ສາທາລະນະລັດ ປະຊາຊົນຈີນ ເປັນປະເທດທີ່ກວ້າງໃຫຍ່ ໄພ ສານ, ມີທັງໝົດ 23 ແຂວງ, 5 ເຂດປົກຄອງຕົນເອງ (ຄື ມົງໂກລີໃນ, ກວາງຊີ, ຕິເບດ, ນິ່ງເຊຍ ແລະ ຊິ່ນຈ່ຽງ), ມີ 4 ນະຄອນ (ຄື ປັກກິ່ງ, ທ່ຽນຈິ່ນ, ຊ່າງໄຮ່ ແລະ ຈົງກິ່ງ), ແລະມີ 2 ເຂດປົກຄອງພິເສດ (ຄື ຮ່ອງກົງ ແລະ ມາກາວ). ບົດຄວາມນີ້ຈະລົງເລິກກ່ຽວກັບ ເຂດປົກຄອງຕົນເອງຊິ່ນຈ່ຽງ. ເຂດປົກຄອງຕົນເອງຊິ່ນຈ່ຽງ ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດຈີນ, ມີຊາຍແດນຕິດກັບ ປະເທດ ມົງ ໂກລີ, ຣັດເຊຍ, ກາຊັກສະຖານ, ກຽກກິສະຖານ, ຕັດຊິກກິສະຖານ, ອັບຟະການິສະຖານ, ແລະ ເຂດກາສເມຍ. ຊິ່ນຈ່ຽງ ຖືກໂຮມເຂົ້າໃນແຜ່ນດິນໃຫຍ່ຂອງປະເທດຈີນນັບແຕ່ ສັດຕະ ວັດທີ 18, ໃນສະໄໝ ຣາຊວົງ (Qing dynasty). ໃນປີ 1949 ພາຍຫລັງທີ່ພັກຄອມມູນິດຈີນ ໄດ້ນໍາພາປະຊາຊົນຕໍ່ສູ້ກູ້ຊາດເປັນເວລາຍາວນານ ກໍສາມາດຍາດໄດ້ໄຊຊະນະ ແລະ ໄດ້ສະຖາປະນາເປັນ ປະເທດ ສາທາລະນາລັດ ປະຊາຊົນຈີນ. ໃນປີ 1955 ລັດຖະບານ ສປ ຈີນ ໄດ້ປະກາດການສ້າງຕັ້ງ ເຂດປົກຄອງຕົນເອງ ອຸຍເກີ ຊິ່ນຈ່ຽງຂຶ້ນ.
ຊິ່ນຈ່ຽງ ເປັນເຂດປົກຄອງຕົນ ເອງທີ່ມີເນື້ອທີ່ກວ້າງໃຫຍ່ຫລາຍ ເທົ່າກັບ 1/6 ຂອງດິນແດນປະ ເທດ ສປ ຈີນທັງໝົດ. ເປັນເຂດທີ່ປົກຄຸມດ້ວຍພູພຽງ, ພູຜາສູງທີ່ມີຫິມມະປົກຄຸມຕະຫລອດປີ ແລະ ມີທະເລຊາຍທີ່ກວ້າງໃຫຍ່.
