ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງ ການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດ ພິເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ການ ພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວໄລຍະຜ່ານມາ ມີຄວາມສຳຄັນຫຼາຍເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະການດຶງດູດການລົງທຶນ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ.
ວຽກງານການພັດທະນາເຂດເສດຖະກິດພິ ເສດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ອັນພົ້ນເດັ່ນ ການກໍ່ສ້າງພື້ນຖານໂຄງລ່າງພາຍໃນເຂດ, ການສ້າງຕົວເມືອງໃໝ່, ເຂດນິຄົມອຸດສາຫະກຳ, ເຂດການທ່ອງທ່ຽວ ທີ່ຕິດພັນກັບທຳ ມະຊາດ ແລະ ວັດທະນະ ທຳ ໂດຍສະເພາະການກໍ່ສ້າງອາຄານ, ເສັ້ນ ທາງ, ລະບົບໄຟຟ້າ, ນ້ຳປະປາ, ກັນຕາຝັ່ງເຈື່ອນ, ເສັ້ນ ທາງເຊື່ອມຕໍ່ ເຂົ້າຫາເຂດໃຫ້ມີຄວາມສະດວກໃນການຄົມມະນາຄົມ ແລະອື່ນໆ ເຮັດໃຫ້ຊົນນະບົດມີໃບໜ້າໃໝ່,ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ບ່ອນທີ່ເຂດຕັ້ງຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

ນັບແຕ່ປີ 2003 ເຖິງປະຈຸບັນ ມີເຂດເສດຖະກິດພິເສດ ທັງ ໝົດ 22 ເຂດ ຢູ່ 8 ແຂວງ, ມີເນື້ອທີ່ ຕາມສັນຍາ 34 ພັນກວ່າເຮັກຕາ, ແຕ່ເນື້ອທີ່ ໄດ້ຮັບການພັດທະນາຕົວຈິງແລ້ວ 13 ພັນກວ່າເຮັກຕາ ຊຶ່ງຫຼາຍເຂດ ໄດ້ສຸມໃສ່ດຶງດູດການລົງທຶນຈາກນັກລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍ ໄດ້ມີບໍລິສັດເຂົ້າມາລົງ ທຶນ ແລະຈົດທະບຽນທັງໝົດ 1.209 ບໍລິສັດ, ສ່ວນໃຫ່ຍເປັນບໍລິສັດ ທີ່ມາຈາກ ສປ ຈີນ, ລາວ, ໄທ, ຍີ່ ປຸ່ນ ແລະ ປະເທດອື່ນໆ ຕາມລໍາດັບ ຊຶ່ງເຂດ ທີ່ມີການລົງທຶນຫຼາຍກວ່າໝູ່ແມ່ນ ເຂດສາມຫຼ່ຽມຄໍາ, ບໍ່ເຕ່ນແດນງາມ, ສະ ຫວັນ-ເຊໂນ, ກວມລວມໄຊເຊດຖາ, ບຶງທາດຫຼວງ, ປາກເຊ-ຍີ່ປຸ່ນ ແລະ ອື່ນໆ.
ນອກນັ້ນ, ບັນດາເຂດເສດຖະກິດພິເສດຍັງປະຕິບັດ ພັນທະເຂົ້າງົບປະມານລັດ 1.000 ກວ່າຕື້ກີບ, ສົ່ງອອກສິນຄ້າ 3 ຕື້ກວ່າໂດລາສະຫະ ລັດ, ໄດ້ສ້າງວຽກເຮັດງານທໍາ ແລະ ສີ ມືແຮງງານໃຫ້ແກ່ຄົນລາວ, ແຮງງານທັງໝົດມີ 63 ພັນຄົນ ໃນນີ້ເປັນແຮງງານລາວ 32 ພັນກວ່າຄົນ; ນອກນັ້ນ, ໄດ້ພັດທະນາໂຄງລ່າງພື້ນຖານເຊັ່ນ: ທ່າບົກ (Dry Port) 3 ແຫ່ງ (ເຂດສະຫວັນນະເຂດ, ເຂດວັງເຕົ່າ-ໂພນທອງ ແລະ ເຂດວຽງຈັນໂລຊິດສະຕິກພາກ), ສູນບໍລິການເຕົ້າໂຮມຄ່ຽນຖ່າຍສິນຄ້າ (ICD) 2 ແຫ່ງ (ເຂດບໍ່ເຕ່ນແດນງາມ ແລະເຂດທ່າແຂກ), ສະໜາມ ບິນສາກົນ ບໍ່ແກ້ວຢູ່ເຂດສາມ ຫຼ່ຽມຄຳ, ຖະໜົນຫົນທາງ ແລະ ສິ່ງອຳນວຍຄວາມສະ ດວກຕ່າງໆ ເພື່ອຮອງຮັບການຜະລິດ, ການຄ້າ,ການບໍລິການ ແລະການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.
ຂ່າວ: ຣັດສະໝີ ດວງສັດຈະ