ສະຕໍເບີຣີເພື່ອຜິວສະອາດ: ມີຄຸນປະໂຫຍດທີ່ອຸດົມໄປດ້ວຍວິຕາມິນ ແລະ ກົດ ASA ທີ່ຊ່ວຍປັບສະພາບຜິວ ນອກນີ້ຍັງຊ່ວຍຫຼຸດການອຸດຕັນຂອງຮູຂຸມຂົນໄດ້ດີ.
ວິທີໃຊ້: ນໍາໝາກສະຕໍເບີຣີ 2-3 ໜ່ວຍກັບນໍ້າໝາກນາວມາບົດໃຫ້ເຂົ້າກັນດີແລ້ວທາລົງ ແລະ ນວດໃຫ້ທົ່ວໜ້າແລ້ວຈຶ່ງລ້າງອອກ.
ໝາກກ້ຽງເພື່ອກະຊັບຮູຂຸມຂົນ: ປະໂຫຍດໝາກກ້ຽງແມ່ນຈະຊ່ວຍກະຊັບຜິວໃຫ້ເຕັ່ງຕຶງ ແລະ ສົດໃສຍິ່ງຂຶ້ນ.
ວິທີໃຊ້: ປະສົມນໍ້າໝາກກ້ຽງສົດ 1 ບ່ວງແກງປະສົມກັບນໍ້າແຮ່ ຈາກນັ້ນເອົາສຳລີມາຈຸມແລ້ວເຊັດໃຫ້ທົ່ວໜ້າຄືໂທນເນີທົ່ວໆໄປ.
ຜັກສະຫຼັດກອບເພື່ອຜິວກະຈ່າງໃສ: ປະໂຫຍດຊ່ວຍຫຼຸດອາການອັກເສບຂອງຜິວ ແລະ ຊ່ວຍໃຫ້ຜິວນຽນນຸ້ມ.
ວິທີໃຊ້: ນໍາຜັກສະຫຼັດກອບ 4 ໃບມາຕົ້ມປະມານ 10 ນາທີ ແລ້ວປະໄວໃຫ້ເຢັນຈາກນັ້ນກໍ່ຕອງເອົາແຕ່ນ້ຳ ແລະ ເອົາສຳລີມາຈຸ່ມນ້ຳທີ່ຕອງໄວ້ເຊັດໃຫ້ທົ່ວໜ້າ.
ນ້ຳເຜິ້ງເພື່ອຫຼຸດຮອຍຄ້ຳຮອບດວງຕາ: ປະໂຫຍດນ້ຳເຜິ້ງມີຄຸນສົມບັດຂ້າເຊື້ອແບັກທີເຣຍ ແລະ ບຳລຸງຜິວໃຫ້ນຸ້ມນວນຫຼາຍຂຶ້ນ.
ວິທີໃຊ້: ປະສົມນໍ້າເຜິ້ງ 1 ບ່ວງກາເຟກັບນໍ້າແຮ່ອຸ່ນໆເຄິ່ງຈອກ ຈາກນັ້ນໃຊ້ສຳລີຈຸ່ມແລ້ວນຳມາວາງເທິງຜິວບໍລິເວນຮອບຕາທັງ 2 ຂ້າງ ກໍ່ຈະຊ່ວຍໃຫ້ຜິວຄໍ້າບໍລິເວນຮອບດວງຕາຫຼຸດລົງ.