ຊິ່ນຈ່ຽນຍັງອຸດົມສົມບຸນໄປດ້ວຍຊັບພະຍາກອນທໍາມະຊາດເຊັ່ນ: ມີ ບໍ່ນໍ້າມັນ, ອາຍແກ໊ສທໍາມະຊາດ ແລະ ແຮ່ທາດຫາຍາກອຶ່ນໆ. ເລີ່ມແຕ່ ປີ 1955 ເປັນຕົ້ນມາ ຊິ່ນຈ່ຽງໄດ້ຮັບການພັດທະນາທາງດ້ານກະສິກໍາ ປູກຝັງ ແລະ ລ້ຽງສັດ, ຊິ່ນຈ່ຽງ ກາຍເປັນເຂດປົກຄອງຕົນເອງທີ່ ກຸ້ມກິນທາງດ້ານສະບຽງອາຫານ ແລະ ໄດ້ປັບປຸງການຜະລິດໃຫ້ກາຍເປັນສິນຄ້າເພື່ອສົ່ງອອກໄປຍັງພາກພື້ນອຶ່ນຂອງປະເທດ. ການລ້ຽງມ້ອນເພື່ອທໍໄໝ ກໍເປັນອີກສິນຄ້ານຶ່ງທີ່ໄດ້ຮັບການສົ່ງເສີ່ມຢ່າງກວ້າງຂວາງຢູ່ໃນເຂດຊິ່ນຈ່ຽງ ຈົນກາຍເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. ການປູກຝ້າຍ ຖືເປັນສິນຄ້າສໍາຄັນຊະນິດໜຶ່ງໃນການສົ່ງອອກ ໄປຕ່າງປະເທດ, ຊຶ່ງກວມ 20 ເປີເຊັນຂອງຕະຫລາດຝ້າຍໂລກ. ນອກຈາກນັ້ນ ຊິ່ນຈ່ຽງ ຍັງເປັນບ່ອນປູກຝັງ ໝາກໄມ້ອຸດສາຫະກໍາ ແລະສະໜອງໃຫ້ແກ່ການສົ່ງອອກເປັນສິນຄ້າ ໄປທຸກເຂດຂອງປະເທດ ສປ ຈີນ ແລະ ຕ່າງປະເທດອີກດ້ວຍ.
ປະຊາຊົນຢູ່ເຂດປົກຄອງຕົນເອງຊິ່ນຈ່ຽງປະກອບດ້ວຍຫລາຍກວ່າ 40 ກຸ່ມຊົນເຜົ່າ. ກຸ່ມຊົນເຜົ່າທີ່ມີຈໍານວນຫລາຍກວ່າໝູ່ກໍແມ່ນ ຊົນເຜົ່າ ອຸຍເກີ, ເຜົ່າຮັ້ນ, ນອກນັ້ນຍັງມີ ເຜົ່າຮູຍ, ມົງໂກນ, ຄານຄາ, ກາຊັກ ແລະ ອຶ່ນໆ. ປະຊາຊົນສ່ວນໃຫຍ່ນັບຖືສາ ສະໜາ ອີສລາມ ແລະ ສາສະໜາ ພຸດ. ປະຊາຊົນບັນດາເຜົ່າ ໃນເຂດປົກຄອງຕົນເອງ ຊິ່ນຈ່ຽງ ດໍາລົງຊີວິດຢູ່ຮ່ວມກັນຢ່າງ ສັນຕິ, ມີຄວາມ ປອງດອງກົມກຽວກັນ ແລະ ຮ່ວມແຮງຮ່ວມໃຈກັນເປັນອັນໜຶ່ງອັນດຽວໃນການສ້າງສາພັດທະນາ ເພື່ອບັນລຸເປົ້າໝາຍຂອງພັກຄອມມູນິດຈີນ ໃນການລົບລ້າງຄວາມທຸກຍາກ ໃນທົ່ວປະເທດໃຫ້ໄດ້ຢ່າງສິ້ນເຊີງ.
ພາຍຫລັງການສະຖາປະນາ ສາທາລະນາລັດ ປະຊາຊົນຈີນ, ພັກຄອມມູນິດຈີນ ໄດ້ເອົາໃຈໃສ່ ນໍາພາປະຊາຊົນ ສູ້ຊົນສ້າງສາພັດ ທະນາປະເທດຊາດ, ຍົກລະດັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເປົ້າໝາຍຫລັກກໍແມ່ນນໍາພາປະຊາຊົນຕໍ່ສູ້ເພື່ອເອົາຊະນະ ໄພອຶດຫິວ, ໄພທຸກຍາກ ແລະ ປົດປ່ອຍປະເທດ ຊາດອອກຈາກປະເທດດ້ອຍພັດທະນາ. ແຕ່ວ່າເສັ້ນທາງຕໍ່ສູ້ເພື່ອບັນລຸເປົ້າໝາຍນັ້ນແມ່ນໄດ້ຜ່ານຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆ ປະການທັງບັນຫາ ທີ່ເກີດຂຶ້ນ ຢູ່ພາຍໃນປະເທດ ແລະ ສະພາບທີ່ພົວພັນກັບສາ ກົນ. ໃນຊ່ວງສອງທົດສະວັດກວ່າ (1950-1973) ຄວາມພະຍາຍາມໃນການພັດທະນາປະເທດ ສາ ມາດເຮັດໃຫ້ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງ ສປ ຈີນ ພຽງແຕ່ຢູ່ໃນລະດັບປະມານ 2,9% ຕໍ່ປີເທົ່ານັ້ນ.
