ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ຕຸລາ 2021ນີ້ທ່ານ ກອງສີ ວົງສີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກລາຍ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມັດທະຍົມສົມບູນປາກລາຍ ໂດຍໃຫ້ການຕ້ອນຮັບຂອງທ່ານ ວານິດສາ ສຸນາເຄນ ກຳມະການພັກເມືອງ ຫົວໜ້າອຸດສາຫະກຳ-ການຄ້າເມືອງ ປະທານສະມາຄົມຜູ້ປົກຄອງນັກຮຽນ ພ້ອມດ້ວຍຄະນະ, ມີທ່ານ ສົມໝາຍ ແສງຈັນ ຜູ້ອຳນວຍການໂຮງຮຽນ ມສ.ປາກລາຍ ພ້ອມດ້ວຍຄູອາຈານ ຕະຫຼອດຮອດອຳນາດການປົກຄອງບ້ານໃນເທດສະບານ ເຂົ້າຮ່ວມ.
ໃນໂອກາດທີ່ທ່ານເຈົ້າເມືອງລົງເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຈາກປະທານສະມາຄົມຜູ້ປົກຄອງນັກຮຽນ, ຜູ້ອຳນວຍການໂຮງຮຽນ ໃນສົກຮຽນປີ 2020 – 2021 ໂຮງຮຽນມັດທະຍົມສົມບູນປາກລາຍ ໄດ້ເປີດການຮຽນ-ການສອນເລີ່ມແຕ່ວັນທີ 6 ເດືອນກັນຍາ ເປັນຕົ້ນມາ ເຊິ່ງກວມເອົາ 12 ບ້ານເທດສະບານ ມີພະນັກງານຄູອາຈານທັງໝົດ 37 ຄົນ ຍິງ 21 ຄົນ, ມີນັກຮຽນ 705 ຄົນ ຍິງ 362 ຄົນ ມີຫ້ອງຮຽນ 21 ຫ້ອງ, ມີ 7 ຊັ້ນຮຽນ ຜ່ານມາສະມາຄົມຜູ້ປົກຄອງນັກຮຽນແມ່ນໄດ້ເຮັດໜ້າທີ່ໃນການປະສານສົມທົບ ລະຫວ່າງ ພາກລັດ-ເອກະຊົນ ເພື່ອເປັນອົງປະກອບຊຸກຍູ້ຊ່ວຍເຫຼືອໃຫ້ແກ່ໂຮງຮຽນ ໃນການຄຸ້ມຄອງວຽກງານຕ່າງໆ ການແກ້ໄຂປະກົດການຫຍໍ້ທໍ້ຂອງນ້ອງນັກຮຽນ, ການປະລະການຮຽນກາງປີຕ່າງໆ, ການປະຕິບັດໜ້າທີ່ຂອງຄູອາຈານ, ການສ້າງຄັງຂອງສະມາຄົມຜູ້ປົກຄອງນັກຮຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາໂຮງຮຽນໃນ 4 ໜ້າວຽກໃຫຍ່ຄື:ການກໍ່ສ້າງກຳແພງດ້ານຫລັງໂຮງຮຽນ, ທາສີກຳແພງຮົ້ວດ້ານໜ້າ, ຈັດຫາບານປະຕູ-ປ່ອງຢ້ຽມ ຊັ້ນຮຽນມໍ 4 – ມໍ7 , ການສ້າງບ່ອນຈອດລົດຂອງໂຮງຮຽນ ແລະ ການເຄື່ອນໄຫວແລກປ່ຽນບົດຮຽນຂອງຄູ-ອາຈານ ແລະ ນ້ອງນັກຮຽນ. ພ້ອມນີ້ ກໍ່ຍັງໄດ້ສະເໜີຕໍ່ຂັ້ນເທິງ ເພື່ອເປັນມີທິດທາງແກ້ໄຂຊ່ວຍເປັນຕົ້ນ ລະດົມທຶນເພື່ອປຸກສ້າງອາຄານຮຽນເພີ່ມອີກ 4 ຫ້ອງ, ສ້າງສູນລະດົມຝຶກອົບຮົມນັກຮຽນໃຫ້ເອົາໃຈໃສ່ໃນການຮຽນເພື່ອຄຸ້ມຄອງ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.
ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ກອງສີ ວົງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກລາຍ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ສະມາຄົມຜູ້ປົກຄອງນັກນຽນ ແລະ ຄູ-ອາຈານຢູ່ພາຍໃນ ມສ ດັ່ງກ່າວ ແລະ ເນື່ອງໃນໂອກາດທີ່ທ່ານໄດ້ລົງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທ່ານເຈົ້າເມືອງ ກໍ່ໄດ້ນຳເອົາປື້ອມຄູ່ມືການຮຽນ ມໍ5 – ມໍ7 ຈຳນວນ 95 ຫົວ ແລະ ຄອມພິວເຕີຈຳນວນ 1 ຊຸດ ມາມອບໃຫ້ ມສ ປາກລາຍ ລວມມູນຄ່າທັງໝົດ 6.699.000 ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານການສຶກສາຂອງໂຮງຮຽນ.
ພາບ-ຂ່າວ:ທອງສະຫວັດ ໄຊຍະລາດ