ເຂດສະຫງວນ 50 ແມັດຂອງແລວເສັ້ນທາງລົດໄຟລາວ-ຈີນ ແມ່ນສະຫງວນໄວ້ເພື່ອຄວາມປອດໄພຂອງການເດີນລົດ ບໍ່ແມ່ນເພື່ອມອບໃຫ້ຝ່າຍຈີນຄືດັ່ງຂ່າວລື.

ທ່ານອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການແລະການລົງທຶນ ໃຫ້ຮູ້ວ່າ: ເຂດສະຫງວນທາງລົດໄຟ ທີ່ມີການລ້ອມຮົ້ວ ແມ່ນເພື່ອຄວາມປອດໄພ ຂອງຂະບວນລົດໄຟ ຫາກວ່າມີງົວ, ຄວາຍ ຫລືສັດລ້ຽງເຂົ້າມາທາງລົດໄຟແມ່ນຈະເປັນໄພອັນຕະລາຍ ເພາະລົດແລ່ນດ້ວຍຄວາມໄວ ຫາກເກີດອຸບັດເຫດຂຶ້ນຈະສ້າງຜົນເສຍຫາຍຢ່າງມະຫາສານເຖິງຂະບວນລົດໄຟທັງໝົດ ສະນັ້ນການສະຫງວນດິນແຄມທາງລົດໄຟ ແມ່ນເພື່ອເຮັດຮົ້ວກັ້ນທາງໃຫ້ທາງລົດໄຟມີຄວາມປອດໄພ.

ແຕ່ໃນພາກປະຕິບັດຕົວຈິງ ອີງຕາມພູມສັນຖານ ບາງເຂດບໍ່ຮອດ 50ແມັດ ໂດຍສະເພາະໃນເຂດຕົວເມືອງ ບາງບ່ອນມີພຽງ 15 ແມັດເທົ່ານັ້ນ (ລວມທັງລາງລົດໄຟ) ຍ້ອນບໍ່ຢາກໃຫ້ກະທົບເຖິງທີ່ຢູ່ອາໄສ ແລະສິ່ງປຸກສ້າງເຮືອນຊານຂອງປະຊາຊົນ, ເຊິ່ງໃນເຂດສະຫງວນດັ່ງກ່າວນີ້ ແມ່ນຫ້າມເດັດຂາດບໍ່ໃຫ້ເຮັດກິດຈະກໍາໃດໆ.