ໃນວັນທີ 4 ພຶດສະພາ 2023 ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ໄດ້ລົງຕິດຕາມ ແລະຊຸກຍູ້ວຽກງານ ເຂດຈຸດສຸມພັດທະນາໜອງແສງ ໂດຍໄດ້ລົງພົບປະອໍານາດການປົກຄອງ ແລະປະຊາຊົນບ້ານວັງຕາແຫຼວ ເພື່ອປືກສາຫາລື ແລະສໍາຫຼວດຄວາມເປັນໄປໄດ້ ໃນການກໍ່ສ້າງຝາຍນໍ້າລົ້ນຫ້ວຍວັງຕາແຫຼວ ເພື່ອສະໜອງນໍ້າໄວ້ຮັບໃຊ້ການປູກ-ລ້ຽງຂອງປະຊາຊົນໃນລະດູແລ້ງ.
ໂອກາດດຽວກັນ, ທ່ານ ເຈົ້າເມືອງລະຄອນເພັງ ໄດ້ລົງຕິດຕາມ, ຊຸກຍູ້ ແລະມອບເງິນຈໍານວນ 5.00.000 ກີບເພື່ອສົມທົບທຶນ ກໍ່ສ້າງຂົວເບຕົງເສີມເຫຼັກດ້ວຍທຶນປະຊາ ຊົນ ຂ້າມຫ້ວຍລໍາພອງ ເຊື່ອມຕໍ່ລະຫວ່າງໜອງແສງ-ນາໂພສີ ແລະວັນດຽວກັນທ່ານເຈົ້າເມືອງ ຍັງໄດ້ໄປຢ້ຽມຢາມຄອບຄົວປູກພືດປະສົມປະສານ ບ້ານໂນສະຫວ່າງ.
ຂໍ້ມູນ ແລະຮູບພາບ: ຫ້ອງວ່າການເມືອງ