ເຫັນໄດ້ເຖິງສະພາບການພັດທະ ນາເສດຖະກິດທີ່ມີຄວາມຊັກຊ້າ, ຊີວິດການເປັນຢູ່ຂອງປະຊາຊົນຍັງສືບຕໍ່ທຸກຍາກ, ດັ່ງນັ້ນ, ໃນວັນທີ 18 ທັນວາ 1978, ພັກຄອມມູນິດຈີນ ຈຶ່ງໄດ້ ຮັບຮອງເອົານະໂຍບາຍປະຕິຮູບ ການເປີດກວ້າງເສດຖະກິດ ສູ່ໂລກພາຍນອກ ຫລືເອີ້ນວ່າ: “ການປະຕິຮູບເສດຖະກິດ ເພື່ອສ້າງສັງຄົມນິຍົມ ຕາມສີສັນຂອງປະເທດຈີນ ແລະ ເສດຖະກິດຕະຫລາດ ສັງຄົມ ນິຍົມ”.
ນັບແຕ່ໄດ້ມີການຈັດຕັ້ງປະຕິບັດ ການປະຕິຮູບທາງດ້ານເສດ ຖະກິດ, ການພັດທະນາເສດຖະກິດຢູ່ເຂດປົກຄອງຕົນເອງຊິ່ນຈ່ຽງໄດ້ມີການແຜ່ຂະຫຍາຍໃນວົງກວ້າງ ແລະ ໄວວາ, ຈໍານວນນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ເຂົ້າໄປລົງທຶນຢູ່ໃນເຂດດັ່ງກ່າວຫລາຍຂຶ້ນ, ຊຶ່ງເປັນການປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ. ການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມຂົນສົ່ງ ໄດ້ຮັບການປັບປຸງຍົກລະດັບ ໃຫ້ມີຄວາມສະດວກວ່ອງໄວ, ສາມາດເຊື່ອມໂຍງ ແລະ ເຊື່ອມຈອດກັບທຸກພາກຂອງປະເທດຈີນ ແລະ ຍັງສາມາດເປັນທາງຜ່ານທີ່ເຊື່ອມຈອດກັບຕ່າງປະເທດນໍາອີກ. ສິ່ງດັ່ງກ່າວນີ້ໄດ້ເປັນການກະຕຸ້ນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ໃນການຜະລິດເປັນສິນຄ້າ ເພື່ອການສົ່ງອອກ, ເຮັດໃຫ້ການຜະລິດ ແລະ ການຄ້າຂາຍໃນເຂດຊິ່ນຈ່ຽງ ມີບັນຍາກາດຟົດຟື້ນ, ເສດຖະກິດມີການຂະຫຍາຍຕົວຢ່າງກວ້າງຂວາງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆມາ.
ອິງຕາມຂໍ້ມູນຈາກທາງການຈີນຊາບວ່າ: ນັບແຕ່ປີ 2016 ຫາປີ 2020, ລວມຍອດຜະລິດຕະພັນພາຍໃນຂອງເຂດຊິ່ນຈ່ຽງຈາກ 930.688 ຕື້ຢວນເພິ່ມຂຶ້ນເປັນ 1.379.758 ຕື້ຢວນ, ຫລືສະເລ່ຍເພີ່ມຂຶ້ນ 6,1% ຕໍ່ປີ; ປີ 2020, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາຊົນໃນຕົວເມືອງ ປະມານ 34.838 ຢວນ/ຄົນ/ປີ, ເພີ່ມຂຶ້ນ 2,41 ເທົ່າ ເມື່ອທຽບກັບປີ 2010, ປະຊາຊົນ ທີ່ຢູ່ເຂດຊົນນະບົດ ສາມລ້ານກວ່າຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຮອບດ້ານຕາມມາດຕະຖານປັດຈຸບັນ, ຖືວ່າການແກ້ໄຂຄວາມທຸກຍາກ ໃນເຂດຊິ່ນຈ່ຽງໄດ້ຮັບການແກ້ໄຂຢ່າງມີລັກສະນະປະຫວັດ ສາດ.
