ໃນໄລຍະນີ້,ທ່ານໃດໄດ້ເດີນທາງໄປເຂດ ສີພັນດອນ ເມືອງໂຂງ ແຂວງຈໍາປາສັກ ຈະມີຄວາມຕື່ນຕາຕື່ນໃຈໄປຕາມໆກັນ ຍ້ອນເຫັນໄດ້ຄວາມແຕກຕ່າງຈາກເມື່ອກ່ອນທີ່ເປັນເຂດຊົນນະບົດແຫ່ງໜຶ່ງ ທີ່ອຸດົມສົມບູນໄປດ້ວຍທໍາມະຊາດ ປູປານານໍ້າ…ມາບັດນີ້ ໄດ້ມີຄວາມຈະເລິນຮຸ່ງເຮື່ອງຂື້ນຢ່າງປະຈັກຕາທີ່ໄດ້ຮັບການລົງທຶນພັດທະນາຈາກ ບໍລິສັດລາວມະຫານະທີ ສີພັນດອນການລົງທຶນຈໍາກັດ.(ບໍລິສັດ STD)
ເຂດສີພັນດອນແຫ່ງນີ້ໄດ້ມີການພັດທະນາ ແຕ່ຍັງອະນຸລັກທໍາມະຊາດ ແລະ ຈັດສັນພື້ນທີ່ໃຫ້ມີຄວາມເປັນລະບຽບ ມີຄວາມກົມກືມກັບສິ່ງປຸກສ້າງຢ່າງສວຍງາມ.
ເຂດສີພັນດອນໄດ້ເລີ່ມລົງມືກໍ່ສ້າງໃນກາງປີ 2018 ມາຮອກປັດຈຸບັນການພັດທະນາໃຊ້ເວລາມີພຽງແຕ່ສາມປີກວ່າ ເຮັດໃຫ້ເຂດດັງກ່າວ ມີການປ່ຽນແປງໄປສູ່ຄວາມຈະເລີນ.
ເວົ້າສະເພາະ ໃນປີ 2021 ຜ່ານມາ, ເຖິງວ່າພະຍາດໂຄວິດ-19 ໄດ້ລະບາດແຜ່ລາມໄປທົ່ວ ໂລກ,ລວມທັງປະເທດເຮົາ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງປານໃດກໍ່ຕາມ.ແຕ່ມັນກໍ່ບໍ່ເຄີຍສະເທືອນເຖິງຄວາມກ້າຫານຂອງບຸກຄະກອນ-ກໍາມະກອນທັງຫມົດຢູ່ໂຄງການເຂດພັດທະນາເສດຖະກິດໃໝ່ສີພັນດອນ ທີ່ມີເປົ້າໝາຍສູ້ຊົນເຮັດສໍາເລັດຕາມແຜນທີ່ກໍານົດໄວ້.
ອັນພົ້ນເດັ່ນ ແມ່ນສໍາເລັດການກໍ່ສ້າງໂຮງແຮມເມສ໌ເວດອນ(ລາວ), ຕັ້ງຢູ່ແຄມແມ່ນໍ້າຂອງ ທີ່ເປັນຊາຍແດນເຊື່ອມຕໍ່ລະຫວ່າງແຂວງຈໍາປາສັກ ປະເທດລາວ ແລະ ແຂວງ Stung Treng ປະເທດກໍາປູເຈຍ ຕິດກັບນໍ້າຕົກຄອນພະເພັງ ເຊິ່ງເປັນນໍ້າຕົກທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ຫັນໜ້າໄປຫາສະຖານີໄຟຟ້ານ້ຳຕົກ ດອນສະໂຮງ Don Sahong,ເພີດເພີນໄປກັບທິວທັດແມ່ນ້ຳຂອງໃນຮູບແບບອາຊີຕາເວັນອອກສຽງໃຕ້.ໂຄງການກໍ່ສ້າງໂຮງແຮມບູຕິກແຄມແມ່ນໍ້າຂອງໄດ້ເລີ່ມດໍາເນີນວຽກງານໃນເດືອນ ກຸມພາ 2020, ຄາດວ່າຈະສຳເລັດແລະ ເປີດບໍລິການໃນເດືອນ ເມສາ 2022.ທາງ (ບໍລິສັດ STD) ໄດ້ເລີ່ມກໍ່ສ້າງເສັ້ນທາງຄອນກຼີດອ້ອມດອນໂຂງ ໃນເດືອນຕຸລາ 2019 ຊຶ່ງມີຄວາມຍາວ 43.5 ກິໂລແມັດ ແລະ ໄດ້ສໍາເລັດມອບໃຫ້ລັດຖະບານເຮົາໃນ ເດືອນມີນາ ປີ2021.ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ ແລະ ເສັ້ນທາງພູມມິທັດ ແມ່ນໄດ້ເລີ່ມໃນເດືອນກຸມພາ 2021, ມາຮອດປະຈຸບັນ ການກໍ່ສ້າງພື້ນຖານຂອງກັນເຈື່ອນຝັ່ງແມ່ນ້ຳຂອງ ການສ້ອມແປງກຳແພງແລະຖົມດິນກໍ່ສ້າງ ສຳເລັດແລ້ວລວມທັງ ໝົດ1.2 ກິໂລແມັດ ແລະໄດ້ມີການຂຸດເຈາະຮ່ອງຮອຍແລະຖົມຮາກຖານ 200 ແມັດ.ກໍ່ສ້າງໂຮງງານຜະລິດນ້ຳປະປາໃນເດືອນມັງກອນ 2021. ມາຮອດທ້າຍປີ 2021 ສຳເລັດສາມາດສະໝອງນໍ້າຮັບໃຊ້ໂຮງແຮມທັນສະໄໝ ແລະ ປະຊາຊົນຢູ່ເຂດໃກ້ຄ່ຽງໄດ້ຢ່າງພຽງພໍ.
