ການແຂ່ງຂັນກິລາກະຕໍ້ຊິນລອນ ແລະ ກະຕໍ້ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 9 ທັນວານີ້ ທີ່ສະໂມ ສອນກິລາໃນຮົ່ມ ວິທະຍາໄລຄູຄັງໄຂ, ເມືອງແປກ ໂດຍມີນັກກິລາຈາກ 9 ແຂວງ ແລະ 2 ກະຊວງເຂົ້າຮ່ວມແຂ່ງຂັນ ຄື: ແຂວງຊຽງຂວາງ ເຈົ້າພາບ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ຫຼວງພະບາງ, ຈຳປາສັກ, ບໍລິຄຳໄຊ, ອັດຕະປື, ແຂວງວຽງຈັນ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີການຊີງໄຊກັນທັງໝົດ 14 ຫຼຽນຄໍາ, 14 ຫຼຽນເງິນ ແລະ 14 ຫຼຽນທອງ, ໃນນັ້ນ ສະເພາະປະເພດກະຕໍ້ຊິນລອນ ຊີງໄຊ 8 ຫຼຽນຄໍາ ສຳລັບປະເພດຍິງ ມີຊີງ 4 ຫຼຽນຄຳ ຈາກ ອີເວັນ 1, ອີເວັນ 2, ອີເວັນ 3 ແລະ ອີເວັນ 4, ສ່ວນປະເພດຊາຍ 4 ຫຼຽນຄຳ ກໍແມ່ນ 4 ເວັນ ຄືກັບ ປະເພດຍິງເຊັ່ນດຽວກັນ.

ສະເພາະການແຂ່ງຂັນລາຍການ ກະຕໍ້ຊິນລອນ ມີນັກກິລາຈາກ 5 ແຂວງ ແລະ 1 ກະຊວງເຂົ້າຮ່ວມແຂ່ງຂັນ ຄື: ແຂວງຊຽງຂວາງ ເຈົ້າພາບ, ນະຄອນຫລວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ຫຼວງພະບາງ ແລະ ກະຊວງປ້ອງກັນປະເທດ.
ຜ່ານການແຂ່ງຂັນ ແຂວງຊຽງຂວາງ ຊະນະ ກະຊວງປ້ອງກັນປະເທດ 351 ຕໍ່ 283 ຄະແນນ ໄດ້ຮັບຫຼຽນຄຳ ຊຶ່ງເປັນຫຼຽນທຳອິດ ໃນການແຂ່ງຂັນກິລາດັ່ງກ່າວ ໄປຄອງ ສ່ວນ ກະຊວງປ້ອງກັນປະເທດ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງ ນະຄອນຫຼວງວຽງຈັນ.
ຂະນະທີ່ຜົນການແຂ່ງຂັນປະເພດຍິງ ຄູ່ຊີງຫຼຽນຄຳ ແຂວງຊຽງຂວາງ ຊະນະ ນະຄອນຫຼວງວຽງຈັນ 205 ຕໍ່ 164 ຄະແນນ.

Cr: ສົງການ ພັນແພງດີ