ທ້າວ ເຈດ ພົມສະຫວັດ ສະເລເເມນ ນັກກິລາຈູຈິດຊູທີມຊາດລາວປະເພດຕໍ່ສູ້ ເປັນອີກຄົນຫນື່ງທີ່ ສາມາດສ້າງຜົນງານໄດ້ໂດດເດັ່ນໃນການເຂົ້າຮ່ວມເເຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 32 ທີ່ຣາຊາອານາຈັກກໍາປູເຈຍ ຮັບກຽດເປັນເຈົ້າພາບລະຫວ່າງ ວັນທີ5-17 ພຶດສະພາ 2023.
ທ້າວ ເຈດ ພົມສະຫວັດ ສະເລເເມນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວໃນວັນທີ 9 ພຶດສະພານີ້ວ່າ: ພາຍຫລັງທີ່ຕົນເອງໄດ້ຖືກຄັດເລືອກຈາກສະຫະພັນກິລາຈູຈິດຊູເເຫ່ງຊາດລາວໃຫ້ຕີດທີມຊາດລາວ ຕົນເອງຮູ້ສຶກດີໃຈ ເເລະ ພາກພູມໃຈທີ່ສຸດທີ່ໄດ້ຮັບໃຊ້ຊາດລາວ ເຊີ່ງເປັນບ້ານເກີດເມືອງນອນ, ຫລັງ ຈາກນັ້ນຕົນເອງໄດ້ຫນັ່ນຝຶກຊ້ອມທັງທາງດ້ານເຕັກນິກວິທີການຕໍ່ສູ້ຢ່າງຫນັກຫນ່ວງ ເເລະ ຕໍ່ເນື່ອງ ເພື່ອຫວັງຍາດໃຫ້ໄດ້ຫລຽນໃດຫລຽນຫນື່ງມາໃຫ້ປະເທດຊາດ ເນື່ອງຈາກກິລາຈູຈິດຊູເປັນກີລາໃຫມ່ ເເລະ ຫາກໍ່ຖືກບັນຈຸເຂົ້າຮ່ວມໃນການເເຂ່ງຂັນຊີເກມໃນຄັ້ງນີ້.
ຜ່ານການເຂົ້າຮ່ວມເເຂ່ງຂັນກິລາຈູຈິດຊູ ໃນຊີເກມຄັ້ງທີ32 ຕົນເອງໄດ້ເຮັດສຸດຄວາມສາມາດ ຜ່ານເຂົ້າຮອບ 8 ຄົນ ເເລະ ຮອບ 4 ຄົນສຸດທ້າຍ ໂດຍຊະນະນັກຈາກປະເທດຟີລີບປີນ ເເລະ ນັກກິລາກໍາປູເຈຍ ເຈົ້າພາບ, ຜ່ານເຂົ້າໄປຊີງຫລຽນຄໍາກັບນັກກິລາສີງກະໂປ ເເຕ່ໃນຮອບຊີງຫລຽນຄໍາ ເເສຍໃຫ້ນັກກິລາສິງກະໂປ ເຮັດໃຫ້ໄດ້ຫລຽນເງີນ, ເເຕ່ຕົນເອງກໍ່ດີໃຈທີ່ໄດ້ເຮັດສຸດຄວາມສາມາດເເລ້ວ ເເລະ ໃນຊີເກມຄັ້ງຕໍ່ໄປຈະຕັ້ງໃຈຝຶກຊ້ອມໃຫ້ຫລາຍຂື້ນກວ່າເກົ່າ ເພື່ອຍາດເອົາຫລຽນຄໍາມາໃຫ້ປະ ເທດຊາດ ກໍ່ຄື ປະຊາຊົນລາວໃຫ້ໄດ້.
ຂ່າວ: ເດດອາລຸນ ແກ້ວວິໄລ
Loading...