ຫຼັງຈາກປະສົບບັນຫາຍ້ອນຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ກັບຂະແໜງອຸດສາຫະກໍາການທ່ອງທ່ຽວ, (ບໍລິສັດ STD) ໄດ້ປັບຮູບແບບອຸດສາຫະກໍາ ແລະ ຈັງຫວະການສົ່ງເສີມການລົງທຶນໃຫ້ທັນເວລາ, ໄດ້ວາງແຜນເຂດເສດຖະກິດພິເສດດິຈິຕອນໜອງນົກຂຽນ ຢູ່ພາກໃຕ້ຂອງເຂດພັດທະນາເສດຖະກິດໃໝ່ສີພັນດອນ, ໂດຍຈະສຸມໃສ່ເຕັກໂນໂລຊີ IT, blockchain, ການຄ້າທາງເອເລັກໂຕນິກ e-commerce, ຫ້ອງຖານຂໍ້ມູນໃຫຍ່ ແລະ ທຸລະກິດອື່ນໆ ແລະ ໄດ້ມີການດຶງດູດການລົງທຶນຈາກນັກລົງທຶນຈີນ, ແລະ ຍີ່ປຸ່ນ. ໃນປັດຈຸບັນ, ແຜນການດັ່ງກ່າວໄດ້ສົ່ງເອກະສານລາຍງານຫາລັດຖະບານເພື່ອຂໍອະນຸມັດ ແລະ ຍັງໄດ້ລົງນາມຮ່ວມກັບລູກຄ້າ ແລະ ຄູ່ຮ່ວມງານທັງໝົດ 3 ສັນຍາຮ່ວມມືທີ່ກ່ຽວຂ້ອງແລ້ວ.
ການລະບາດຂອງພະຍາດໂຄວິດ-19 ບໍ່ສາມາດຢຸດຄວາມກະຕືລືລົ້ນຂອງຜູ້ປະກອບການ ແລະຄວາມກ້າວຫນ້າຂອງຜູ້ປະກອບການໃນເຂດພັດທະນາເສດຖະກິດໃໝ່ສີ່ພັນດອນ, ແຫຼ່ງອຸດສາຫະກຳການຜະລິດໃໝ່ໄດ້ຮັບການປັບປຸງຢ່າງສະເໝີຕົ້ນສະເໝີປາຍ,ເຊິ່ງບໍ່ສາມາດຢຸດຢັ້ງວິສາຫະກິດຈີນທີ່ລົງທຶນໃນຕ່າງປະເທດ ພາຍໃຕ້ຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການເດີນທາງອອກໄປສູ່ຂ້າງນອກ”, ອັນໄດ້ສ້າງສັກກະຍະພາບເຂົ້າໃນເຂດພັດທະນາເສດຖະກິດໃໝ່ສີ່ພັນດອນ.ຫ້ອງວິເຄາະຈໍາປາສາຍໃໝເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ບໍລິສັດ( STD) ໄດ້ຕັ້ງໜ້າຊຸກຍູ້ບັນດາຄູ່ຮ່ວມງານ ຮ່ວມມືກັບໂຮງໝໍແຂວງຈຳປາສັກ ເພື່ອສ້າງຕັ້ງ ສູນກວດຫາເຊື້ອພະຍາດເສັ້ນທາງສາຍໄໝຈໍາປາ, ສະໜອງການບໍລິການກວດຫາເຊື້ອໂຄວິດ-19 ໃຫ້ແກ່ 4 ແຂວງໃນພາກໃຕ້, ເພີ່ມປະສິດທິພາບໃນການຜ່ານດ່ານເຂົ້າອອກປະເທດ, ສູນກວດຫາເຊື້ອພະຍາດແບບເຄື່ອນທີ່ ແມ່ນມີລັກສະນະພິເສດຄື ສະດວກ, ວ່ອງໄວ ແລະ ມີຄວາມຄ່ອງຕົວ.