ດ້ານການສຶກສາແມ່ນຂະແໜງການໜຶ່ງທີ່ ພັກຄອມມູນິດຈີນ ໃຫ້ຄວາມສໍາຄັນຍິ່ງ ເພາະເປັນປັດໃຈຕັດສິນການຂັບເຄື່ອນ ການພັດທະນາປະເທດຊາດ. ດັ່ງນັ້ນ, ຈຶ່ງໄດ້ເອົາໃຈໃສ່ໃນການຂະຫຍາຍຕານ່າງການສຶກສາ ຢ່າງກວ້າງ ໃຫ້ທົ່ວເຖິງທຸກຈຸດທຸກມູມຂອງປະເທດ. ໃນເຂດປົກຄອງຕົນເອງ ຊິ່ນຈ່ຽງ ກ່ອນ ປີ 1949 ມີພຽງມະຫາວິທະຍາໄລ ຊິ່ນຈ່ຽງແຫ່ງດຽວ, ປັດຈຸບັນຢູ່ ເຂດປົກຄອງຄົນເອງ ຊິ່ນຈ່ຽງ ມີມະຫາວິທະຍາໄລ 10 ແຫ່ງ ແລະ ວິທະຍາໄລ ອີກ 2 ແຫ່ງ. ໃນປີ 2021 ມີນັກສຶກສາຈົບຈາກມະຫາວິທະຍາໄລທັງໝົດ 97.000 ຄົນ ເພີ່ມຂຶ້ນ 10% ຂອງປີ 2020, ສາມາດສ້າງຊັບພະ ຍາກອນມະນຸດ ພາຍໃນເຂດຊິ່ນຈ່ຽງໄດ້ຢ່າງພຽງພໍກັບຄວາມຕ້ອງການ ໃນຂະແໜງການທີ່ເຂດຊິ່ນ ຈ່ຽງ ມີທ່າແຮງ ໃນການພັດທະນາ.
ປະຊາຊົນບັນດາເຜົ່າຂອງເຂດປົກຄອງຕົນເອງຊີ່ນຈ່ຽງ ໄດ້ດໍາລົງຊີວິດຢູ່ຢ່າງສະງົບສຸກ ມາເປັນເວລາຫລາຍທົດສະວັດ ພາຍໃຕ້ການນໍາພາຂອງພັກຄອມມູນິດຈີນ. ຜ່ານມາບໍ່ຄ່ອຍມີໃຜໃຫ້ຄວາມສົນໃຈກ່ຽວກັບ ເຂດຊິ່ນຈ່ຽງ ພໍເທົ່າໃດ, ແຕ່ຫລັງຈາກມີກຸ່ມກໍ່ການຮ້າຍ ໄດ້ກໍ່ຄວາມບໍ່ສະຫງົບ ຫລາຍບ່ອນຢູ່ໃນເຂດປົກຄອງຕົນເອງຊິ່ນຈ່ຽງ, ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງລັດ ຂອງລວມໝູ່ ແລະ ຂອງປະຊາຊົນ ຢ່າງຫລວງຫລາຍ, ສ້າງຄວາມສັບສົນ ວຸ້ນວາຍ, ຄວາມວິຕົກກັງວົນ ຢ້ານກົວໃຫ້ແກ່ປະຊາຊົນ ແລະ ສັງຄົມ. ເພື່ອແກ້ໄຂສະພາບການດັ່ງກ່າວນັ້ນທາງການ ສປ ຈີນ ຕ້ອງໄດ້ນໍາໃຊ້ມາດຕະການຕອບໂຕ້ ແລະ ກວດລ້າງກຸ່ມກໍ່ການຮ້າຍຢ່າງຈິງຈັງ, ຈຶ່ງສາມາດເຮັດໃຫ້ສະພາບຢູ່ພາຍໃນເຂດປົກຄອງຕົນເອງຊິ່ນຈ່ຽງ ໄດ້ຄ່ອຍໆກັບຄືນເຂົ້າສູ່ສະພາບປົກກະຕິ, ປະຊາຊົນໄດ້ດໍາລົງຊີວິດຢ່າງມີຄວາມສະງົບ ປອດໄພ. ເຖິງແນວໃດກໍ່ຕາມ ຄວາມພະຍາຍາມຂອງລັດຖະບານ ສປ ຈີນ ໃນການປົກປ້ອງຊີວິດ ແລະ ຜົນປະໂຫຍດຂອງປະຊາຊົນ ເພື່ອຮັກສາຄວາມສະງົບປອດໄພແຫ່ງຊາດ ພັດຖືກວິພາກວິຈານ ວ່າກະທໍາການລະເມີດສິດທິມະນຸດ, ປາບປາມ ຊົນເຜົ່າສ່ວນນ້ອຍ, ປາບປາມຜູ້ນັບຖື ສາສະໜາອີສລາມ ແລະ ມີການຂ້າລ້າງເຜົ່າພັນ ຊົນເຜົ່າ ອູຍເກີ ຢູ່ເຂດຊິ່ນຈ່ຽງ (ethnic cleansing in Xinjiang).
