 27 ກຸມພາ 2023 ເວລາ 00:19 ໂມງ ໄດ້ພົບສັນ ຍານເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງ ເສັ້ນຂະໜານທີ່ 19.374 ອົງສາເໜືອ ແລະ ເສັ້ນແວງທີ່ 101.356 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ເຊິ່ງມີ ຄວາມເລິກຈາກເທິງໜ້າດິນປະມານ 04 ກິໂລ ແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານດອຍກາວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນ ດິນໄຫວແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 12 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
May be an image of map and text