ສໍາລັບການວາງພື້ນຖານໂຄງການກະພັດທະນາດ້ານກະສິກຳປະເທດລາວເຮົາໃນຖານະເປັນ ປະເທດທີ່ສໍາຄັນຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ກະສິກຳລາວຈະໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດແຫ່ງການພັດທະນາທີ່ບໍ່ເຄີຍມີມາກ່ອນ, ໂຄງການຮ່ວມມືດ້ານກະສິກຳລາວ-ຈີນ ໄດ້ຮັບການສົ່ງເສີມສືບຕໍ່ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ. ເພື່ອຄົ້ນຫາຕົວແບບ ແລະ ສະສົມປະສົບການສໍາລັບການພັດທະນາກະສິກໍາຕໍ່ໜ້າຂອງເຂດພັດທະນາເສດຖະກິດໃໝ່ສີ່ພັນດອນ, ເຂດພັດທະນາເສດຖະກິດໃໝ່ສີ່ພັນດອນເຮົາສືບຕໍ່ທ່າອ່ຽງການພັດທະນາອຸດສາຫະກໍາຢ່າງສະໜິດແໜ້ນ, ໂດຍໃນເດືອນຕຸລາ 2021 ໄດ້ມີການຊຸກຍູ້ການຮ່ວມມືໂຄງການກະສິກໍາປາກຊ່ອງລະຫວ່າງຄູ່ຮ່ວມງານກັບບໍລິສັດກະສິກໍາ Delta ຈໍາກັດຜູ້ດຽວ, ທີ່ເນັ້ນກ່ຽວກັບການປູກກາເຟ, ປູກຫຍ້າສໍາລັບການລ້ຽງສັດ, ພັດທະນາການລ້ຽງງົວ, ບັນລຸການປູກຝັງລ້ຽງສັດແບບນິເວດວິທະຍາ.
ໄປຄ່ຽງຄູ່ກັບການພັດທະນາເຂດເສດຖະກິດໃໝ່ ສີທັນດອນ (ບໍລິສັດ STD) ຍັງ ມີຄວາມຕັ້ງໜ້າປະຕິບັດຄຳໝັ້ນສັນຍາໃນການສ້າງສະຫວັດດີການ ແລະ ຜົນປະໂຫຍດແກ່ສັງຄົມດ້ວຍຜົນສໍາເລັດເຊັ່ນ: ການສະໜັບສະໜູນຊ່ວຍດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ການສຶກສາ, ການປິ່ນປົວພະຍາດ ແລະ ວຽກງານອື່ນໆໃຫ້ດີຂຶ້ນ, ໄດ້ສະໜັບສະໜູນການພັດທະນາການສຶກສາຢູ່ທ້ອງຖິ່ນ.ຊຶ່ງໄດ້ກໍ່ສ້າງອາຄານຫຼັງໃໝ່ຂອງໂຮງຮຽນປະຖົມສົມບູນບ້ານຂີ້ນາກ,ເມືອງໂຂງ ແຂວງຈໍາປາສັກ, ດ້ວຍທຶນການກໍ່ສ້າງທັງໝົດ 200.000 ໂດລາສະຫະລັດ,ເພື່ອຕອບສະໜອງດ້ານການຮຽນການສອນ ແລະ ການດໍາລົງຊີວິດຂອງນັກຮຽນ ແລະ ຄູອາຈານ, ໂດຍນໍາໃຊ້ສະຖານທີ່ ທີ່ມີແຕ່ເດີມ ແລະ ເງື່ອນໄຂພື້ນຖານໃຫ້ເກີດປະໂຫຍດສູງສຸດ, ອັນສາມາດປ່ຽນແປງຈາກສະພາບເກົ່າໆໄດ້ຢ່າງສິ້ນເຊີງ, ພ້ອມສ້າງສະພາບແວດລ້ອມການຮຽນການສອນ ທີ່ປອດໄພ, ສະດວກສະບາຍແກ່ນັກຮຽນ ແລະ ຄູອາຈານ.
