ເມື່ອບໍ່ດົນ ມານີ້, ເຂດກວາງຊີຈີນ ໄດ້ປະກາດລາຍຊື່ຕົວແບບໂຄງການກໍ່ສ້າງຫັນເປັນ ດິຈິຕອນ (Digital) ທີ່ເນັ້ນໃສ່ບັນດາປະເທດອາຊຽນ ປະຈຳປີ 2022, ເຊິ່ງໄດ້ ຄັດ ເລືອກຕົວແບບຈຳນວນໂຄງການທີ່ກ່ຽວພັນເຖິງ 5 ຂົງເຂດໃຫຍ່ເຊັ່ນ: ການບໍລິການດ້ານສາທາລະນະ, ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ເສດຖະກິດ-ການຄ້າຂ້າມຊາຍ ແດນ, ການບໍລິການສະເພາະດ້ານ ແລະ ການແລກປ່ຽນດ້ານດີຈິຕອນ ແລະ ວັດທະນະທຳ-ສັງຄົມ.
ໃນຂົງເຂດການບໍລິການດ້ານສາທາລະນະ ປະກອບມີຢູ່ 8ໂຄງການເຊັ່ນ:ງານວາງສະແດງສິນຄ້າ ຈີນ-ອາຊຽນ ແບບອອນລາຍ, ສູນລວມຂໍ້ມູນ ຟິລິບປິນ ແລະ ຫວຽດນາມ, ແທ່ນຂໍ້ມູນຄ້າຂາຍ ຈີນ-ອາຊຽນ ແລະ ອື່ນໆ. ໃນນັ້ນ, ສູນລວມຂໍ້ມູນ ຟິລິບປິນ ແລະ ຫວຽດນາມ ໄດ້ສຳເລັດການກໍ່ສ້າງ ແລະ ການມອບ-ຮັບ ແລະໄດ້ລົງເລິກຫລາຍຝ່າຍແບບຫັນເປັນດິຈິຕອນ ຕື່ມອີກ.
ໃນຂົງເຂດການປະດິດສ້າງໃໝ່ທາງດ້ານເຕັກນິກ ມີ 5 ໂຄງການທີ່ຖືກ ຄັດເລືອກເຂົ້າໃນລະບົບເປີຍໂຕວ ເຝົ້າລະວັງຕິດຕາມໄພພິບັດທາງທໍລະນີ ສາດ ຈີນ-ອາຊຽນ, ເຊິ່ງສາມາດຊວ່ຍແກ້ໄຂໄດ້ບັນຫາຫຍຸ້ງຍາກທີ່ສຸດໃນການວັດແທກດ້ວຍຄວາມແມ້ນຊັດເຈນສຳລັບການປ່ຽນແປງຂອງມູມງ່ຽງໃນການຕິດຕາມດິນເຈື່ອນ ແລະ ໄດ້ສຳເລັດການເຝົ້າລະວັງຕິດຕາມການປ່ຽນຮູບຂອງສິ່ງກໍ່ສ້າງ ໃນລະດັບຄວາມແມ້ນຢໍາຊັດເຈນສູງໃນປະເທດ ກຳປູເຈຍ, ລາວ, ໄທ, ອິນໂດເນເຊຍ ແລະ ມາເລເຊຍ ເປັນຕົ້ນ, ໄດ້ປົກປ້ອງຊີວິດ ແລະ ຄວາມ ປອດໄພດ້ານຊັບສິນຂອງປະ ຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ດ້ານຂົງເຂດເສດຖະກິດການຄ້າຂ້າມແດນ ໄດ້ປະກົດມີ 3 ໂຄງການຄື: ລະບົບຂໍ້ມູນຂ່າວສານດ້ານການໃຫ້ບໍລິການສຳລັບການບົ່ມເພາະວິສາຫະກິດອີຄອມເມີສ (E-commerce) ຂ້າມແດນ, ຮູບແບບ (Platform) ການບໍລິການດ້ານເກັບກໍາຂໍ້ມູນເຄຣດິດຂ້າມແດນ ລະຫວ່າງ ຈີນ-ອາຊຽນ, ແພລດຟອມການຄ້າດິຈິຕອນ ຈີນ-ອາຊຽນ.
ນອກນີ້ ມີ 8 ໂຄງການໄດ້ຖືກຈັດເຂົ້າໃນໂຄງການຕົວແບບດ້ານຂົງເຂດ ການໃຫ້ບໍລິການສະເພາະເຊັ່ນ: ການຈຳແນກສັດຕູພືດທີ່ມີຜົນຮ້າຍຕໍ່ ນໍ້າມັນຊາ ໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ແພລດຟອມ ບໍລິການຂໍ້ມູນໃຫຍ່ທີ່ສຳຄັນ (BigDATA) ດ້ານສຽງເວົ້າ ແລະ ພາສາແບບ ອັດສະລິຍະ(Smart) ລະຫວ່າງ ຈີນ-ອາຊຽນ ແລະ ການກໍ່ສ້າງຖານຂໍ້ມູນດ້ານ ທໍລະນີສາດອາຊຽນ;ນອກນີ້, ຍັງມີອີກ 5 ໂຄງການໄດ້ຖືກຈັດເຂົ້າໃນໂຄງ ການຕົວແບບດ້ານຂົງເຂດການແລກປ່ຽນດິຈິຕອນ ແລະ ວັດທະນະທຳ -ສັງ ຄົມ, ເປັນຕົ້ນແມ່ນແພລດຟອມພິມຈຳໜ່າຍຂໍ້ມູນດ້ານ ການແພດ ແລະ ການຢາແບບດັ້ງເດີມຂອງ ຈີນ-ອາຊຽນ ໂດຍຜ່ານສື່ ແບບໃໝ່ (All News Media) ທີ່ມີຫລາກຫລາຍຮູບແບບ, ການເຜີຍແຜ່ ລາຍການໂທລະພາບ ແລະ ຮູບເງົາທີ່ໄດ້ແປ ແລະ ພາກເປັນພາສາ ຕ່າງປະເທດດ້ວຍປັນຍາປະດິດ ແລະ ກິດຈະກໍາສັບປະດາແຫ່ງລະຄອນ ຈີນ-ອາຊຽນ ທີ່ໜານໜິງ ເປັນຕົ້ນ.

