ທ່ານ ນາງ ດາວອນ ເພັດສົມພູ ວິຊາການ ຂະແໜງປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສົບເບົາໃຫ້ຮູ້ວ່າ: ເມືອງສົບເບົາ ມີ 67 ບ້ານ ,ມີເນື້ອທີ່ນາທັງໝົດ 1ພັນ 940 ເຮັກຕາ, ສະມັດຕະພາບໄດ້ 4 ໂຕນຕໍ່ເຮັກຕາ, ໃນໄລຍະຕົ້ນເດືອນ ສິງຫາ ຫາ ຕົ້ນເດືອນ ກັນຍາ 2023 ນີ້ ໄດ້ເກີດການລະບາດຂອງສັດຕູພືດທໍາລາຍເຂົ້ານາ ຂອງປະຊາຊົນເປັນຕົ້ນແມ່ນ: ບົ້ງຮໍາໃບ , ເພ້ຍໄຟ ຫຼື ຢັ່ນ, ມີຈຳນວນ 7 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານ ໂພນຮັງ, ບ້ານໂພນຊາຍ, ບ້ານໂພນໄຊ, ບ້ານນາໃໝ່, ບ້ານ ນາຊາງ, ບ້ານນາກາ ແລະ ບ້ານໂບ້ ,ມີເນື້ອທີ່ຖຶກຜົນກະທົບທັງໝົດປະມານ 57 ເຮັກຕາກວ່າ,ໃນນີ້ເນື້ອທີ່ນາ ທີ່ຖືກຜົນກະທົບເສຍຫາຍ100%ປະມານ 42ເຮັກຕາກວ່າ.
ທ່ານ ຄຽນທອງ ທີວຽງທອງ ປະຊາຊົນບ້ານ ໂພນຊາຍ ເວົ້າສູ່ຟັງວ່າ: ບ້ານໂພນຊາຍ ມີເນື້ອທີ່ນາ ທັງໝົດ 37 ເຮັກຕາກວ່າ, ສະມັດຕະພາບໄດ້ 4 ໂຕນຕໍ່ເຮັກຕາ, ໃນຊຸມປີຜ່ານມາປະຊາຊົນພາຍໃນບ້ານມີເຂົ້າກຸ້ມກິນຕະຫຼອດປີ, ມາປີ 2023 ນີ້ໄດ້ມີສັດຕູພືດລະບາດແຕ່ເດືອນສິງຫາ-ຕົ້ນເດືອນກັນຍາ,ໄລຍະທໍາອິດແມ່ນລະບາດເປັນບົ້ງຮໍາໃບ, ໄລຍະທີ່ 2 ແມ່ນ ເພ່ຍຈັກຈັ່ນ ເຊີ່ງເຮັດໃຫ້ຕົ້ນເຂົ້າເຫຼືອງ ແລະ ຕາຍ ເຮັດໃຫ້ເຂົ້ານາເສຍຫາຍປະມານ 70% ຂອງເນື້ອທີ່ນາທັງໝົດ
ພໍ່ເຖົ້າ ບຸນທອນ ປະຊາຊົນບ້ານໂພນຮັງເວົ້າວ່າ: ນັບແຕ່ເຮັດນາປູກເຂົ້າມາຫຼາຍປີ ແຕ່ບໍ່ເຄີຍມີການລະບາດຂອງສັດຕູພືດແບບນີ້, ສັດຕູພືດ ລະບາດ ເລີ່ມແຕ່ເດືອນສີງຫາ-ຕົ້ນເດືອນກັນຍານີ້ ແລະ ແຜ່ລາມອອກເປັນວົງກວ້າງ,ບ້ານໂພນຮັງ ມີເນື້ອທີ່ນາທັງໝົດ 39 ເຮັກຕາ, ຖືກຜົນກະທົບຈໍານວນ 16 ເຮັກຕາ, ໃນນີ້ເສຍຫາຍ 100% 15 ເຮັກຕາ
ພາຍຫຼັງທີ່ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງສັດຕູພືດທຳລາຍເຂົ້ານາຂອງປະຊາຊົນ ຫົວໜ້າຄະນະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສົບເບົາ ໄດ້ຮີບຮ້ອນຊີ້ນຳໜ່ວຍງານປູກຝັງລົງສົບທົບອຳນາດການປົກຄອງບ້ານລົງກວດກາພື້ນທີ່ຕົວຈິງ ແລະ ສົ່ງວິຊາການຂະແໜງປູກຝັງລົງຊ່ວຍເຫຼືອ ປະຊາຊົນພ້ອມທັງມອບຢາ ແລະ ນຳພາປະຊາຊົນຊີດຢາປາບສັດຕູພືດໄດ້ຈຳນວນ 7 ບ້ານທີ່ມີການລະບາດ ,ປະຈຸບັນເຫັນວ່າການລະບາດໄດ້ເບົາບາງລົງແລ້ວ.
ເພື່ອທົດແທນເຂົ້ານາທີ່ຖືກຜົນກະທົບ ເຊິ່ງບໍ່ສາມາດກູ້ຄືນໄດ້, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສົບເບົາ ໄດ້ລົງຊຸກຍູ້, ແນະນຳອຳນາດການປົກຄອງບ້ານ, ປະຊາຊົນ ໃຫ້ປູກພືດທົດແທນເປັນຕົ້ນ: ປູກເຂົ້ານາແຊງບ່ອນທີ່ມີນໍ້າສະໜອງພຽງພໍ ສໍາລັບບ່ອນທີ່ບໍ່ມີນໍ້າພຽງພໍແມ່ນໃຫ້ສຸມໃສ່ການປູກພືດຜັກຕ່າງໆຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ, ແຕ່ລະຄອບຄົວເພື່ອໃຫ້ເປັນສິນຄ້າສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ.