ນອກຈາກບໍລິສັດໃຫ້ການສະໜັບສະໜູນແລ້ວ, ທຸກຊັ້ນຄົນໃນສັງຄົມ ຍັງມີຄວາມເປັນຫ່ວງເປັນໄຍຕໍ່ນັກຮຽນ ແລະ ຄູອາຈານ ກໍ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການນີ້ເຊັ່ນກັນ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄອບຄົວ ຍັງໄດ້ສົ່ງມອບເຄື່ອງຄອມພິວເຕີ້ຕັ້ງໂຕະຈຳນວນ 5 ໜ່ວຍ ແລະ ເຄື່ອງພິມ 2 ເຄື່ອງ ໃຫ້ແກ່ອໍານາດການປົກຄອງເມືອງໂຂງ ໃນໄລຍະພິທີວາງສີລາລຶກ, ຍັງມີການມອບຄອມພິວເຕີ້ຕັ້ງໂຕະຈຳນວນ 3 ໜ່ວຍ ແລະ ເຄື່ອງພິມອີກ 1 ເຄື່ອງ ໃຫ້ໂຮງຮຽນປະຖົມສົມບູນບ້ານຂີ້ນາກ, ລວມມູນຄ່າແມ່ນຫຼາຍກວ່າ 50 ລ້ານກີບ, ໃນພິທີຄັ້ງນີ້ ຍັງໄດ້ມີການມອບອຸປະກອນການຮຽນ ແລະ ເຄື່ອງກິລາລວມມູນຄ່າ 60 ລ້ານກີບຕຶ່ມອີກ. ການສຶກສາແມ່ນພື້ນຖານຂອງການແກ້ໄຂຄວາມທຸກຍາກ, ນໍ້າດື່ມແມ່ນແຫຼ່ງຫຼໍ່ລ້ຽງຊີວິດການເປັນຢູ່ຂອງປະຊາຊົນ, ການມີສ່ວນຮ່ວມໃນການສ້າງສະຫວັດດີການ ແລະ ຜົນປະໂຫຍດແກ່ສັງຄົມ ຂອງທ່ານລັດຖະມົນຕີ ແລະ ຄອບຄົວ ໄດ້ສ້າງຄວາມປະທັບໃຈ ແລະ ໄດ້ກາຍເປັນແຮງບັນດານໃຈໃຫ້ກັບທຸກໆຄົນທີ່ເຂົ້າຮ່ວມໃນພິທີຄັ້ງນີ້.
ຜ່ານຈາກການພັດທະນາຢ່າງຕັ້ງໜ້າຂອງຄູ່ຮ່ວມພັດທະນາຄື ບໍລິສັດລາວມະຫານະທີ ສີທັນດອນການລົງທຶນຈໍາກັດ.(ບໍລິສັດ STD) ໄດ້ຮັບຄວາມສົນໃຈ ຈາກປະເທດ ແລະ ປະຊາຊົນຂອງສອງຊາດລາວ-ຈີນ, ເຊິ່ງໄດ້ຈົດເຂົ້າ ບັນຊີລາຍຊື່ໂຄງການຄວາມສາມາດໃນການຜະລິດ ແລະ ການຮ່ວມມືລົງທຶນທີ່ສໍາຄັນ ລາວ-ຈີນ. ໃນປີ 2021 ເຂດພັດທະນາເສດຖະກິດໃໝ່ສີ່ພັນດອນ ໄດ້ມີການຕ້ອນຮັບ ການມາຢ້ຽມຢາມ ແລະ ສໍາຫຼວດ ຂອງອໍານາດການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ, ເຊິ່ງເປັນທີ່ຍອມຮັບ ແລະ ໃຫ້ການສະໜັບສະໜູນຕໍ່ກັບ ການພັດທະນາເຂດພັດທະນາເສດຖະກິດໃໝ່ສີ່ພັນດອນຂອງພວກເຮົາໃນໄລຍະທີ່ຝ່ານມາ.
ໃນປີ 2022 ນີ້,ທາງ(ບໍລິສັດ STD)ຈະສືບຕໍ່ເພີ່ມທະວີ ໃນການພັດທະນາພື້ນຖານໂຄງລ່າງ: ມີແຜນການທົດແທນຄືນທີ່ດິນ ເນື້ອທີ່ 1000 ເຮັກຕາ, ສ້າງບ້ານຈັດສັນ, ມີການພັດທະນາເຂດຮ່ວມມືສາທິດດ້ານກະສິກໍາ, ສືບຕໍ່ສ້າງກັນເຈື່ອນແມ່ນນໍ້າຂອງ,ປັບປຸງເຂດທ່ອງທ່ຽວນໍ້າຕົກຄອນພະເພັງ, ເລີ່ມມີການກໍ່ສ້າງໂຮງແຮມຮູບແຄນຄູ່ ທີ່ສູງ 238 ແມັດ …. ແລະຍັງຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼື່ອດ້ານຕ່າງໆໃຫ້ກັບທ້ອງຖິ່ນ ກໍ່ຄືລັດຖະບານ ໂດຍສະເພາະດ້ານການແພດ, ການສຶກສາ ແລະ ອື່ນໆ.
ໂດຍ :ວັນໄຊ ຕະວິນຍານ




