ຊີວະນາໆພັນຂອງຢຸນນານມີຄວາມອຸດົມສົມບູນ ແລະ ເປັນ”ອານາຈັກຂອງພືດ”ໃນປະເທດຈີນ. ໂດຍອີງໃສ່ເງື່ອນໄຂແຫຼ່ງຊັບພະຍາກອນທີ່ດີ, ແຂວງຢຸນນານສາມາດຜະລິດເຂົ້າໄດ້ຫຼາຍຊະນິດໃນເຂດຕ່າງໆ ແລະ ພື້ນທີ່ທີ່ຢູ່ລະດັບສູງແຕກຕ່າງກັນ ເຊັ່ນເຂົ້າກ່ຳ, ເຂົ້ານາປູກຫຼາຍປີ,ເຂົ້ານາຕົ້ນສູງ.
ຢູ່ບ້ານເຈ່ຍຈູເຂດປົກຄອງຕົນເອງຊົນເຜົ່າລີຊູເວຍຊີແຂວງຢຸນນານ, ເຂົ້າກ່ຳແມ່ນແນວພັນເກົ່າແກ່ຂອງທ້ອງຖິ່ນ,ແລະ ມີຜົນຜະລິດຕ່ຳ, ແຕ່ມີລົດຊາດດີແລະມີສານອາຫານທີ່ອຸດົມສົມບູນ. ປີນີ້ບ້ານເຈ່ຍຈູໄດ້ປູກເຂົ້າກ່ຳໃນເນື້ອທີ່ 63 ເຮັກຕາ, ປະຈຸບັນໄດ້ເຂົ້າສູ່ໄລຍະເກັບກ່ຽວແລ້ວ. ອັດຕາສະເລ່ຍຜົນຜະລິດຂອງເຂົ້າກ່ຳໃນເນື້ອທີ່ 0,06 ເຮັກຕາແມ່ນແຕ່ 350 ຫາ 400 ກິໂລ, ລາຄາເຂົ້າກ່ຳໃນຕະຫຼາດປະມານ 11 ຢວນຕໍ່ກິໂລ.