ອິງຕາມປຶ້ມປົກຂາວຂອງທາງການ ຈີນ ໄດ້ລະບຸວ່າ ພົນລະເມືອງຂອງເຂດປົກຄອງຕົນເອງ ຊິ່ນຈ່ຽນ ມີທັງໝົດ 25,85 ລ້ານຄົນ ໃນປີ 2020. ປະຊາກອນເຜົ່າ ອຸຍເກີ ໄດ້ເພີ່ມຂຶ້ນຈາກ 3,61 ລ້ານຄົນ ໃນປີ 1953, ມາເປັນ 8,34 ລ້ານຄົນໃນປີ 2000 ແລະ ເພີ່ມຂຶ້ນເປັນ 11,62 ລ້ານຄົນ ໃນປີ 2020. ອັດຕາການເພີ່ມຂຶ້ນຂອງປະຊາກອນເຜົ່າອຸຍເກີ ເທົ່າກັບ 1,67 ເປີເຊັນ, ຖືວ່າມີການຂະຫຍາຍຕົວຫລາຍກວ່າຊົນເຜົ່າອື່ນໆທົ່ວປະເທດຈີນ ທີ່ມີອັດຕາເພີ່ມຂຶ້ນປະມານ 0,83 ເປີເຊັນ ເທົ່ານັ້ນ. ເມື່ອເບິ່ງຕົວເລກນີ້ແລ້ວຈຶ່ງເຫັນວ່າບໍ່ໄດ້ມີການດັບສູນເຊົາເຜົ່າ ແລະ ປະຊາກອນເຜົ່າອຸຍເກີ ນັບມື້ເພີ່ມຂຶ້ນຢ່າງໄວວາ.
ໄລຍະຫລັງມານີ້ ສປ ຈີນ ກໍ່ໄດ້ຖືກປິດລ້ອມ ທາງດ້ານການຄ້າ, ໂດຍສະເພາະແມ່ນການຫ້າມຊື້ສິນຄ້າປະເພດຝ້າຍ ທີ່ຜະລິດຢູ່ໃນເຂດ ຊິ່ນຈ່ຽງ, ໂດຍໃຫ້ເຫດຜົນວ່າ ເປັນສິນຄ້າທີ່ ບັງຄັບໃຊ້ແຮງງານຄົນ ໃນການເກັບກ່ຽວຝ້າຍ. ຄືທີ່ກ່າວໃນເບື້ອງຕົ້ນ, ເຂດຊິ່ນຈ່ຽງເປັນບ່ອນຜະລິດຝ້າຍທີ່ຫລາຍທີ່ສຸດໃນ ສປ ຈີນ, ໃນປີ 2021 ຜະລິດໄດ້ປະມານ 5,2 ລ້ານໂຕນ ກວມເອົາ 90 ເປີເຊັນຂອງການຜະລິດຝ້າຍໃນປະເທດ ຈີນ ແລະ ປະມານ 20 ເປີເຊັນຂອງການຜະລິດຝ້າຍໃນຕະຫລາດໂລກ. ເມື່ອຫລາຍປີຜ່ານມາ ເມື່ອຮອດລະດູເກັບກ່ຽວ, ຈະມີແຮງງານຊາວກະສິກອນ ເປັນຈໍານວນຫລວງຫລາຍ ລົງເກັບຝ້າຍ, ຊຶ່ງຖືວ່າເປັນອາຊີບຂອງປະຊາຊົນໃນເຂດ ຊິ່ນຈ່ຽງແຕ່ໃດມາ. ປັດຈຸບັນການຜະລິດຢູ່ໃນປະເທດຈີນ ກໍຄືຢູ່ໃນປະເທດ ກໍາລັງພັດທະນາອຶ່ນໆ ແມ່ນນັບມື້ນັບໄດ້ຫັນເປັນອຸດສາຫະກໍາ ທັນສະໄໝເທື່ອລະກ້າວ, ໂດຍການນໍາໃຊ້ເຄື່ອງຈັກເຄື່ອງລາງ ທີ່ທັນສະໄໝມາຊ່ວຍແຮງງານຄົນ, ທັງເປັນການເພີ່ມບໍລິມາດຂອງການຜະລິດນໍາອີກ. ດັ່ງນັ້ນໃນລະດູເກັບກ່ຽວຝ້າຍຂອງ ປີ 2020, ຈຶ່ງມີແຮງງານຊາວກະສິກອນພຽງແຕ່ 120.000 ຄົນ ລົງເກັບກ່ຽວຝ້າຍ, ສ່ວນພື້ນທີ່ໆເປັນທົ່ງຮາບອັນກວ້າງໃຫຍ່ໄພສານນັ້ນ ແມ່ນໄດ້ນໍາໃຊ້ເຄື່ອງຈັກເກັບກ່ຽວຝ້າຍທີ່ທັນສະໄໝ ດໍາເນີນການເກັບກ່ຽວ. ສິ່ງນີ້ເປັນຜົນສໍາເລັດໜຶ່ງຂອງ ເຂດຊິ່ນຈ່ຽງໃນການຜະລິດທີ່ຫັນເປັນທັນສະໄໝ ເພື່ອຫລຸດຜ່ອນການໃຊ້ແຮງງານຄົນຢ່າງຫຼວງຫຼາຍຄືເມື່ອກ່ອນ, ແຕ່ພັດເພີ່ມບໍລິມາດການຜະລິດ ແລະໃຊ້ເວລາໜ້ອຍລົງ.
ຍ້ອນຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ໃນເຂດປົກຄອງຕົນເອງ ຊິ່ນຈ່ຽງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມປອງດອງ, ປະຊາຊົນດໍາລົງຊີວິດດ້ວຍຄວາມສະງົບປອດໄພ ມາເປັນເວລາຫລາຍປີ. ເຂດປົກຄອງຕົນເອງຊິ່ນຈ່ຽງ ທີ່ມີທັດສະນິຍະພາບ ແລະ ທິວທັດທີ່ສວຍງາມ ມີແຫຼ່ງທ່ອງທ່ຽວທີ່ຫລາກຫລາຍບໍ່ວ່າຈະເປັນສະຖານທີ່ ທໍາມະຊາດ, ປຸສະນິຍະສະຖານທີ່ເກົ່າແກ່ງົດງາມ, ອັນໄດ້ເຮັດໃຫ້ ຊິ່ນຈ່ຽງກາຍເປັນຈຸດເດັ່ນ ອັນດັບໜຶ່ງໃນປະເທດຈີນ ສໍາລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ ແລະ ຢ້ຽມຢາມ. ກ່ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ຄື ປີ 2018 ມີນັກທ່ອງທ່ຽວໄປຢ້ຽມຢາມ ເຂດຊິ່ນຈ່ຽງ ທັງໝົດ 150 ລ້ານເທື່ອຄົນ ໃນນີ້ເປັນນັກທ່ອງທ່ຽວຄົນຕ່າງປະເທດ 2,62 ລ້ານເທື່ອຄົນ, ໃນປີ 2019 ມີຈໍານວນ 213,2 ລ້ານເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຄົນຕ່າງປະເທດ 1,78 ລ້ານເທື່ອຄົນ. ທາງການເຂດປົກຄອງຕົນເອງຊິ່ນຈ່ຽງ ໄດ້ປະກາດແຜນ ການສົ່ງເສີ່ມນັກທ່ອງທ່ຽວໃນຊິ່ນຈ່ຽງ ຈາກ 158 ລ້ານເທື່ອຄົນໃນປີ 2020 ຈະໃຫ້ເພີ່ມຂຶ້ນເປັນ 400 ລ້ານເທື່ອຄົນ ພາຍໃນປີ 2025.


